Homeຂ່າວພາຍ​ໃນທ່ານຮອງ​ນາ­ຍົກ ຕ້ອນ­ຮັບ​ທູດ​ສິງ­ກະ­ໂປ ຢ້ຽມ​ຂ່ຳ­ນັບ

ທ່ານຮອງ​ນາ­ຍົກ ຕ້ອນ­ຮັບ​ທູດ​ສິງ­ກະ­ໂປ ຢ້ຽມ​ຂ່ຳ­ນັບ

Published on

ທ່ານຮອງ​ນາ­ຍົກ ຕ້ອນ­ຮັບ​ທູດ​ສິງ­ກະ­ໂປ ຢ້ຽມ​ຂ່ຳ­ນັບ

 

ທ່ານ ສົມ​ສະ­ຫວາດ ເລັ່ງ​ສະຫວັດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ໃຫ້​ກຽດ​ຕ້ອນ­ຮັບ​ການ​ເຂົ້າຢ້ຽມ​ຂ່ຳ­ນັບຂອງ​ທ່ານນາງ Kang Siew Keng ເອກ​ອັກ​ຄະລັດ​ຖະ​ທູດ ປະ­ເທດ​ສິງ­ກະ­ໂປ ຄົນໃໝ່​ ປະ­ຈຳ​ລາວ ໃນ​ຕ່ອນ​ບາຍວັນ​ທີ 21 ມີ­ນາ 2013 ​ທີ່​ສຳ­ນັກງານ​ຫ້ອງ​ວ່າ­ການ​ລັດ­ຖະ­ບານ.

ທ່ານ​ຮອງ​ນາ­ຍົກ​ລັດ​ຖະ​ມົນຕີ ໄດ້​ໃຫ້­ການ​ຕ້ອນ­ຮັບ​ອັນ​ອົບ​ອຸ່ນ ສະ­ແດງ​ຄວາມ​ຍ້ອງ­ຍໍ-ຊົມ­ເຊີຍຕໍ່ການເດີນ­ທາງ​ມາ​ປະ­ຕິ­ບັດ​ໜ້າທີ່​ອັນ​ສຳ­ຄັນ ແລະ ມີ​ກຽດ​ຂອງທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຊິ່ງ​ຖື​ເປັນ​ການຮັດ​ແໜ້ນ​ສາຍ​ພົວ­ພັນ​ຮ່ວມ​ມື​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນໃຫ້​ນັບ​ມື້​ເຕີບ​ໃຫຍ່​ຂະຫຍາຍ​ຕົວ​ເຂັ້ມ­ແຂງເປັນ​ກ້າວໆ ລາວ-ສິງ­ກະ­ໂປ ມີ​ການ​ຮ່ວມ​ມືກັນ​ໃນ​ຫຼາຍ​ດ້ານ​ ເປັນ­ຕົ້ນ​ແມ່ນວຽກ​ງານ​ສຶກ​ສາ​ທິ​ການ ໂດຍການ​ໃຫ້​ທຶນ​ນັກ​ສຶກ​ສາ​ລາວ ​ໄປຮຽນ​ຕໍ່​ຢູ່​ປະ­ເທດ​ສິງ­ກະ­ໂປ ໃນຫຼາຍ​ລະ­ດັບ​ຢ່າງ​ເປັນ​ປົກ­ກະ­ຕິ ແລະ ວຽກ​ງານ​ສາ­ທາ­ລະ­ນະ​ສຸກ ເນື່ອງ​ຈາ​ກວ່າ​ປະ­ເທດ​ສິງ­ກະ­ໂປ​ ມີ​ຄວາມ​ກ້າວ­ໜ້າ​ທາງ​ດ້ານ​ເຕັກ ໂນໂລ​ຊີ​ການ​ແພດ​ຂັ້ນ​ສູງ ໂອກາດ​ນີ້ ທ່ານ​ເອກ​ອັກ​ຄະ​ລັດ​ຖະທູດ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່ການຕ້ອນ­ຮັບ​ອັນ​ອົບ​ອຸ່ນ​ຂອງ​ພັກ-ລັດ­ຖະ­ບານ​ລາວ ຕະ­ຫຼອດ​ຮອດປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ແລະ ຢືນ­ຢັນ​ຈະ​ຕັ້ງ­ໜ້າ​ປະ­ຕິ­ບັດ​ໜ້າ­ທີ່ທາງ​ການ​ທູດ ​ເພື່ອ​ເສີມ​ຂະ­ຫຍາຍສາຍ​ພົວ­ພັນ​ລະ­ຫວ່າງ​ສອງ​ປະເທດ ລາວ-ສິງ­ກະ­ໂປ ໃຫ້​ບັນ­ລຸເປົ້າ​ໝາຍ​ທີ່​ລັດ­ຖະ­ບານ​ທັງ​ສອງວາງ​ໄວ້​ ປະ­ກົດ​ຜົນ​ເປັນ​ຈິງ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...