spot_img
Homeຄວາມງາມວິທີ​ກັ່ນ​ຄິ້ວ​ໃຫ້​ງາມ

ວິທີ​ກັ່ນ​ຄິ້ວ​ໃຫ້​ງາມ

Published on

01_2

          ວິທີ​ກັນ​ຄິ້ວ​ໃຫ້​ງາມ ເຄັດ​ລັບ​ຄວາມ​ງາມ​ງ່າຍໆ ທີ່​ສາວໆບາງ​ຄົນ​ອາດ​ຍັງ​ບໍ່​ເຄີຍ​ຮູ້ ບອກ​ເລີຍ​ວ່າ​ສິ່ງ​ທີ່​ເຮົາ​ເອົາ​ມາ​ຝາກ​ໃນ​ມື້​ນີ້​ສາວໆສາມາດ​ເຮັດ​ເອງ​ໄດ້​ບໍ່​ຍາກ​ເລີຍ​ວິທີ​ກັນ​ຄິ້ວ​ໃຫ້​ງາມ​​ດ້ວຍ​ຕົວ​ເອງສາວໆ ສາມາດ​ເຮັດ​ໄດ້​ດັ່ງ​ນີ້
– ສິ່ງ​ທີ່​ຕ້ອງ​ກຽມ
ສໍ​ແຕ້ມຄິ້ວ, ແປງ​ປັດ​ຂົນ​ຄິ້ວ​ແບບ​ຫົວ​ກຽວ, ມີດ​ແຖ​ກັນ​ຄິ້ວ​ທີ່​ມີ​ຄວາມ​ຄົມ​ແລະ​ດ້າມ​ຈັບ​ຖະຫນັດ​ມື, ມີດຕັດສຳລັບ​ຕັດ​ຂົນ​ຄິ້ວ
ເລີ່ມ​ຈາກໃຊ້​​ສໍແຕ້ມ​​ຄິ້​ວແຕ້ມເສັ້ນ​ໂຄງ​ຄິ້ວ​ໃຫ້ເປັນ​ແນວ​ຄິ້ວ​ທີ່​ຕ້ອງ​ການ​ເສຍ​ກ່ອນຈາກ​ນັ້ນ​ໃຊ້​ແປງ​ປັດ​ຄິ້ວ​ປັດ​ຂົນ​ຄິ້ວ​ໃຫ້​ລຽງ​ຕົວ​ເປັນ​ລະບຽບ ເມື່ອ​ຂົນ​ຄິ້ວ​ລຽງ​ຕົວ​ງາມ​ແລ້ວ ໃຫ້​ໃຊ້​ແປງ​ປັດ​ຄິ້ວ​ປັດ​ຂົນ​ຄິ້ວ​ບໍລິເວນ​ຫົວ​ຄິ້ວ​ໃຫ້​ຕັ້ງ​ຂຶ້ນ ຈາກ​ນັ້ນ​ໃຫ້​ໃຊ້​ມີດຕັດ​ສຳລັບ​ຕັດ​ຂົນ​ຄິ້ວ​ເລັມ​ສ່ວນ​ປາຍ​ທີ່​ເກີນ​ອອກ​ໄປ ສ່ວນ​ບໍລິເວນ​ຫາງ​ຄິ້ວ​ໃຫ້​ໃຊ້​ແປງ​ປັດ​ຄິ້ວ​ປັດ​ຂົນ​ຄິ້ວ​ລົງ​ມາ ຈາກ​ນັ້ນ​ໃຊ້​ມີດ​ແຖ​ກັນ​ເສັ້ນ​ຂົນ​ຄິ້ວ​ທີ່​ເກີນ​ແນວ​​ສໍ​ນັ້ນ​ອອກ​ໄປ ປິດ​ທ້າຍ​ດ້ວຍ​ການ​ໃຊ້​ມີດ​ແຖ​ກັ່ນ​ຂົນ​ຄິ້ວ​ອ້ອມຮອບ ໂຄງ​ຄິ້ວ​ທີ່​ເກີນ​ອອກ​ມາ ແລະ​ຈັດການ​ເກັບ​ລາຍ​ລະອຽດ​ອ້ອມຮອບ ໃຫ້ເປັນ​ລະບຽບ ພຽງ​ເທົ່ານີ້​ສາວໆກໍ​ຈະ​ໄດ້​ຊົງ​ຄິ້ວ​ທີ່​ສວຍງາມ​ແລ້ວ​
ຮຽນ​ຮູ້​ເທັກ​ນິກ​ກັ່ນ​ຄິ້ວ​ງ່າຍໆດ້ວຍ​ຕົວ​ເອງ​ກັນ​ໄປ​ແລ້ວ ຕໍ່ໄປສາວໆກໍ​ບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄປ​ເສຍ​ເງີນ​ເຂົ້າ​ຮ້ານ​ເສີມ​ຄວາມງາມ ພຽງ​​ເອົາ​ວິທີ​ກັ່ນ​ຄິ້ວ​ນີ້​ໄປ​ໃຊ້ ຮັບຮອງ​ເລີຍ​ວ່າ​ຄິ້ວ​ຂອງ​ເຈົ້າ​ຈະ​ງາມ​​ຈົນ​ໃຜ​ໆກໍ​ຕ້ອງ​ມາ​ຖາ​ມຫາ​ເທັກ​ນິກ​ກັ່ນ​ຄິ້ວ​ຈາກ​ເຈົ້າ​ກັນ​ຢ່າງ​ແນ່ນອນ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...