ອົງການຢູເນສໂກລະບຸ ມີເດັກນ້ອຍ 34​ ລ້ານຄົນໃນໂລກ ຕ້ອງອອກໂຮງຮຽນ ຈາກຂໍ້ຂັດແຍ່ງ ແລະ ສົງຄາມ!

logo_unesco

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ກໍລະກົດນີ້ວ່າ ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ແຫ່ງ ສະຫະປະຊາຊາດ ຫລື ຢູເນສໂກ ໄດ້ເຜີຍແຜ່ລາຍງານສະບັບໜຶ່ງ ໃນມື້ວັນທ່ີ 30 ມິຖຸນາຜ່ານມານີ້ວ່າ ຈຳນວນເດັກນ້ອຍທີ່ຈຳເປັນຕ້ອງອອກໂຮງຮຽນ ດ້ວຍເຫດຜົນຈາກຄວາມຂັດແຍ່ງໃນພື້ນທີ່ສ່ວນຕ່າງໆຂອງໂລກ ມີຈຳນວນສູງເຖິງ 34 ລ້ານຄົນ ໂດຍກຸ່ມເດັກນ້ອຍທີ່ມີຄອບຄົວທຸກຍາກ ແລະ ອາໄສໃນເຂດສົງຄາມ ຫລື ຄວາມຂັດແຍ່ງໃນຮູບແບບອື່ນທ ແມ່ນເປັນກຸ່ມທີ່ມີຄວາມສ່ຽງສູງທີ່ສຸດ ແລະ ມີອັດຕາສ່ວນການອອກຈາກລະບົບການສຶກສາ ສູງກ່ວາປະເທດທີ່ມີສັນຕິພາບເຖິງ 2 ເທົ່າ.

ນອກຈາກນີ້ ລາຍງານຍັງໄດ້ລະບຸວ່າ ເດັກນ້ອຍຍິງໃນປະເທດທີ່ມີສົງຄາມ ເກືອບ 90% ແມ່ນມີໂອກາດຖືກບັງຄັບໃຫ້ອອກຈາກໂຮງຮຽນຫລາຍທີ່ສຸດ ໂດຍສະເພາະໃນລະດັບມັດທະຍົມສຶກສາ.