Homeຂ່າວຕ່າງປະເທດຫວຽດນາມ ເຂົ້າຊ່ວຍເຫລືອໝີຄວາຍ 7 ໂຕ ຖືກລ້ຽງຮີດເອົານ້ຳບີຂາຍ ຢູ່ແຂວງກວາງນິງ!

ຫວຽດນາມ ເຂົ້າຊ່ວຍເຫລືອໝີຄວາຍ 7 ໂຕ ຖືກລ້ຽງຮີດເອົານ້ຳບີຂາຍ ຢູ່ແຂວງກວາງນິງ!

Published on

VIETNAM-ANIMAL-BEAR

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ເຈົ້າໜ້າທີ່ມູນນິທິສັດໃນຫວຽດນາມ ໄດ້ເຂົ້າຊ່ວຍເຫລືອໝີຄວາຍ ຈຳນວນ 7 ໂຕ ອອກຈາກກົງເຫລັກໃນຟາມລ້ຽງໝີແຫ່ງໜຶ່ງ ຢູ່ແຂວງກວາງນິງ ໃນວັນທີ 23 ມິຖຸນາຜ່ານມານີ້ ໂດຍໝີຈຳນວນດັ່ງກ່າວ ແມ່ນຖືກລ້ຽງເພື່ອຮີດເອົານ້ຳບີ ສຳລັບຈຳໜ່າຍໃຫ້ແກ່ຜູ້ທີ່ຕ້ອງການບໍລິໂພກ ເຊິ່ງເຊື່ອວ່າມີສັບພະຄຸນຮັກສາພະຍາດຕ່າງໆ ຕາມຕຳລາຢາບູຮານຂອງຈີນ, ແຕ່ການລ້ຽງໝີເພື່ອຮີດເອົານ້ຳບີດັ່ງກ່າວນີ້ ແມ່ນຜິດຕໍ່ກົດໝາຍຂອງຫວຽດນາມ ເຮັດໃຫ້ເຈົ້າໜ້າທີ່ເຂົ້າໄປຊ່ວຍເຫລືອ ຂົນຍ້າຍໄປສູນອະນຸຮັກສັດຂອງມູນນິທິຢ່າງປອດໄພແລ້ວ.

VIETNAM-ANIMAL-BEAR

VIETNAM-ANIMAL-BEAR

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...

ອົດສະຕາລີກຽມອອກມາດຕະການຫ້າມນັກຮຽນຕ່າງຊາດ ພາຄູ່ຄອງ-ລູກໄປອາໄສຢູ່ນຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົດສະຕາລີອອກມາດຕະການເຂັ້ມງວດໃນການກວດຄົນເຂົ້າເມືອງ ໂດຍຫ້າມນັກຮຽນຕ່າງຊາດພາຄູ່ຄອງ ແລະ ລູກຕິດຕາມໄປຢູ່ອາໄສນຳ ພ້ອມເພີ່ມຄວາມເຂັ້ມງວດການປ່ຽນປະເພດວີຊາ ເພື່ອຫວັງຈະຫຼຸດຈຳນວນຜູ້ອົບພະຍົບໃຫ້ເຫຼືອ 2.25 ແສນຄົນພາຍໃນປີ 2028. ລັດຖະບານປະເທດອົດສະຕາລີກຽມອອກມາດຕະການເຂັ້ມງວດຂອງລະບົບຄົນເຂົ້າເມືອງ ໂດຍໜຶ່ງໃນມາດຕະການສຳຄັນຄື ຫ້າມນັກຮຽນຕ່າງຊາດນຳສະມາຊິກຄອບຄົວຕິດຕາມໄປອົດສະຕາລີໃນລະຫວ່າງການຮ່ຳຮຽນ ເຊິ່ງຄາດວ່າຈະສົ່ງຜົນຕໍ່ຄູ່ຄອງ ແລະ...

ນາຍົກມີຄໍາເຫັນເນັ້ນໜັກບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ວຽກວາງເປົ້າໝາຍໃຫ້ຊັດເຈນ ເພື່ອຫັນໄປສູ່ຄວາມທັນສະໄໝ

ໃນໂອກາດກ່າວເປີດ ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນບາງຕອນວ່າ: ວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແມ່ນການປຸກລະດົມກຳລັງແຮງຂອງມະຫາຊົນ ແລະ ທຸກຊັ້ນຄົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນສ້າງການຫັນປ່ຽນໃໝ່...

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...