spot_img
Homeຂ່າວພາຍ​ໃນຍີ່ປຸ່ນອະນຸມັດງົບຊ່ວຍເຫລືອລາວ 1.3 ກວ່າຕື້ເຢັນ

ຍີ່ປຸ່ນອະນຸມັດງົບຊ່ວຍເຫລືອລາວ 1.3 ກວ່າຕື້ເຢັນ

Published on

11713896_1462441440739272_7316850096850536199_o

(ຂປລ) ໃນວັນທີ 4 ກໍລະກົດນີ້ ທີ່ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ, ທ່ານ ທອງສິງ ທຳມະວົງນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ 7 ພາຍໃຕ້ການເປັນປະທານຂອງ ທ່ານ ຊິນໂຊະອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ແລະ ມີທ່ານນາຍົກລັດຖະມົນຕີຈາກປະເທດແມ່ນ້ຳຂອງຄື: ນາຍົກລັດຖະມົນຕີສົມເດັດ ຮຸນເຊັນແຫ່ງຣາຊະອານາຈັກກຳປູເຈຍ, ປະທານາທິບໍດີ ອູເທນເຊນແຫ່ງປະເທດມຽນມາ, ນາຍົກລັດຖະມົນຕີປະຍຸດຈັນໂອຊາ ແຫ່ງຣາຊະອານາຈັກໄທ ແລະ ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມເຂົ້າຮ່ວມ.
ບັນດາຜູ້ນຳປະເທດແມ່ນ້ຳຂອງ ແລະ ຍີ່ປຸ່ນໄດ້ຕີລາຄາສູງຄວາມຄືບໜ້າ ແລະ ຜົນສຳເລັດໃນການຈັດຕັ້ງຜັນຂະຫຍາຍຖະແຫລງການຮ່ວມຂອງກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ 6 ຜ່ານມາ ເຊິ່ງໄດ້ຈັດຕັ້ງປະຕິບັດແຜນຍຸດທະສາດໂຕກຽວ 2013-2015 ໂດຍສະເພາະບັນດາໂຄງການ ແລະ ແຜນງານຕ່າງໆໃນສາມເສົາຄ້ຳການຮ່ວມມື: ການເສີມຂະຫຍາຍການເຊື່ອມຈອດ, ພັດທະນາຮ່ວມກັນ ແລະຮັບປະກັນຄວາມມັ້ນຄົງຂອງມະນຸດ ແລະ ຄວາມຍືນຍົງຂອງສະພາບແວດລ້ອມ.
ພ້ອມດຽວກັນນັ້ນ ບັນດາຜູ້ນຳຍັງໄດ້ຫາລືທິດທາງການຮ່ວມມືໃນຕໍ່ໜ້າ ແລະ ຮັບຮອງເອົາແຜນຍຸດທະສາດໂຕກຽວປີ 2015 (2016-2018) ເພື່ອສຸມໃສ່ສີ່ເສົາຄ້ຳການຮ່ວມມື: ຄວາມພະຍາຍາມທາງດ້ານໂຄງລ່າງສຳລັບການພັດທະນາພື້ນຖານໂຄງລ່າງທາງດ້ານອຸດສາຫະກຳໃນພາກພື້ນແມ່ນ້ຳຂອງ ແລະ ເສີມຂະຫຍາຍການເຊື່ອມຈອດໃຫ້ເປັນຮູບປະທຳ, ການປະສານງານກັບບັນດາອົງການຈັດຕັ້ງຕ່າງໆໂດຍລັດຖະບານຍີ່ປຸ່ນໄດ້ປະກາດໃຫ້ການຊ່ວຍເຫລືອດ້ານງົບປະມານໃຫ້ແກ່ບັນດາປະເທດແມ່ນ້ຳຂອງມູນຄ່າ 750 ຕື້ເຢັນເພື່ອຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານຕ່າງໆຂອງຂອບການຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນໃນສາມປີຕໍ່ໜ້າ.
