spot_img
Homeຄວາມງາມເມັດ​ອີ່ຕູ່​ຊ່ວຍ​ໃນ​ການ​ລຸດ​ນ້ຳ​ໜັກໄດ້

ເມັດ​ອີ່ຕູ່​ຊ່ວຍ​ໃນ​ການ​ລຸດ​ນ້ຳ​ໜັກໄດ້

Published on

26_201505251629372.

      ເມັດ​ອີ່ຕູ່ ມີ​ສານ​ອາຫານ​ແລະ​ວິ​ຕາ​ມິນ​ສຳລັບ​ສຸກຂະພາບ ເປັນ​ຢາ​ລະບາຍ​ອ່ອນໆຊ່ວຍ​ເຮັດ​ຄວາມ​ສະ​ອາດ​ຝາ​ລຳ​ໄສ້  ເມັດ​ອີ່ຕູ່​ເປັນ​ລັກສະນະ​ພອງ​ຕົວ​ໃນ​ນ້ຳ ຊຶ່ງ​ມີ​ຜົນ​ໃນ​ການ​ຊ່​ວຍ​ລຸດ​ນ້ຳ​ໜັກ​ໄດ້ ເພາະ​ເມື່ອ​ເມັດ​ອີ່ຕູ່​ພອງ​ຕົວ ເຮັດໃຫ້​ກິນ​ອາຫານ​ຢ່າງ​ອື່ນ​ໄດ້​ໜ້ອຍ​ລົງ, ອິ່ມ​ດົນ, ເຮັດໃຫ້​ຫລາຍ​ຄົນ​ອາດ​ນຳ​ເມັດອີ່ຕູ່​ມາ​ກິນ​ທົດ​ແທນ​ຕອນແລງ ຫລື​ຕົວ​ຊ່ວຍ​ເວລາ​ຫິວ​ດຶກໆ ເຮັດໃຫ້​ໃນ​ແຕ່​ລະ​ມື້​ອິ່ມ​ແຕ່​ໄດ້​ພະລັງ​ງານ​ທີ່​ນ້ອຍ​ລົງ
ການ​ທີ່​ເຮົາ​ໄດ້​ພະລັງ​ງານ​ທີ່​ນ້ອຍ​ລົງ ຮ່າງກາຍ​ໃຊ້​ຫລາຍກວ່າ​ທີ່​ອາຫານ​ທີ່​ໄດ້ຮັບ ຮ່າງກາຍ​ຈະ​ດຶງ​ໄຂ​ມັນ​ສະ​ສົມ​ທີ່​ມີ​ຢູ່​ເດີມ​ອອກ​ມາ​ເຜົາ​ຜານ ຈະ​ເຮັດໃຫ້​ສາມາດ​ລຸດ​ນ້ຳ​ໜັກ​ໄດ້​ຢ່າງ​ຊ້າ​ໆ

ແນະ​ນຳ​ວ່າ​ຄວນ​ກິນ​ຕອນແລງ ໂດຍ​ໃຊ້​ເມັດ​ອີ່ຕູ່ພຽງ 1-2 ບ່ວງກະແຟ ຕໍ່​ນ້ຳ 250 ຊຶ​ຊີ (ນ້ຳ 1ຈອກ​ໃຫຍ່) ແຊ່​ເມັດອີ່ຕູ່​ໄວ້​ປະ​ມານ 30 ນາ​ທີ ເມື່ອ​ເວລາ​ຜ່ານ​ໄປ ຈະ​ເຫັນ​ວ່າ​ເມັດ​ແມງ​ລັກ​ພອງ​ຕົວ​ຫລາຍ​ຂຶ້ນ ເວລາ​ກິນ​ກໍ​ດື່ມ​ແລະ​ກິນ​ເມັດ​ອີ່ຕູ່​ທີ່​ພອງ​ແລ້ວ​ເຂົ້າໄປ

ກໍລະນີ​ທີ່​ຮູ້ສຶກ​ວ່າ​ແຊ່​ນ້ຳ​ທຳມະດາແລ້ວ​ຮູ້ສືກບໍ່ມີລົດຊາດ ສາມາດ​ປ່ຽນ​ຈາກ​ນ້ຳ​ທຳມະດາ​ເປັນ​ນ້ຳ​ຂິງ ຫລື​ນ້ຳ​ສະ​ໝຸນ​ໄພ (ບໍ່​ໃສ່​ນ້ຳ​ຕານ) ຢ່າງ​ອື່ນ​ກໍ​ໄດ້​ເຊັ່ນ​ກັນ

ເມັດອີ່ຕູ່ ມີ​ສັບ​ພະຄຸນ​ເປັນ​ຢາ​ລະບາຍ ເນື່ອງ​ຈາກ​ບໍລິເວນ​ເປືອກ​ນອກ​ຂອງ​ເມັດ​ເປັນ​ສານ​ເມືອກ​ຂາວ ແລະ​ຍັງມີ​ກາກ​ອາຫານ  ຊຶ່ງ​ຊ່ວຍ​ໃຫ້​ຜູ້​ຮັບປະທານ​ສາມາດ​ຂັບ​ຖ່າຍ​ໄດ້​ສະ​ດວກ​ຍິ່ງ​ຂຶ້ນ ໂດຍ​ເມັດອີ່ຕູ່ຈະ​ໄປ​ກະຕຸ້ນ​ປະສາດ​ທີ່​ຢູ່​ອ້ອມຮອບ ລຳ​ໄສ້​ໃຫຍ່​ສ່ວນ​ປາຍ ເຮັດໃຫ້​ເກີດ​ປວດ​ທ້ອງ​ໜັກ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...