ຂ່າວຄາວກ່ຽວກັບຫວຍພັດທະນາ ມີມາຢ່າງຕໍ່ເນື່ອງອາທິດລະ 2 ຄັ້ງ ຄືທຸກໆ ວັນອັງຄານ ແລະວັນສຸກ ເຊັ່ນກັນກັບ 2 ອາທິດທີ່ຜ່ານມາ ມີຂ່າວວ່າເລກບາງຮູໄດ້ຂາຍດີເປັນພິເສດ ຂາຍໝົດຫຼືເຕັມໂຄຕ້າຕັ້ງແຕ່ເຊົ້າ ແຕ່ງວດນີ້ ວັນສຸກ ວັນທີ 10 ກໍລະກົດ 2015 ເດັ່ນໆ ແມ່ນເລກງູກັບເລກລີງ ດັ່ງຮູບ ທີ່ຜູ້ຂາຍເລກສົ່ງມາໃຫ້ທີມຂ່າວພວກເຮົາ ສະແດງໃຫ້ເຫັນວ່າເລກບາງປ່ອງມີຄົນຊື້ໄປໝົດແລ້ວ ຕັ້ງແຕ່ເຊົ້າກ່ອນຈະຕັ້ງໂຕະຂາຍ. ລອງຕິດຕາມໄປນຳກັນເບິ່ງ 20:30 ມື້ນີ້ ຮູ້ທັນທີວ່າເລກອອກຫຍັງ.





