Homeຂ່າວພາຍ​ໃນໂຄງການສອບເສັງ "ຄັດເລືອກລັດຖະກອນ" ໄປບໍ່ລອດ

ໂຄງການສອບເສັງ “ຄັດເລືອກລັດຖະກອນ” ໄປບໍ່ລອດ

Published on

20140715120827

ກະຊວງພາຍໃນໄດ້ຈັດຕັ້ງການສອບເສັງ ເອົານັກຮຽນຮູ້ປັນຍາຊົນ ເຂົ້າເປັນລັດຖະກອນຜ່ານມາແລ້ວ 2 ປີ ຄື ປີ 2013 ແລະ 2014 ໂດຍລະບຸວ່າ ການສອບເສັງຄັດເລືອກເອົາລັດຖະກອນ ດັ່ງກ່າວ ຈະເຮັດໃຫ້ການບັນຈຸລັດຖະກອນໃໝ່ ມີຄວາມສະເໝີພາບ, ໂປ່ງໃສ ແລະມີຄວາມຍຸດຕິທຳ ແລະວ່າຜູ້ທີ່ໄດ້ຜ່ານການສອບເສັງດັ່ງກ່າວ ຈະເປັນຜູ້ທີ່ມີຄວາມຮູ້ ຄວາມສາມາດ ແລະວິຊາສະເພາະສອດຄ່ອງກັບຕຳແໜ່ງງານ ທີ່ໄດ້ກຳໜົດໄວ້.

ແນວໃດກໍຕາມ, ການສອບເສັງດັ່ງກ່າວ ແມ່ນຍັງບໍ່ສາມາດແກ້ໄຂໄດ້ຫາງສຽງ ຈົ່ມວ່າຈາກຜູ້ເຂົ້າສອບເສັງ ທັງບັນຫາຄວາມບໍ່ໂປ່ງໃສ ບັນຫາຄວາມຫຍຸ້ງຍາກ ຫຼາຍຂັ້ນຕອນ ແລະທີ່ສຳຄັນ ລັດຖະກອນທີ່ເລືອກໄດ້ຈາກການສອບເສັງ ດັ່ງກ່າວນັ້ນ ກໍມີຄວາມຮູ້ ຄວາມສາມາດແລະຄຸນສົມບັດດີ ບໍ່ແຕກຕ່າງກັນກັບລັດຖະກອນ ຄົນອື່ນທີ່ບໍ່ໄດ້ເສັງຜ່ານພາກຄວາມຮູ້ທົ່ວໄປ ດັ່ງກ່າວແຕ່ຢ່າງໃດ ແຕ່ໂຄງການສອບເສັງດັ່ງກ່າວພັດ ໄດ້ສ້າງໃຫ້ການບັນຈຸປັນຍາຊົນ ເຂົ້າເປັນລັດຖະກອນມີຄວາມຊັກຊ້າ ຫຼາຍຂັ້ນຕອນ ແລະຕ້ອງໃຊ້ງົບປະມານກັບໂຄງການສອບເສັງ ດັ່ງກ່າວເປັນຈຳນວນມະຫາສານ.

ຫຼ້າສຸດ ວັນທີ 21 ພຶດສະພາ 2015 ກະຊວງພາຍໃນ ໄດ້ອອກແຈ້ງການວ່າ ຈະບໍ່ມີການສອບເສັງພາກຄວາມຮູ້ທົ່ວໄປ ເພື່ອຄັດເລືອກເອົາຜູ້ຈະເຂົ້າເປັນລັດຖະກອນ ອີກຕໍ່ໄປ. ໂດຍກ່າວວ່າ ເພື່ອເປັນການຫຼຸດຂັ້ນຕອນ ການບັນຈຸປັນຍາຊົນເຂົ້າເປັນລັດຖະກອນ ແລະເພື່ອເປັນການປະຢັດງົບປະມານ ຈຶ່ງມອບໃຫ້ບັນດາກະຊວງ, ສູນກາງ ແລະທ້ອງຖິ່ນ ເປັນຜູ້ສອບເສັງຄັດເລືອກເອົາລັດຖະກອນ ດ້ວຍໂຕເອງ.

11227924_997041340327538_7162410838821079360_n

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...