Homeຂ່າວພາຍ​ໃນສະພາສະເໜີໃຫ້ລັດຖະບານ ເຂັ້ມງວດຕໍ່ການຈັດເກັບລາຍຮັບງົບປະມານ!

ສະພາສະເໜີໃຫ້ລັດຖະບານ ເຂັ້ມງວດຕໍ່ການຈັດເກັບລາຍຮັບງົບປະມານ!

Published on

sapha

ຄະນະປະຈຳສະພາແຫ່ງຊາດ, ໄດ້ສະເໜີໃຫ້ລັດຖະບານປັບປຸງບັນດານິຕິກຳ ແລະ ເພີ່ມທະວີມາດຕະການເຂັ້ມງວດຕໍ່ການຈັດເກັບລາຍຮັບງົບປະມານເພື່ອໃຫ້ບັນ ລຸຕົວເລກວາງໄວ້, ພາຍຫລັງເຫັນວ່າຕົວເລກການຈັດເກັບລາຍຮັບໃນ 6 ເດືອນຕົ້ນ ປີນີ້ມີສະພາບຝຶດເຄືອງ.

ບັນຫາດັ່ງກ່າວໄດ້ຍົກຂຶ້ນໃນລະຫວ່າງການປະກອບຄຳເຫັນຂອງທ່ານນາງ ດຣ ສຸວັນເພັງ ບຸບຜານຸວົງ ຄະນະປະຈຳສະພາ, ປະທານຄະນະກຳມາທິການເສດ ຖະກິດ, ແຜນການ-ການເງິນສະພາແຫ່ງຊາດຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດໃນ 6 ເດືອນຕົ້ນສົກປີນີ້ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ໃນວັນທີ 1 ກໍລະກົດຜ່ານມາວ່າ: ຄະນະປະຈຳສະພາແຫ່ງຊາດຊົມເຊີຍໃນ ຄວາມພະຍາຍາມຂອງລັດຖະບານທີ່ໄດ້ເອົາໃຈໃສ່ຊີ້ນຳ ແລະ ຈັດຕັ້ງປະຕິບັດການຈັດເກັບລາຍຮັບໃນ 6 ເດືອນຕົ້ນປີນີ້ສາມາດປະຕິບັດໄດ້ 46,57% ຂອງແຜນການປີ ແລະ ຄາດຄະເນໝົດປີຈະບັນລຸໄດ້ 95,01% ທັງຮັບປະກັນການເບີກ ຈ່າຍເງິນເດືອນ,ເງິນອຸດໜູນະໂຍ ບາຍໃຫ້ພະນັກງານລັດຖະກອນໃນຂອບເຂດທົ່ວປະເທດ, ຮັບປະກັນການເບິກຈ່າຍບໍລິຫານຮັບໃຊ້ໃຫ້ແກ່ກົງຈັກພັກ-ລັດ, ຮັບໃຊ້ກອງປະຊຸມໃຫຍ່ອົງຄະນະພັກ 3 ຂັ້ນ ແລະ ວຽກງານບູລິມະສິດຂອງລັດອື່ນໆ, ພ້ອມທັງເປັນເອກະພາບຕໍ່ການສະເໜີດັດແກ້ງົບປະມານຂອງລັດຖະບານ, ແຕ່ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວບັນ ລຸຕາມຄາດໝາຍວາງໄວ້ສະພາແຫ່ງຊາດຂໍສະເໜີລັດຖະບານເອົາໃຈໃສ່ປັບປຸງນິຕິກຳ, ການຫັນເປັນທັນສະໄໝຂອງການ ເກັບລາຍຮັບ ເປັນຕົ້ນ: ການເກັບລາຍຮັບຈາກການນຳເຂົ້າພາຫະນະ, ສິນຄ້າຟູມເຟືອຍ, ຄ່າບໍລິການອື່ນໆໃຫ້ເປັນຮູບປະທຳ ຫລາຍຂຶ້ນ, ລວມທັງປັບປຸງກົນໄກການເກັບລາຍຮັບຈາກການຂາຍໄມ້ໃຫ້ລວມສູນເຂົ້າງົບປະມານ, ເພີ່ມທະວີການຄຸ້ມຄອງ, ຕິດຕາມກວດກາແກ້ໄຂໜີ້, ການປະມູນຈັດຊື້-ຈັດຈ້າງໃຫ້ມີປະສິດທິຜົນ, ຮັບປະກັນຄວາມໂປ່ງໃສ ແລະ ເປັນທຳ, ນອກ ຈາກນີ້ການສະເໜີຂໍດັດແກ້ເງິນເກີນແຜນຂອງທ້ອງຖິ່ນ ແມ່ນຕ້ອງໃຫ້ໄປຄຽງຄູ່ກັບລາຍຮັບເກີນແຜນຂອງງົບປະມານແຫ່ງຊາດ ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມໃນສົກປີນີ້ບັນລຸຕາມແຜນວາງໄວ້.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...