spot_img
Homeຂ່າວເຫດການກອງປະຊຸມໃຫຍ່ຄັ້ງທີ V ອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ໄຂຂຶ້ນຢ່າງເປັນທາງການ!

ກອງປະຊຸມໃຫຍ່ຄັ້ງທີ V ອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ໄຂຂຶ້ນຢ່າງເປັນທາງການ!

Published on

meeting

ກອງປະຊຸມໃຫ້ຍ່ຄັ້ງທີ 5ຂອງອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ໄຂຂຶ້ນ ຢ່າງເປັນທາງການໃນວັນທີ 2ກໍລະກົດນີ້,ທີ່ສະຖາບັນຄົ້ນຄວ້າກະສິກຳແຫ່ງຊາດ,ຢູ່ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຮອງນາຍົກລັດຖະ ມົນຕີ ສົມສະຫວາດ ເລັ່ງສະຫວັດ,ແລະ ພະນັກງານສະມາຊິກພັກກະ ຊວງດັ່ງ ກ່າວເຂົ້າຮ່ວມຢ່າງ ພ້ອມພຽງ.

ທ່ານ ວິໄລວັນ ພົມເຂ,ກຳມະການສູນກາງພັກ, ເລຂາຄະນະພັກໄດ້ກ່າວປາ ໃສ່ເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍສຳຄັນຢ່າງຍິ່ງ, ເພາະພວກເຮົາຈະໄດ້ປະກອບ ຄຳເຫັນຢ່າງກວ້າງ ຂວາງຕໍ່ບົດລາຍງານການເມືອງ, ຕີລາຄາຄືນການພັດທະນາວຽກງານກະສິກຳໃນໄລຍະ 5 ຜີຜ່ານມາ ( 2011-2015 ), ພ້ອມ

ທັງວາງທິດທາງແຜນການພັດທະນາກະສິກຳໄລຍະໃໝ່ ( 2016- 2020 ) ແລະ ຜ່ານບົດສຳຫຼວດການນຳພາລວມຂອງຄະ ນະບໍລິຫານງານພັກ, ແນ່ໃສ່ເຮັດໃຫ້ບົດລາຍງານການເມືອງ ແລະ ທິດທາງໜ້າທີ່ຂອງຄະນະພັກກະຊວງທີ່ຈະສະເໜີຜ່ານ ກອງປະຊຸມຄັ້ງນີ້ສ່ອງແສງໄດ້ຢ່າງສັງລວມເຖິງສະຕິປັນຍາ ແລະ ຜົນງານການຊີ້ນຳນຳພາຂອງຄະນະພັກກະຊວງຢ່າງແທ້ຈິງ, ພ້ອມນັ້ນກອງປະຊຸມຍັງຈະໄດ້ຄັດ ເລືອກຄະນະບໍລິຫານງານພັກຊຸດໃໝ່, ເລືອກຕັ້ງຄະນະປະຈຳ, ຮັບຮອງເອົາເລຂາ ແລະ ຮອງເລຂາຄະນະພັກ, ເລືອກຕັ້ງປະທານ ແລະ ຮອງປະທານກວດກາພັກ ແລະ ຕົວແທນຄະນະພັກກະຊວງເຂົ້າຮ່ວມ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ຈາກນັ້ນກໍຈະໄດ້ຮັບຟັງການໂອ້ລົມຂອງຄະນະພັກຂັ້ນເທິງອີກດ້ວຍ.

ໂອກາດນີ້ ລັດຖະມົນຕີວ່າການກະຊວງກະສິກຳຍັງໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານກະສິກຳໃນໄລ ຍະຜ່ານມາ, ຊຶ່ງມີອັນພົ້ນເດັ່ນຫຼາຍດ້ານຄື: ເຮັດໃຫ້ການຂະຫຍາຍຕົວຂອງຂະແໜງກະສິກຳ ແລະ ປ່າໄມ້ຢູ່ໃນລະດັບສະເລ່ຍ 2,8 ຫາ 3,1% ຕໍ່ປີ, ລວມຍອດພະລິດຕະພັນພາຍໃນ (GDP) ຂອງຂະແໜງການບັນລຸໄດ້ຕາມແຜນການ 24 % ປະກອບສ່ວນສຳຄັນເຂົ້າໃນການຂະຫຍາຍຕົວຂອງ GDP ລວມຂອງປະເທດ, ເພີ່ມຂຶ້ນບໍ່ຫລຸດ 8% ຕໍ່ປີ, ການຜະລິດເຂົ້າເພີ່ມຂຶ້ນຢ່າງຕໍ່ເນືອງຈາກ 3,06 ລ້ານໂຕນໃນສົກປີ 2010-2011 ມາ ເປັນ 4 ລ້ານໂຕນໃນສົກປີ 2013- 2014 ແລະ ຄາດວ່າສົກປີ 2014 – 2015 ນີ້ຈະບັນລຸໄດ້ 4,2 ລ້ານໂຕນຖ້າສະພາບອາກາດບໍ່ມີການປ່ຽນແປງ, ສາມາດສະໜອງທາດຊີ້ນ, ປາ, ໄຂ່ ໃຫ້ແກ່ສັງຄົມໄດ້ 360.000 ໂຕນ, ທຽບໃສ່ແຜນການປີປະຕິບັດໄດ້ 100%, ທຽບໃສ່ແຜນການ 5 ປີ ບັນລຸໄດ້ 95%, ອັດຕາການບໍລິໂພກຊີ້ນ, ປາ, ໄຂ່ ໂດຍສະເລ່ຍບັນລຸໄດ້   51 ກິໂລຕໍ່ຄົນຕໍ່ປີ, ບັນລຸຕາມແຜນທີ່ວາງ ໄວ້, ນອກຈາກການຜະລິດສະບຽງອາຫານແລ້ວ, ການສົ່ງເສີມການຜະລິດເປັນສິນຄ້າກໍຖືວ່າ ມີທ່າກ້າວຂະຫຍາຍຕົວເປັນຢ່າງດີ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)