ເລື່ອງທີ່ຂ້ອຍຈະເລົ່າສູ່ຟັງຕໍ່ໄປນີ້ ຈະວ່າໂຊກດີກໍ ແມ່ນຈະວ່າໂຊກຮ້າຍກໍແມ່ນ ແຕ່ໂດຍລວມແລ້ວກໍແມ່ນໂຊກຮ້າຍຫຼາຍກວ່າ ເພາະເຫດການມັນບໍ່ແມ່ນເລື່ອງດີ ບໍ່ມີໃຜປາຖະໜາທີ່ຈະໃຫ້ເປັນຈັ່ງຊັ້ນ. ດັ່ງນັ້ນ, ຈຶ່ງຂໍເອົາມາເລົ່າສູ່ກັນຟັງ ເພື່ອວ່າຈະເປັນບົດຮຽນແກ່ຜູ້ອ່ານ ໃຫ້ໄດ້ມີສະຕິລະມັດລະວັງໂຕຫຼາຍຂຶ້ນ.
ມື້ນັ້ນ, ຫຼັງຈາກເລີກຮຽນຈາກມະຫາວິທະຍາໄລແລ້ວ ຂ້ອຍກັບໝູ່ຜູ້ຊາຍຜູ້ໜຶ່ງທີ່ສະໜິດສະໜົມກັນດີ ໄດ້ໄປຄົ້ນຄວ້າເລື່ອງການຂຽນບົດຈົບຊັ້ນ ຢູ່ເຮືອນໝູ່ອີກຜູ້ໜຶ່ງ ຈົນເຖິງເວລາປະມານ 10 ໂມງກາງຄືນ ຈຶ່ງໄດ້ເຊົາ ແລ້ວຂ້ອຍກັບໝູ່ຜູ້ຊາຍຂອງຂ້ອຍຈຶ່່ງໄດ້ຄອບ ເພື່ອຈະຂີ່ລົດກັບເມືອບ້ານທີ່ຢູ່ເຂດທ່າງ່ອນ.
ພວກຂ້ອຍຂີ່ລົດຈັກຮອນດ້າເວັບ 100 ລັດຈາກສີ່ແຍກໄຟແດງ ຕານມີໄຊ ຜ່ານຄະນະປ່າໄມ້ (ມຊ) ຜ່ານບ້ານນາທົ່ມ, ບ້ານວຽງແກ້ວ, ໂນນແສງຈັນ, ຫ້ວຍເຕີຍ… ຕາມເສັ້ນທາງຕັດໃໝ່. ໝູ່ຂອງຂ້ອຍພາຍກະເປົາໂນດບຸກ 1 ໜ່ວຍ, ສ່ວນຂ້ອຍແມ່ນພາຍກະເປົາປຶ້ມ.
ເວລາທີ່ພວກຂ້ອຍຂີ່ລົດມາຮອດ ເຂດທາງປ່ຽວລະຫວ່າງບ້ານຫ້ວຍເຕີຍ ກັບຮ້ານອາຫານຈຳໂບ້ ໄດ້ມີລົດຈັກ 2 ຄັນ (ຄັນລະ 2 ຄົນ) ແລ່ນນຳພວກຂ້ອຍມາ ເມື່ອຂີ່ມາໃກ້ໆ ແລ້ວຮ້ອງມາໃສ່ພວກຂ້ອຍວ່າ ຢຸດໆ! ຈອດໆ ! ຖ້າບໍ່ຈອດຈະຟັນຄໍຂາດນະ! ວ່າແລ້ວມັນກໍຍົກດາບທີ່ຢູ່ໃນມື ຊີ້ມາໃສ່ພວກຂ້ອຍ ຂ້ອຍຕົກໃຈຈົນຊິຕົກຈາກລົດ ແຕ່ຂ້ອຍກໍພະຍາຍາມຕັ້ງສະຕິແລ້ວບອກ ໃຫ້ໝູ່ຂອງຂ້ອຍຈອດລົດທັນທີ ທັນໃດນັ້ນເຂົາເຈົ້າກໍມາຫຸ້ມ ຂ້ອຍບໍ່ຊ່າງຊິເຮັດຈັ່ງໃດ ເລີຍຕັດສິນໃຈແລ່ນລົງທົ່ງນາ ແລ່ນໄປໄກໆ ເຂົ້າໄປລີ້ຢູ່ກັບຟູ່ມໄມ້ ສ່ວນໝູ່ຂອງຂ້ອຍນັ້ນໜີບໍ່ທັນ.
