Homeຂ່າວຕ່າງປະເທດທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຂອງປະເທດຫວຽດນາມຈະເດີນທາງຢ້ຽມຢາມປະເທດອາເມລິກາ

ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຂອງປະເທດຫວຽດນາມຈະເດີນທາງຢ້ຽມຢາມປະເທດອາເມລິກາ

Published on

image001

ເລຂາທິການໃຫຍ່ Nguyen Phu Trong ພົບແລະໄດ້ໃຫ້ສໍາພາດນັກຂ່າວແລະຫນັງສືພິມສະຫະລັດ: AP (Associated Press), Bloomberg News và Wall Street Journal  – Dow Jones – ພາບ: TTXVN

 ຕາມການລາຍງານຂອງພະແນກພົວພັນການຕ່າງປະເທດສູນກາງປະເທດຫວຽດນາມວັນທີ່ 03/07/2015, ໂດຍຮັບການເຊື້້ອເຊີນຂອງລັດຖະບານອາເມລິກາ ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຂອງປະເທດຫວຽດນາມຈະເດີນທາງຢ້ຽມຢາມປະເທດອາເມລິກາຢ່າງເປັນທາງການແຕ່ ວັນທີ່ 06 – 10/07/2015. ນີ້້ແມ່ນການຢ້ຽມຢາມຄັ້ງທໍາອິດຂອງເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ແມ່ນການຢ້ຽມຢາມປະຫວັດສາດທີ່ບັນດາຜູ້ນໍາປະເທດອາເມລິກາຈະໃຫ້ການຮັບຕ້ອນຢ່າງສົມກຽດຕາມພີທິການ ຮັບຕ້ອນຜູ້ນໍາສູງສຸດ ແຫ່ງປະເທດ. ບັນດາຜູ້ນໍາປະເທດອາເມລິກາຖືວ່ານີ້້ແມ່ນໂອກາດສໍາຄັນເພື່ອຫາ ລືກ່ຽວກັບບັນດາຜົນງານໃນ ສາຍພົວພັນລະຫວ່າງປະເທດອາເມລິກາ ແລະ ປະເທດຫວຽດນາມ ໃນໄລຍະ 20 ປີຜ່ານມາ ແລະ ໃນຊ່ວງປີຕໍ່ໄປ.

ໃນໂອກາດນີ້, ຕາມມູນເຊີື້ອສອງຝ່າຍຈະຫາລືກ່ຽວກັບສາຍພົວພັນຮ່ວມມືໃນ 9 ບັນຫາຫຼັກ ເຊັ່ນ: ການເມືອງ, ຄວາມສະຫງົບ, ການສຶກສາ, ສິ່ງແວດລ້ອມ ແລະ ຫຼາຍບັນຫາສໍາຄັນອື່ນໆກໍ່ ໄດ້ຫາລືນໍາກັນ. ສື່ມວນຊົນຂອງຫຼາຍປະເທດໃນໂລກໃຫ້ຮູ້ວ່າທ່ານຫງວຽນຟູຈ້ອງພ້ອມຄະນະທີມງານຮ່ວມ ເດິນທາງຈະພົບ ປະກັບບັນດາຄູ່ຮ່ວມມືອາເມລິກາໃນທຸກໆບັນຫາຮ່ວມມືຮ້ອບດ້ານ ແລະ ຫວັງວ່າການເດີນ ທາງ ຢ້ຽມຢາມ ປະເທດອາເມລິກາເທື່ອນີ້ຈະເປີດເສ້ັນທາງໃໝ່ໃຫ້ແກ່ສອງປະເທດໃນອະນາຄົດ.

