ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ມິຖຸນານີ້ວ່າ ບໍລິສັດ ເລໂກ້ ກຣຸບ ເຊິ່ງເປັນຜູ້ຜະລິດຂອງຫລິ້ນເດັກນ້ອຍຊື່ດັງຈາກແດນມາກ ໄດ້ປະກາດວ່າ ຈະຢຸດເຊົາໃຊ້ປາສະຕິກເປັນສ່ວນປະກອບສຳຄັນ ໃນການຜະລິດຂອງຫລິ້ນໃນອານາຄົດ ໂດຍໄດ້ກຽມເງິນທຶນສຳລັບການວິໄຈ ແລະ ພັດທະນາວັດສະດຸຊະນິດໃໝ່ ເພື່ອຈະນຳມາໃຊ້ເປັນສ່ວນປະກອບຫລັກແທນ ອັນຈະເຮັດໃຫ້ມີຄວາມເປັນມິດຕໍ່ສິ່ງແວດລ້ອມຫລາຍຂຶ້ນ.
ທັງນີ້ ບໍລິສັດ ເລໂກ້ ໄດ້ຕັ້ງເປົ້າໝາຍໃນການຄົ້ນຫາວັດສະດຸໃໝ່ ໃຫ້ສຳເລັດພາຍໃນປີ 2030 ແລະ ກຽມເປີດສູນວິໄຈ ເພື່ອຄວາມຍືນຍົງໃນປະເທດແດນມາກ ນັບຕັ້ງແຕ່ປີ 2016 ເປັນຕົ້ນໄປ ເພື່ອເປັນສະຖານທີ່ເຮັດວຽກຂອງຜູ້ຊ່ຽວຊານ ຈຳນວນຫລາຍກ່ວາ 100 ຄົນຈາກທົ່ວໂລກ ທີ່ບໍລິສັດຈະຈົກກະເປົາເງິນຂອງຕົນຈ້າງ ເພື່ອພັດທະນາໂຄງການນີ້ໂດຍສະເພາະ.