Homeຊີວິດແລະຄວາມຮັກສັງຄົມຊົມເຊີຍ ພິການສູ້ຊີວິດ

ສັງຄົມຊົມເຊີຍ ພິການສູ້ຊີວິດ

Published on

ໃນໂລກອອນລາຍຕ່າງກໍກ່າວ ຊົມເຊີຍຕໍ່ຄົນພິການຜູ້ໜຶ່ງ ທີ່ປະກອບອາຊີບຊຸກລໍ້ຄົນພິການ ເລາະຂາຍນົມສົ້ມ ໃນເສັ້ນທາງ ໄຟແດງວິທະຍາໄລລາວ-ອາເມລິກາ ວຽງຈະເລີນ ທາດຫຼວງ ນາໄຊ ໜອງບອນ..
ຜູ້ທີ່ໄດ້ເຫັນຂ່າວຕ່າງກໍ ຍ້ອງຍໍຊົມເຊີຍວ່າ ເຖິງເກີດມາພິການ ແຕ່ບໍ່ເຄີຍຍອມຈຳນົນຕໍ່ໂຊກຊະຕາ ກົງກັນຂ້າມພັດລຸກຂຶ້ນມາສູ້ຊີວິດ ເທົ່າທີ່ເຫື່ອແຮງສາມາດເຮັດໄດ້ ນັ້ນກໍຄືເອົາລໍ້ສຳລັບຄົນພິການ ມາເປັນລໍ້ບັນທຸກກະຕິກນ້ຳກ້ອນ ທີ່ບັນຈຸນົມສົ້ມຂ້າງໃນ ແລ້ວຊຸກເລາະຂາຍຕາມແຄມທາງ ເຊິ່ງຜູ້ໃດພົບເຫັນກໍຈະຊື້ຊ່ວຍ ຍ້ອນເຫັນຄວາມອົດທົນສູ້ຊີວິດ ແລະຄິດອີ່ດູຕົນ.
11036260_977677102282909_2529043306792877482_n 11224773_977677208949565_434454021897724212_n 11659454_977677035616249_4950018720507041015_n

ບົດຄວາມຫຼ້າສຸດ

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...

ອັດຕະປື ພົບຜູ້ປະລະການຮຽນ 5,000 ກວ່າຄົນ ພ້ອມເລັ່ງຊຸກຍູ້ສູ່ຕະຫຼາດແຮງງານ

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານຈຸດບໍລິການຈັດຫາງານພາຍໃນ ແລະ ແກ້ໄຂບັນຫາຂາດແຮງງານຂອງແຂວງອັດຕະປື 6 ເດືອນຕົ້ນປີ 2026 ແລະ ແຜນສືບແກ້ໄຂບັນຫາການຂາດແຄນແຮງງານ ແລະ...

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ເລັ່ງແກ້ໄຂຫຼາຍບັນຫາ.

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 24 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...