spot_img
Homeລົດຍົນ-ຍານພາຫະນະ​ເຄັດ​ລັບ​​ແວ່ນ​ໃສ​ບໍ່ມີ​ຂີ້ຝຸ່ນ

​ເຄັດ​ລັບ​​ແວ່ນ​ໃສ​ບໍ່ມີ​ຂີ້ຝຸ່ນ

Published on

101

​ແວ່ນ​ລົດ​ໃສ​ແຈ໋ວບໍ່​ໄດ້​ມີ​ດີ​ພຽງ​ແຕ່ ​ເຮັດ​ໃຫ້​ລົດ​ເປັນຕາໜ້າ​ເບິ່ງ​ເທົ່າ​ນັ້ນ ​ແຕ່​ຍັງ​ຊ່ວຍ​ໃຫ້​ທັດສະນະ​ວິ​ໄສ​ການ​ເບິ່ງ​ຂອງ​ຄົນ​ຂັບ​ຊັດ​ເຈນ​ຂຶ້ນອີກ​ດ້ວຍ. ​ເລີ່​ມຕົ້ມ​ເລີຍ​ໃຫ້​ທ່ານ​ກະກຽມອຸປະກອນ​ໄວ້​ເຊັ່ນ: ຜ້າ​ທີ່​ແຫ້ງ​ສະອາດ ຫຼື ໜັງສື​ພິມ, ຟອງນ້ຳສຳລັບ​ຖູ​ທຳ​ຄວາມ​ສະອາດ ​ແລະ ຖັງ​ໃສ່​ນ້ຳ.

ຂັ້ນຕອນ​ທີ 1: ກຳຈັດ​ຄາບ​​ເປິ​ເປື້ອນ, ​ແວ່ນ​ມົວ, ຄາບ​ນ້ຳ, ຂີ້ຝຸ່ນ ​ແກ້​ໄດ້​ດ້ວຍ​ການ​ເອົ​າເກືອ ຫຼື ຢາ​ສະຫົວ​ມາ​ປະສົມ​ກັບ​ນ້ຳສະອາດ ​ແລ້ວ​ເຊັດ​ທຳ​ຄວາມ​ສະອາດ​ແວ່ນ​ໃຫ້​ທົ່ວ.

ຂັ້ນຕອນ​ທີ 2: ​ແວ່ນ​ເງົາ​ວາວ ​ເຄັດ​ລັບ​ງ່າຍໆ ພຽງ​ແຕ່​ໃຊ້ໜັງສື​ພິມ​ເຊັດ​ດ້ວຍ​ເບັກ​ກີ້ງ​ໂຊດາ​ປະສົມ​ນ້ຳ ຫຼື ນ້ຳສົມ​ສາຍ​ຊູ ​​ໃຫ້​ເຊັດ​ຂັດ​ເງົາ​ໃຫ້​ທົ່ວ​ໄປ​ເລີຍ.

ຂັ້ນຕອນ​ທີ 3: ລົດ​ຮອຍ​ຂີດ​ຂ່ວນ​ທີ່​ແວ່ນ​ ຈັດການ​ດ້ວຍ​ກຼີ​ເຊີ​ລີ​ນ ຫຼື ​ໃຊ້​ຢາຖູ​ແຂ້ວ ​ໂດຍ​ເອົາ​ມາ​ເຊັດ​ຈົນ​ທົ່ວ​ແຜ່ນ​ແວ່ນ​ແລ້ວ​ໃຊ້​ຜ້າ​ແຫ້ງ​ເຊັດ​ອອກ​ເທົ່າ​ນີ້ກໍ​ຮຽບຮ້ອຍ​ແລ້ວ.

ຄວນ​ລະມັດລະວັງ: ນ້ຳຍາ​ທີ່​ໃຊ້​ເຊັດ​​ແວ່ນ​ສ່ວນ​ໃຫຍ່​ມີ​ສ່ວນ​ປະສົມ​ຂອງ​ແອ​ມ​ໂມ​ເນຍ ​ເຊິ່ງ​ເປັນສານ​ທີ່​ເປັນອັນຕະລາຍ ຫ້າມ​ດົມ​ກິ່ນ, ​ເຂົ້າຕາ ຫຼື ສຳ​ພັດ​ກັບ​ນ້ຳຢາ​ເດັດຂາດ ຄວນ​ມີ​ການ​ສວມ​ໃສ່​ຖົງມື ​ແລະ ຜ້າ​ອັດ​ດັງ ​ເພື່ອ​ປ້ອງ​ກັນ.

ຂໍ້​ແນະນຳ​ເພີ່ມ​ເຕີມ: ​ເພື່ອ​ຄວາມ​ປອດ​ໄພ​ທຸກ​ການ​ເດີນທາງ​ຄວນ​ທຳ​ຄວາມ​ສະອາດ​ແວ່ນ​ລົດ​ໃຫ້​ເບິ່ງ​ເຫັນ​ຊັດ​ເຈນ​ທຸກ​ເທື່ອ ​ແລະ ຢ່າ​ລືມ​ກວດ​ເບິ່ງ​ແດ່​ວ່າ​ລົດ​ຂອງ​ທ່ານ​ໄດ້​ເຮັດ​ປະກັນ​ໄພ​ລົດ​ ​ແລະ ປະກັນ​ຍັງ​ບໍ່ໝົດອາຍຸ ຄວນ​ກວດ​ເບິ່ງ​ໃຫ້​ດີ ​ເພາະ​ຖ້າ​ຫາກ​ເມື່ອ​ເກີດ​ເຫດ​ທີ່​ບໍ່ຕາດ​ຝັນ​ເກີດ​ຂຶ້ນມາ ຢ່າງໜ້ອຍກໍ​ຍັງ​ອຸ່ນ​ໃຈ​ວ່າ​ປະກັນ​ໄພ​ຈະ​ຊ່ວຍ​ແກ້​ໄຂ​ບັນຫາ ​ແລະ ​ແບ່ງ​ເບົາ​ພາລະ​ຄ່າ​ໃຊ້​ຈ່າຍ​ຂອງ​ທ່ານລົງ​ໄດ້.

 

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...