Homeຂ່າວການສຶກສາແຈ້ງການດ່ວນ! ເລື່ອງເລື່ອນການສອບເສັງ ຊັ້ນ ມ7

ແຈ້ງການດ່ວນ! ເລື່ອງເລື່ອນການສອບເສັງ ຊັ້ນ ມ7

Published on

10347164_10153074410579022_4556368315430021554_n

ແຫຼ່ງຂ່າວຈາກກະຊວງສຶກສາທິການ ແລະກິລາ ໄດ້ເປີດເຜີຍກັບສຳນັກຂ່າວ ລາວໂພສຕ໌ເມື່ອຕອນຄ່ຳຂອງວັນທີ 26 ມິຖຸນາ 2015 ວ່າ ຂ່າວລືເລື່ອງກະຊວງສຶກສາ ສັ່ງໂຈະການສອບເສັງຊັ້ນ ມ7 ໄວ້ກ່ອນນັ້ນ ຍັງບໍ່ແມ່ນຂໍ້ມູນທີ່ເປັນທາງການເທື່ອ ແລະຂໍ້ມູນເປັນຈິງທາງການນັ້ນ ແມ່ນສູນສອບເສັງທ້ອງຖິ່ນ ບາງສູນບໍ່ພ້ອມ ເຊັ່ນອາດຈະຕິດຄັດທາງດ້ານໄພທຳມະຊາດ ຫຼືອື່ນໆ ຈຶ່ງໄດ້ເລື່ອນການສອບເສັງວິຊາ ປະຫວັດສາດແລະຄະນິດສາດ ອອກໄປເສັງໃນວັນຈັນ ວັນທີ 29 ມິຖຸນາ 2015.

ແຈ້ງການເລກທີ 2623 /ຫກ. ມຍ/2015 ອອກວັນທີ 26 ມິຖຸນາ 2015
ເຖິງ: ຫົວໜ້າພະແນກສຶສາທິການແລະກິລາ ແຂວງ/ນະຄອນຫຼວງ
ເລື່ອງ: ການຈັດຕັ້ງສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ວິຊາຄະນິດສາດ ແລະປະຫວັດສາດ ປະຈຳສົກຮຽນ 2014-2015

ຫ້ອງການກະຊວງສຶກສາທິການ ແລະກິລາ ຂໍຖືເປັນກຽດແຈ້ງໃຫ້ທ່ານຊາບວ່າ: ເນື່ອງຈາກວ່າ ມີບາງເມືອງ ມີຄວາມຫຍຸ້ງຍາກ ແລະບໍ່ທັນມີຄວາມພ້ອມ ໃນການຈັດຕັ້ງສອບເສັງບາງວິຊາ ຕາມຕາຕະລາງກຳນົດ. ສະນັ້ນ, ຈຶ່ງເລື່ອນການສອບເສັງວິຊາ ຄະນິດສາດແລະປະຫວັດສາດ ໄປໃສ່ວັນຈັນ ວັນທີ 29 ມິຖຸນາ 2015 ຄື:
– ເວລາ 9:00-11:00 ສອບເສັງວິຊາ ຄະນິດສາດ
– ເວລາ 14:00-15:30 ສອບເສັງວິຊາ ປະຫວັດສາດ
ຈຶ່ງແຈ້ງມາເພື່ອຊາບ ແລະຈັດຕັ້ງປະຕິບັດຕາມຄວາມ ເໝາະສົມ.

ໃນຂະນະທີ່ພະແນກສຶກສາ ແຂວງສະຫວັນນະເຂດແຈ້ງວ່າ ເນື່ອງຈາກຫົວບົດສອບເສັງບາງວິຊາ ໃນບາງແຂວງມີບັນບັນຫາ ຈຶ່ງຈະໄດ້ເລື່ອນການສອບເສັງ 3 ວິຊາ ຄື: ສຶກສາພົນລະເມືອງ, ປະຫວັດສາດ ແລະຄະນິດສາດ ອອກໄປເສັງໃນວັນຈັນແລະອັງຄານ ວັນທີ 29-30 ມິຖຸນາ 2015.

10559915_1623794337865266_2016202366855146357_n

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...