Homeຂ່າວພາຍ​ໃນຂ່າວດ່ວນ! ສະພາແຫ່ງຊາດ ຮັບຮອງການສະເໜີແຕ່ງຕັ້ງ ຄະນະລັດຖະບານຊຸດໃໝ່

ຂ່າວດ່ວນ! ສະພາແຫ່ງຊາດ ຮັບຮອງການສະເໜີແຕ່ງຕັ້ງ ຄະນະລັດຖະບານຊຸດໃໝ່

Published on

11721103_622203531250234_492378845_n

ຂ່າວຈາກ ສະພາແຫ່ງຊາດລາຍງານວ່າ ກອງປະຊຸມສະພາມື້ນີ້ ວັນທີ 8 ກໍລະກົດ 2015 ພາກບ່າຍ ສະມາຊິກສະພາໄດ້ ພິຈາລະນາແລະຮັບຮອງເອົາ ຄະນະລັດຖະບານຊຸດໃໝ່ 7 ທ່ານ ແລະຍົກຍ້າຍໄປຮັບໜ້າທີ່ໃໝ່ 1 ທ່ານ ຕາມການສະເໜີແຕ່ງຕັ້ງຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດ.
ລາຍຊື່ຄະນະລັດຖະບານ ທີ່ຖືກສະເໜີແຕ່ງຕັ້ງແລະຍົກຍ້າຍມີດັ່ງນີ້:
1. ທ່ານ ດຣ ຄຳແພງ ໄຊສົມແພງ ເຈົ້າແຂວງແຂວງຫຼວງພະບາງ ໄປເປັນລັດຖະມົນຕີວ່າການກະຊວງແຮງງານ ແລະສະຫວັດດີການສັງຄົມ, ແທນທ່ານ ນາງ ອ່ອນຈັນ ທຳມະວົງ ທີ່ຈະບຳນານ .

2. ທ່ານ ສົມມາດ ພົນເສນາ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ ໄປເປັນລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແທນທ່ານ ນູລິນ ສິນບັນດິດ ທີ່ຈະບຳນານ.

3. ທ່ານ ດຣ ເພັດ ພົມພິທັກ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳປ່າໄມ້ ເປັນລັດຖະມົນຕີວ່າການກະຊວງກະສິກຳແລະປ່າໄມ້ ແທນທ່ານ ວິໄລວັນ ພົມເຂ ທີ່ຈະບຳນານ.

4. ທ່ານ ຄຳເມິງ ພົງທະດີ ເຈົ້າແຂວງແຂວງວຽງຈັນ ເປັນລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ແທນທ່ານ ພົງສະຫວັດ ບຸບຜາ ທີ່ຈະບຳນານ.

5. ທ່ານ ດຣ ຄຳມະນີ ອິນທິລາດ ລັດຖະມົນຕີຊ່ວຍວ່າການ ພະລັງງານແລະບໍ່ແຮ່ ໄປເປັນລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່ ແທນທ່ານ ສຸລິວົງ ດາລາວົງ ທີ່ຈະບຳນານ.

6. ທ່ານ ພົນຈັດຕະວາ ສົມແກ້ວ ສີລາວົງ ຮັກສາການລັດຖະມົນຕີວ່າການ ກະຊວງປ້ອງກັນຄວາມສະຫງົບ ເປັນລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບຢ່າງສົມບູນ.

7. ທ່ານ ຄຳໝັ້ນ ສູນວິເລີດ ເຈົ້າແຂວງແຂວງບໍ່ແກ້ວ ໄປເປັນລັດຖະມົນຕີວ່າການກະຊວງພາຍໃນ ແທນທ່ານ ໄຊສີ ສັນຕິວົງ ທີ່ຈະໄປຮັບໜ້າທີ່ໃໝ່.

8. ສະເໜີຍົກຍ້າຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີວ່າການກະຊວງພາຍໃນ ໄປຮັບໜ້າທີ່ໃໝ່.

ຫຼັງຈາກນັ້ນ ສະມາຊິກສະພາແຫ່ງຊາດ ກໍໄດ້ພ້ອມກັນປະກອບຄຳຄິດເຫັນ ໃສ່ການສະເໜີແຕ່ງຕັ້ງສະມາຊິກລັດຖະບານ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ແລະໄດ້ລົງປະຊາມະຕິຮັບຮອງເອົາດ້ວຍຄະແນນສຽງ ເຫັນດີ 84 ແລະບໍ່ເຫັນດີ 9 ສຽງ.

ວາລະຂອງການປະຊຸມ ໃນມື້ອື່ນນີ້ ທີ່ປະຊຸມຈະໄດ້ຮັບຟັງບົດລາຍງານ ຂອງອົງການໄອຍະການສູງສຸດ ແລະສານປະຊາຊົນສູງສຸດ ເຊິ່ງລາຍລະອຽດແນວໃດນັ້ນ ເຊີນທ່ານຜູ້ອ່ານຕິດຕາມຕໍ່ ໃນມື້ຕໍ່ໄປ.

 

 

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...