spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ແມ່ຕູ້ໃຈໂຫດ! ບີບຄໍຫລານເກີດໃໝ່ເສຍຊີວິດ!

ແມ່ຕູ້ໃຈໂຫດ! ບີບຄໍຫລານເກີດໃໝ່ເສຍຊີວິດ!

Published on

2009-05-21_110428_เรอ
(ພາບປະກອບ)

ຄະດີບໍ່ເພິງປາດຖະໜາດັ່ງກ່າວໄດ້ເກີດຂຶ້ນເມື່ອເວລາປະມານ 2:00 ໂມງເຊົ້າວັນທີ 3 ກໍລະກົດ ຜ່ານມານີ້ຢູ່ບ້ານດົງບັງ ເມືອງໄຊທານີ ນະຄອນຫລວງວຽງຈັນ ຊຶ່ງ ມີຢູ່ວ່າ: ໃນວັນດ່ັງກ່າວນາງ ຄຳ ແຜ່ນ ອາຍຸ 52 ປີ ຢູ່ບ້ານດົງບັງ ໄດ້ ພາ ນາງ ຕຸ້ຍ ເຊິ່ງເປັນລູກສາວທີ່ຖື ພາໄປເກີດລູກໃນຄລີນິກແຫ່ງ ໜຶ່ງຢູ່ເຂດເມືອງໄຊທານີ ຫລັງຈາກນັ້ນ ນາງຄຳແຜ່ນ ແລະ ລູກສາວພ້ອມກັບຫລານທີ່ເກີດໃໝ່ໄດ້ພາ ກັນກັບເມື່ອບ້ານໃນວັນດຽວກັນ ແລະ ໃນລະຫວ່າງທາງເມືອບ້ານນັ້ນ ນາງ ຄຳແຜ່ນ ໄດ້ຖາມລູກສາວ ວ່າໃຜ ເປັນພໍ່ຂອງເດັກ ແລະ ລູກສາວຕອບວ່າບໍ່ຮູ້, ເມື່ອໄດ້ຍິນແນວນັ້ນ ນາງ ຄຳແຜ່ນ ຈຶ່ງຄິດຢ້ານ ອັບອາຍຊາວບ້ານ ແລະ ຢ້ານຜູ້ເປັນຜົວຕີລູກສາວ, ຈຶ່ງໄດ້ຕັດສິນໃຈເອົາມືບີບຄໍຫລານເກີດໃໝ່ຄົນນັ້ນຈົນ ເສຍຊີດວິດແລ້ວເອົາສົບໄປຖິ້ມຢູ່ປ່າເຂດບ້ານດົງບັງຫ່າງຈາກເຮືອນປະມານ 4 ກິໂລແມັດ ແລະ ບອກລູກສາວວ່າຫ້າມບອກເລື່ອງນີ້ໃຫ້ພໍ່ ແລະ ຄົນອື່ນຮູ້ເດັດຂາດ, ຫລັງຈາກນັ້ນກໍພາກັນ ກັບເມື່ອ ເຮືອນ ແລະ ຕົກມາຮອດເວລາປະມານ 18:00 ໂມງກໍຖືກເຈົ້າໜ້າທີ່ເຂົ້າຈັບຕົວເພື່ອດຳເນີນ ຄະດີຕາມລະບຽບກົດໝາຍ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...