spot_img
Homeຄວາມງາມສາວໆ​ທີ່​ບໍ່​ມີ​ເວລາແຕ່ງ​ໜ້າຍາມ​ເຊົ້າແຕ່​ບໍ່​ຢາກ​ໜ້າ​ຈີດໄປວຽກ ຕ້ອງອ່ານ

ສາວໆ​ທີ່​ບໍ່​ມີ​ເວລາແຕ່ງ​ໜ້າຍາມ​ເຊົ້າແຕ່​ບໍ່​ຢາກ​ໜ້າ​ຈີດໄປວຽກ ຕ້ອງອ່ານ

Published on

1

1. ທາ BB ຫລື CC Cream ບໍ່​ຕ້ອງ​ເສຍ​ເວລາ​ທາ ມອຍ​ເຈີ​ໄລ​ເຊີ, ຄອນ​ຊີນ​ເລີ, ຮອງ​ພື້ນ ລືມ​ມັນ​ໄປ​ໄດ້​ເລີຍ​ພຽງ​​ທາ BB ຫລື CC cream ມັນ​ກໍ​ສາມາດ​ເຮັດ​ຫນ້າທີ່​ແທນ ມອຍ​ເຈີໄລ​ເຊີລ໌ ແຖມ​ຍັງ​ໃຫ້​ລຸກ​ສົດ​ໃສ​ສົດ​ຊື່ນ ມີ​ຊີວິດ​ຊີ​ວາ​ຄືມີ​ນ້ຳ​ມາ​ຫລໍ່​ລ້ຽງ​ຜິວ​ໄດ້​ທັນທີ

  1. ທາສີທາແກ້ມເລັກໜ້ອຍ ພຽງທາສີທາແກ້ມລົງ​ບໍລິເວນ​ເນີນ​ກະດູກ​ແກ້ມກໍ​ເຮັດໃຫ້​ເຈົ້າ​ເບິ່ງ​ປ່ຽນ​ລຸກ​ເປັນ​ສາວ​ສຸກຂະພາບ​ດີ​ຂຶ້ນ​ມາ​ໄດ້​
  2. ສ້າງ smoky eyes ງ່າຍໆໃນ​ແບບ​ຂອງ​ທ່ານ ຄວາມ​ຄິດ​ທີ່​ຈະ​ເຮັດ smoky eye ຕອນ​ເຊົ້າ ສາວໆ​ອາດ​ຄິດວ່າ​ມັນ​ຍາກແຕ່​ຖ້າ​ສາວໆ​ມີວິທີ​ທີ່​ງ່າຍໆ​​ທີ່​ເຮັດໃຫ້​ດວງ​ຕາ​ເຈົ້າ​ເບິ່ງ​ສົດ​ໃສ​ໄດ້​ໃນ​ທັນ​ທີພຽງ​ໃຊ້​ອາຍ​ໄລ​ເນີສີ​ເຂັ້ມ ເຊັ່ນ​ສີ​ນ້ຳ​ຕານ​ເຂັ້ມ​ຫລື​ດຳແຕ້ມ​ລົງ​ເທິງ​ເປືອກ​ຕາ​ແລະ​ກ້ອງ​ຕາຈາກ​ນັ້ນ​ໃຊ້ eye shadowສີ​ນ້ຳ​ຕານ​ອ່ອນໃຊ້​ແປງ​ແຕ້ມ​ອາຍ​ໄລ​ເນີໃຫ້​ງາມຄົມ
  3. ທາ​ສີ​ປາກ​ໃຫ້​ແຈ້ງ ຖ້າຕື່ນ​ສວຍ​ຈົນ​ບໍ່​ມີ​ເວລາ​ຈະ​ແຕ່ງ​ໜ້າ​ຫຍັງ​ທັງ​ນັ້ນກໍ​ທາ​ສີ​ລິບ​ແຈ້ງໆ​ໄປ​ເລີຍ​ດີກວ່າເພາະ​ມັນ​ຈະ​ເຮັດໃຫ້​ເຈົ້າ​ມີ​ຫນ້າທີ່​ສົດ​ໃສ​ຂຶ້ນ ມີ​ຈຸດ​ສົນ​ໃຈ​ໄປ​ທີ່​ຕຳແໜ່ງ​ດຽວ​ໄປ​ເລີຍນອກ​ຈາກ​ນັ້ນຍັງ​ເຮັດໃຫ້​ເບິ່ງ​ເປັນ​ຜູ້ຍິງ​ຫລາຍ​ຂຶ້ນແນະ​ນຳ​ໃຫ້​ໃຊ້​ສີ​ໂທນ​ ແດງ​ສົດ ຫລື ສົ້ມ​ສົດ​ໃສ
  4. ສີດ​ນ້ຳ​ຫອມ ຫລື ທາ​ຄີມ​ກິ່ນ​ຫອມເສຍ​ເວລາ​ສີດ​ນ້ຳ​ຫອມ​ໜ່ອຍ ເພາະ​ກິ່ນ​ໃນ​ຮ່າງກາຍກໍ​ສາມາດ​ເປັນ​ຈຸດ​ສົນ​ໃຈ​ຂອງ​ສາວໆ​ໄດ້​ເຊັ່ນ​ກັນເຖິງ​ຈະ​ໜ້າ​ເປືອຍ​ເປົ່າ ແຕ່​ຖ້າ​ມີ​ກິ່ນ​ຫອມ​ກໍ​ຍັງ​ໂອ​ເຄ​ຢູ່​

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...