ຄຽງຄູ່ກັບເວລາ, ສາຍພົວພັນລະຫວ່າງປະເທດອາເມລິກາ ແລະ ປະເທດຫວຽດນາມໄດ້ເອົາໃຈໃສ່ຂະ ຫຍາຍສູ່ບາດກ້າວໃຫມ່. ສິ່ງເຫຼົ່ານີ້ບໍ່ພຽງແຕ່ເຮັດໃຫ້ປະເທດອາເມລິກາມີສົມໜ້າໃໝ່ແຕ່ກໍ່ຍັງເຮັດໃຫ້ຫວຽດ ນາມ ຊູກຍຸໄວກວ່າຂະບວນການເຊື່ອມໂຍງກັບສາກົນ, ຊ່ວຍເສດຖະກິດຂອງຫວຽດນາມຂະຫຍາຍ ແລະ ຊ່ວຍການ ພົວພັນລະຫວ່າງຫວຽດນາມກັບບັນດາອົງການສາກົນ, ສູນກາງເສດຖະກິດ – ການເງິນໂລກ ກາຍເປັນໃກ້ຊິດ ແລະມີປະສິດທິຜົນຫຼາຍກວ່າເກົ່າ

ສາຍພົວພັນທາງດ້ານເສດຖະກິດສຶບຕໍ່ເປັນຈຸດເດັ່ນໃນສາຍພົວພັນລະຫວ່າງສອງປະເທດ. ປະເທດ ອາເມລິກາສຶບຕໍ່ເປັນຄູ່ຮ່ວມມືທາງດ້ານເສດຖະກິດ ແລະ ເປັນຕະຫຼາດຂາອອກຊັ້ນໜື່ງຂອງປະເທດຫວຽດ ນາມ, ພິເສດມູນຄ່າການຄ້າສອງປະເທດໃນປິ 2014 ບັນລຸ 35 – 36 ຕື້ USD, ໃນນັ້ນປະ ເທດຫວຽດນາມສົ່ງອອກໄປອາເມລິກາປະມານ 28 ຕື້ ກ່ວາ USD ເພິ່ມຂຶ້ນ 19% ທຽບໃສ່ປີ 2013. ຄຽງຄູ່ກັນນັ້ນ, ປະເທດອາເມລິກາເປັນປະເທດລົງທຶນລາຍໃຫຍ່ ແລະ ຢືນຢູ່ລໍາດັບທີ່ 7 ໃນບັນດາ ປະເທດລົງທຶນຢູ່ຫວຽດນາມ, ລົງທຶນ 700 ໂຄງການດ້ວຍມູນຄ່າການລົງທຶນປະມານ 10,7 ຕື້ USD ຍັງບໍ່ທັນໄລ່ການລົງທຶນຂອງວິສາຫະກິດອາເມລິກາຜ່ານປະເທດທີ່ສາມ. ໃນຂອບການພົບປະຫາລືລວມ, ສອງຝ່າຍໄດ້ຕົກລົງບັນດາຄວາມເປັນໄປທີດີໃນການພົບປະຫາລືກຽ່ວກັບສັນຍາຄູ່ຮ່ວມມືອາຊີອາຊີຟີກ(TPP)

ການພົວພັນປ້ອງກັນຊາດ – ປ້ອງກັນຄວາມສະຫງົບລະຫວ່າງສອງປະເທດກໍ່ໄດ້ຊຸກຍູ້, ປະເທດອາເມກາໄດ້ປະກາດຢ່າງເປັນທາງການຍົກເລິກສ່ວນໜື່ງຄໍາສັ່ງຫ້າມຂາຍອາວຸດກໍ່ການບາດເຈັບ ໃຫ້ແກ່ປະເທດຫວຽດນາມ. ສອງຝ່າຍ ກໍ່ມີການຮ່ວມມື, ປະສາມສົມທົບຢູ່ໃນເວທີຫຼາຍຝ່າຍໃນພາກພື້ນ ແລະ ສາກົນຢ່າງມີປະສິດທິຜົນ.

ໃນໄລຍະຕໍ່ໜ້າ, ສອງຝ່າຍຈະສຶບຕໍ່ຊູກຍູ້ຜັນຂະຫຍາຍ 9 ໂຂງເຂດບຸລິມະສິດຂອງການພົວພັນ ຄູ່ຮ່ວມມືຮອບດ້ານຄື: ການເມືອງ, ເສດຖະກິດ, ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ວິທະຍາສາດ ແລະເຕັກໂນໂລຊີ, ການສຶກສາ, ພົບປະແລກປ່ຽນຂອງປະຊາຊົນ ແລະບັນດາບັນຫາຕ່າງໆຢ່າງມີປະສິດ ທິຜົນ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...