ແມ່ໃຈຍັກ ຈົກລູກໃນໄສ້ອອກຂ້າ

ວັນທີ 30 ມິຖຸນາ 2015 ມີການແຊຕໍ່ ຮູບພາບແລະຂໍ້ຄວາມເທິງສັງຄົມອອນລາຍ ໂດຍລະບຸວ່າ ມີຍິງສາວຜູ້ໜຶ່ງ ໄດ້ແທ້ງລູກດ້ວຍໂຕເອງ ແລ້ວຖ່າຍຮູບລົງເຟສບຸກ ເພື່ອປະຊົດຜົວຂອງຕົນເອງ ຍ້ອນວ່າຜົວຂອງຕົນເອງນອກໃຈ ໄປມີຍິງອື່ນ.

ໃນຂໍ້ຄວາມສົ່ງຕໍ່ລະບຸວ່າ ຍິງສາວໃຈຍັກຄົນດັ່ງກ່າວ ເປັນພະນັກງານຂາຍໂທລະສັບຍີ່ຫໍ້ດັງ ຍີ່ຫໍ້ໜຶ່ງໃນສູນຈຳໜ່າຍໂທລະສັບແຫ່ງໜຶ່ງ ແລະຕາມການສັງເກດແລ້ວ ເດັກແດງທີ່ຖືກແທ້ງນັ້ນ ມີອາຍຸໃນທ້ອງປະມານ 6-8 ເດືອນ.

ຕໍ່ເຫດການດັ່ງກ່າວ ສັງຄົມອອນລາຍ ໄດ້ກ່າວປະນາມວ່າເປັນແມ່ທີ່ໃຈດຳ ໃຈຍັກ ໃຈມານທີ່ສຸດ, ຫຼາຍຄົນກໍສາບແຊ່ງ ເພາະບໍ່ຕ້ອງການໃຫ້ເກີດມີເຫດການ ອັນສະເທືອນໃຈຄືຈັ່ງຊີ້ໃນສັງຄົມ ແລະຮຽກຮ້ອງໃຫ້ເຈົ້າໜ້າທີ່ຮີບຮ້ອນ ນຳໂຕຜູ້ກ່ຽວມາດຳເນີນຄະດີ ຖານຄາຕະກຳຄົນຜູ້ໜຶ່ງ ໂດຍຕັ້ງໃຈແລະວາງແຜນໄວ້ແລ້ວ.

แท้งลูกสอง
แท้งลูก