Homeຂ່າວຕ່າງປະເທດຫວຽດນາມຈັບໂຈນສະຫລັດ 8 ຄົນ ບຸກປຸ້ນເຮືອບັນທຸກນ້ຳມັນ ຢູ່ນ່ານນ້ຳທະເລຈີນໃຕ້!

ຫວຽດນາມຈັບໂຈນສະຫລັດ 8 ຄົນ ບຸກປຸ້ນເຮືອບັນທຸກນ້ຳມັນ ຢູ່ນ່ານນ້ຳທະເລຈີນໃຕ້!

Published on

558000007241201

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ມິຖຸນາຜ່ານມານີ້ວ່າ ຕຳຫລວດນ້ຳຂອງຫວຽດນາມ ໄດ້ຖະແຫລງຜົນການຈັບກຸມໂຈນສະຫລັດ 8 ຄົນ ເຊິ່ງໄດ້ເຂົ້າບຸກຍຶດເຮືອບັນທຸກນ້ຳມັນ ເອັມທີ ອໍຄິມ ຮາໂມນີ( MT Orkim Harmony) ທີ່ບັນທຸກນ້ຳມັນມາກ່ວາ 6,000 ໂຕນ ເຊິ່ງຕິດທຸງຊາດຂອງມາເລເຊຍ ໃນຂະນະທີ່ກຳລັງແລ່ນຜ່ານນ່ານນ້ຳທະເລຈີນໃຕ້ ມື້ວັນທີ 11​ ມິຖຸນາຜ່ານມາ ໂດຍເຈົ້າໜ້າທີ່ຫວຽດນາມລະບຸວ່າ ພົບຂອງກາງເປັນເງິນໂດລາສະຫະລັດຈຳນວນຫລາຍ ລວມທັງໂທລະສັບມືຖືອີກຫລາຍໜ່ວຍ ເຊິ່ງຜູ້ທີ່ຖືກຈັບກຸມເທື່ອນີ້ ບໍ່ສາມາດຊີ້ແຈງໄດ້ວ່າ ຊັບສິນດັ່ງກ່າວແມ່ນໄດ້ມາຄືແນວໃດ.

ຜູ້ທີ່ຖືກຈັບກຸມທັງໝົດແມ່ນເປັນເພດຊາຍ ອາຍຸລະຫວ່າງ 19-61 ປີ ໂດຍພວກກ່ຽວເວົ້າພາສາອິນໂດເນເຊຍ ແລະ ຄາດວ່າເປັນອາຊະຍາກອນມືອາຊີບ ທີ່ກໍ່ເຫດມາແລ້ວຫລາຍຄັ້ງ ເນື່ອງຈາກມີທ່າທີສະຫງົບນິ່ງ ພ້ອມທັງປະຕິເສດບໍ່ໃຫ້ການຮ່ວມມືໃດໆໃນການໃຫ້ປາກຄຳແກ່ເຈົ້າໜ້າທີ່ຕຳຫລວດ.

EyWwB5WU57MYnKOuXxvfFBS3ZC4vO1dasG2yQQVSfbGNDo0CtCZKAV

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...