ພວກໂຈນທີ່ມານຳກັນ 4 ຄົນນັ້ນ ອອກຄຳສັ່ງໃຫ້ໝູ່ຂອງຂ້ອຍເອົາກະເປົາ ໂນດບຸກໃຫ້ເຂົາເຈົ້າ ແລະເອົາລົດຈັກຂອງໝູ່ຂ້ອຍ ແລ້ວກໍຂີ່ໜີຢ່າງໜ້າຕາເສີຍ ເມື່ອຮູ້ວ່າພວກໂຈນໜີໝົດແລ້ວ ຂ້ອຍກໍໄດ້ອອກຈາກຟູ່ມໄມ້ມາຫາໝູ່ຂອງຂ້ອຍ ເຊິ່ງຢືນສັ່ນຢູ່ທົດໆ. ຂ້ອຍຖາມໝູ່ຂ້ອຍວ່າເຂົາໄດ້ທຳຮ້າຍ ຫຼືທຸບຕີຫຍັງບໍ? ໝູ່ຂ້ອຍເວົ້າດ້ວຍນ້ຳຕາວ່າ ເຂົາເຈົ້າບໍ່ໄດ້ທຸບຕີຫຍັງເລີຍ ເພາະບໍ່ົໄດ້ຕໍ່ສູ້ຫຼືຂັດຂືນຫຍັງຕໍ່ເຂົາ ເມື່ອເຂົາໄດ້ເຄື່ອງໄດ້ລົດແລ້ວ ເຂົາກໍໜີໄປ.
ດີແຕ່ຂ້ອຍແລ່ນໜີທັນ ບໍ່ດັ່ງນັ້ນ, ສາຍຄໍຄຳໃນຄໍຂ້ອຍ, ເຄື່ອງໃນກະເປົາຂອງຂ້ອຍ, ແຫວນຂ້ອຍ, ໂມງຂ້ອຍ ກໍຄົງຖືກເຂົາປຸ້ນເອົາໄປໝົດ. ແລະຖ້າຮ້າຍແຮງກວ່ານັ້ນ ໝູ່ຂ້ອຍກໍຄົງຈະຖືກເຂົາເຈົ້າຕີ ຫຼືຂ້າ ແລ້ວເອົາຂ້ອຍໄປຂົ່ມຂືນກໍໄດ້ ເຊິ່ງຄິດມາຕອນໃດຂ້ອຍຍັງຮູ້ສຶກຢ້ານຮອດມື້ນີ້.
ນັບຕັ້ງແຕ່ມື້ນັ້ນເປັນຕົ້ນມາ ການເດິນທາງຂອງຂ້ອຍໄດ້ເພິ່ມຄວາມລະມັດ ລະວັງຫຼາຍຂຶ້ນ ຖ້າບໍ່ໝັ້ນໃຈຂ້ອຍຈະບໍ່ເດິນທາງເດັດຂາດ ຄື
1. ຂ້ອຍຈະບໍ່ເດິນທາງຄົນດຽວໃນຕອນກາງຄືນ
2. ຂ້ອຍຈະບໍ່ເດິນທາງຄົນດຽວໃນບ່ອນປ່ຽວ ບໍ່ວ່າຈະເປັນກາງຄືນຫຼືກາງເວັນ
3. ຂ້ອຍຈະບໍ່ເດິນທາງໃນຕອນເດິກໂດຍເດັດຂາດ ໂດຍສະເພາະແມ່ນທາງທີ່ປ່ຽວ
ສິ່ງທີ່ເລົ່າມານັ້ນ ແມ່ນບົດຮຽນອັນລ້ຳຄ່າ ທີ່ຂ້ອຍປະສົບມາໂດຍໂຕຂອງຂ້ອຍເອງ ຈຶ່ງເອົາມາເລົ່າໃຫ້ເປັນອຸທາຫອນສອນໃຈ ຂໍໃຫ້ຜູ້ອ່ານເອົາໄປເຕືອນສະຕິ ເພື່ອບໍ່ໃຫ້ກາຍເປັນເປົ້າໝາຍຂອງພວກໂຈນ ໂດຍສະເພາະແມ່ນຜູ້ເປັນແມ່ຍິງ ແຮ່ງອັນຕະລາຍຫຼາຍຢ່າງ. ແລະຖ້າຫາກຈຳເປັນແທ້ໆ ຢ່າໄດ້ທຳການຕໍ່ສູ້ກັບເຂົາເຈົ້າເລີຍ ໃຫ້ເຂົາໄປເພື່ອຮັກສາຊີວິດໄວ້ດີກວ່າ.
ຂອບໃຈຂໍ້ມູນຈາກ: ວາລະສານມະຊົນ