ໃນໂອກາດດັ່ງກ່າວນີ້, ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ປະກອບຄຳຄິດຄຳເຫັນຢ່າງຫ້າວຫັນໂດຍຕີລາຄາສູງຕໍ່ຜົນສຳເລັດການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆທີ່ສປປ.ລາວໄດ້ຮັບການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນເຊັ່ນ: ໂຄງການປັບປຸງເສັ້ນທາງຫລວງໝາຍເລກ 9, ໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວັດໄຕ, ໂຄງການພັດທະນາລະບົບສາຍສົ່ງໄຟຟ້າພາກໃຕ້ ແລະ ໂຄງການອື່ນໆ ເຊິ່ງໂຄງການດັ່ງກ່າວນີ້ບໍ່ພຽງແຕ່ໄດ້ປະກອບສ່ວນເຂົ້າໃນການເຊື່ອມຈອດລະຫວ່າງປະເທດແມ່ນ້ຳຂອງເທົ່ານັ້ນແຕ່ຍັງເປັນການສ້າງພື້ນຖານໂຄງລ່າງໃຫ້ແກ່ການເຊື່ອມຈອດຂອງພາກພື້ນ ແລະອ າຊຽນອີກດ້ວຍ.
ພ້ອມດຽວກັນ ທ່ານ ນາຍົກລັດຖະມົນຕີຍັງໄດ້ເຂົ້າຮ່ວມກິດຈະກຳຕ່າງໆທີ່ຈັດຂຶ້ນໃນໄລຍະກອງປະຊຸມສຸດຍອດຄັ້ງນີ້ເຊັ່ນເຂົ້າຮ່ວມເວທີພົບປະດ້ານເສດຖະກິດລະດັບສູງ 5 ປະເທດແມ່ນ້ຳຂອງ ແລະ ຍີ່ປຸ່ນໃນວັນທີ 3 ກໍລະກົດໂດຍມີນັກທຸລະກິດຍີ່ປຸ່ນປະມານ 1 ພັນຄົນເຂົ້າຮ່ວມ ແລະ ພົບປະກັບປະທານສະຫະພັນທຸລະກິດ ແລະ ປະທານສະພາການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ ເຊິ່ງທ່ານນາຍົກພວກເຮົາໄດ້ສະເໜີບັນດາຂະແໜງການທີ່ມີທ່າແຮງສຳລັບການລົງທຶນ ແລະ ການສ້າງພະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດຢູ່ສປປ.ລາວ ພ້ອມເຊີນຊວນນັກລົງທຶນ ແລະ ນັກທຸລະກິດຍີ່ປຸ່ນມາລົງທຶນແລະດຳເນີນທຸລະກິດຢູ່ສປປ.ລາວໃຫ້ຫລາຍຂຶ້ນ.
ນອກນີ້ສປປ.ລາວຍັງໄດ້ລົງນາມຮັບເອົາການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນສຳລັບໂຄງການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຫລັງສົງຄາມມູນຄ່າ 845 ລ້ານເຢັນ ແລະ ໂຄງການຊ່ວຍເຫລືອນອກໂຄງການມູນຄ່າ 500 ລ້ານເຢັນລວມມູນຄ່າທັງໝົດ 1.345 ຕື້ເຢັນ(ໜຶ່ງຕື້ສາມຮ້ອຍສີ່ສິບຫ້າລ້ານເຢັນ) ຫຼືປະມານ 89.24 ຕື້ກີບ(ແປດສິບເກົ້າຕື້ສອງຮ້ອຍສີ່ສິບກວ່າຕື້ກີບ) ເຊິ່ງການຊ່ວຍເຫລືອໃນຄັ້ງນີ້ຈະປະກອບສ່ວນອັນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຢູ່ສປ.ລາວ ແລະ ຕອບສະໜອງໃຫ້ແກ່ການຮັບປະກັນຄວາມໝັ້ນຄົງຂອງມະນຸດໂດຍລວມ.
ພາບ: M2,3
ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)