Homeຂ່າວພາຍ​ໃນສສຊ ໃຫ້ຂໍ້ຄິດເຫັນຫລາຍດ້ານ ຕໍ່ບົດລາຍງານລັດຖະບານ

ສສຊ ໃຫ້ຂໍ້ຄິດເຫັນຫລາຍດ້ານ ຕໍ່ບົດລາຍງານລັດຖະບານ

Published on

11665769_1462444357405647_5906421192200352680_n

ຂປລ. ການດຳເດີນກອງປະຊຸມສະໄໝສາມັນເທື່ອ 9 ຂອງສະພາແຫ່ງຊາດຊຸດທີ VII ໃນມື້ທີ ສາມ ຂອງວັນທີ 3 ກໍລະກົດ 2015, ບັນດາສະມາຊິກສະພາແຫ່ງຊາດ ສສຊ ທຸກເຂດເລືອກຕັ້ງ ໄດ້ສືບ ຕໍ່ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ ບົດລາຍງານຂອງລັດຖະບານ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2014-2015, ແຜນງົບປະມານແຫ່ງລັດ ແລະ ແຜນນະໂຍບາຍເງິນຕາ ດ້ວຍບັນຍາກາດຟົດ ຟື້ນດີ.
ບັນດາ ສສຊ ເຂດເລືອກຕັ້ງຕ່າງໆ ໄດ້ສະເໜີຂໍ້ຄິດເຫັນຫລາຍດ້ານ ແລະ ລົງເລິກ ການຕີລາຄາ ຜົນສຳເລັດ-ຂໍ້ຄົງຄ້າງຂອງລັດຖະບານ ໃນການຈັດຕັ້ງປະຕິບັດວຽກງານໃນແຕ່ລະຂົງເຂດ ເຖິງວ່າ ເສດ ຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສະເລ່ຍລາຍຮັບຂອງປະຊາຊົນເພີ່ມຂຶ້ນທຸກປີ ແລະ ການພັດທະ ນາດ້ານອື່ນໆໄດ້ຮັບໝາກຜົນສູງສົມຄວນ ແຕ່ບັນດາ ສສຊ ຍັງເຫັນວ່າມີຫລາຍດ້ານທີ່ຄວນປັບປຸງແກ້ ໄຂ ບໍ່ວ່າໃນຂົງເຂດເສດຖະກິດ ແລະ ວັດທະນະທຳ-ສັງຄົມ. ດັ່ງທີ່ທ່ານນາງ ຄຳພອນ ພິມມະຈັນ ສສຊ ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ຍົກໃຫ້ເຫັນ ບັນຫາດ້ານໂພສະນາການຢູ່ພາຍໃນແຂວງ ໂດຍສະ ເພາະປະຊາຊົນຢູ່ເຂດຫ່າງໄກສອກຫລີກ ການຂາດສານອາຫານເດັກນ້ອຍແມ່ນຍັງສູງ, ລວມທັງມາດ ຕະຖານ ການຕຳ່, ເຕ້ຍ ແລະ ການເສຍຊີວິດຂອງແມ່ ແລະ ເດັກກໍຍັງສູງ, ພ້ອມດຽວກັນນັ້ນ ການປະຕິ ບັດໂຄງການອາຫານກາງວັນ ກໍຍັງບໍ່ທັນໄດ້ດີເທົ່າທີ່ຄວນ.
ທ່ານ ບຸນປັນ ດວງລາຕີ ສສຊ ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ໄດ້ຊີ້ໃຫ້ເຫັນ ບັນຫາການ ກຳນົດເປັນຈຸດໜຶ່ງໃນການຜະລິດເຂົ້າ(ໂຄງການຄ້ຳປະກັນດ້ານສະບຽງອາຫານຂອງລັດຖະບານ)ໂດຍລວມແມ່ນມີຄວາມເໝາະສົມ ເພາະປະຊາຊົນເຂດນັ້ນສ່ວນໃຫຍ່ມີອາຊີບເຮັດນາ ພາຍຫລັງມີການບຸກ ເບີກເນື້ອທີ່ ແລະ ດຳເນີນການຜະລິດເຂົ້າເຫັນວ່າໄດ້ຮັບຜົນດີ ແຕ່ບັນຫາລາຄາແມ່ນບໍ່ດີປານໃດ ເພາະ ພາກລັດ ຍັງບໍ່ທັນເອົາໃຈໃສ່ຄຸ້ມຄອງ, ອີກດ້ານໜຶ່ງແມ່ນຕົ້ນທຶນການຜະລິດເຂົ້າກໍຍັງສູງ, ນອກນີ້ ກໍຍັງ ຍົກໃຫ້ເຫັນ ການພັດທະນາຂົງເຂດວັດທະນະທຳ-ສັງຄົມ ໂດຍສະເພາະໃນຂະແໜງສາທາລະນະສຸກ ມີ ຫາງສຽງຈາກປະຊາຊົນວ່າ ຜູ້ທຸກຍາກໃນຊົນນະບົດບໍ່ໄດ້ຮັບການບໍລິການ ຢ່າງເໝາະສົມ ເຊິ່ງເປັນບັນ ຫາຊ້ຳເຮື້ອ ສະເໜີ ໃຫ້ລັດຖະບານແກ້ໄຂ.
ທ່ານນາງ ດຣ. ສຸວັນເພັງ ບຸບຜານຸວົງ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ໃຫ້ ທັດສະນະວ່າ: ຜ່ານມາລັດຖະບານ ໄດ້ມີຍຸດທະສາດພັດທະນາສ້າງສາປະເທດຊາດຢ່າງວ່ອງໄວ ໂດຍ ນຳໃຊ້ທ່າແຮງຊັບພະຍາກອນທຳມະຊາດ ທີ່ມີຢູ່ດ້ວຍຜົນສຳເລັດ ແຕ່ມາຮອດປັດຈຸບັນ ຄວນພິຈາລະນາ ໃຫ້ຖີ່ຖ້ວນວ່າຈະຕ້ອງນຳໃຊ້ທ່າແຮງທີ່ຮັບປະກັນ ທາງດ້ານເສດຖະກິດ, ຄວາມຍືນຍົງ ແລະ ຍາວນານ ເຊິ່ງພາກລັດ ຕ້ອງປັບປຸງລະບົບການຄຸ້ມຄອງໃຫ້ດີທີ່ສຸດ ກ່ອນກ້າວສູ່ໄລຍະການພັດທະນາເສດຖະກິດ ຄັ້ງທີ 8 ເພື່ອນຳປະເທດຫລຸດພົ້ນຈາກຄວາມດ້ອຍພັດທະນາໃນປີ 2020. ພ້ອມນີ້ ໄດ້ສະເໜີ ໃຫ້ລັດຖະ ບານ ເລັ່ງແກ້ໄຂບັນຫາຫຍຸ້ງຍາກ ການເກັບລາຍຮັບເຂົ້າງົບປະມານ, ການຈັດສັນງົບປະມານລາຍຈ່າຍ ໃຫ້ມີຄວາມລະອຽດ, ການວາງແຜນພັດທະນາເສດຖະກິດ-ສັງຄົງ ຕ້ອງຄວບຄູ່ກັບການນຳໃຊ້ງົບປະ ມານ ທີ່ເໝາະສົມ. ສ່ວນທະນາຄານ ກໍໄດ້ມີຄວາມພະຍາຍາມສູງ ໃນການຄຸ້ມຄອງດ້ານການເງິນ ໂດຍ ສະເພາະແມ່ນການປ່ອຍສິນເຊື່ອແກ່ການຜະລິດ ແລະ ການພັດທະນາອື່ນໆ ເຫັນວ່າໄດ້ດີແຕ່ຄວນ ເອົາໃຈໃສ່ກົນໄກເກັບກູ້ໜີ້ສິນ ໃຫ້ເປັນລະບົບ ແລະ ມີປະສິດທິຜົນກວ່າເກົ່າ.
ການປະກອບຄຳເຫັນຂອງ ສສຊ ໃນວັນດັ່ງກ່າວ ຫລາຍເຂດເລືອກຕັ້ງໄດ້ຮຽກຮ້ອງໃຫ້ ລັດຖະ ບານ ເອົາໃຈໃສ່ວຽກງານສົ່ງເສີມການຜະລິດເປັນສິນຄ້າຕື່ມອີກ ເຊິ່ງເນັ້ນໃຫ້ມີການສົ່ງເສີມໃນທຸກດ້ານ, ທັງເພີ່ມທະວີການຄຸ້ມຄອງຂະບວນນຳເຂົ້າສິນຄ້າທີ່ບໍ່ຖືກຕ້ອງ ຕົວຢ່າງ ການຜະລິດກະສິກຳປູກຝັງສິນ ຄ້າບາງປະເພດມີຄວາມຫຍຸ້ງຍາກດ້ານຕະຫລາດ ເປັນຕົ້ນ ສາລີຂາຍຍາກ, ຢາງພາລາຕົກຕ່ຳໃນພາກ ເໜືອ ແລະ ສິນຄ້າປະເພດອື່ນໆ ທີ່ຈະຕ້ອງໄດ້ຮັບການແກໄຂຈາກພາກລັດໃຫ້ເໝາະສົມໃນຕໍ່ໜ້າ.
ຂ່າວ:ຣາດຊະວົງ
ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...