spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມວິທີເບິ່ງແຍງຕົນເອງເມື່ອເປັນພະຍາດກະເພາະ

ວິທີເບິ່ງແຍງຕົນເອງເມື່ອເປັນພະຍາດກະເພາະ

Published on

โรคกระเพาะอาหาร

ໃນ​ສັງຄົມ​ປະຈຸບັນ​ມີ​ແຕ່​ການ​ແຂ່ງ​ຂັນເຮັດໃຫ້​ການ​ດຳ​ເນີນ​ຊີວິດ​ໃນ​ແຕ່​ລະ​ມື້​ຂອງ​ທຸກ​ຄົນ​ຕ້ອງ​ຟ້າວ​ໄປ​ນໍາສົ່ງ​ຜົນ​ໃຫ້​ສຸຂະພາບ​ຂອງ​ຄົນ​ໃນ​ສັງຄົມ​ຮ້າຍກວ່າເກົ່າ​ແລະ​ບັນຫາ​ທາງສຸຂະພາບ​ທີ່​ພົບ​ໄດ້​ເລື້ອຍຄືການ​ເກີດ​ແຜ​ໃນ​ກະເພາະ​ອາຫານ​ຫລື​ລຳ​ໄສ້​ນ້ອຍ​ສ່ວນ​ຕົ້ນຊຶ່ງ​ໂດຍ​ທົ່ວ​ໄປ​ເຮົາ​ເອີ້ນ​ວ່າ“ພະຍາດ​ກະເພາະ”

ພະຍາດ​ກະເພາະ​ເປັນ​ພະຍາດ​ທີ່​ພົບ​ໄດ້​ຕະຫລອດພະຍາດ​ໜຶ່ງປະ​ມານ​ວ່າ​ຄົນ​ທົ່ວ​ໄປ​ມີ​ໂອ​ກາດ​ເປັນ​ພະຍາດ​ນີ້​ໃນ​ໄລຍະ​ໃດ​ໄລຍະໜຶ່ງ​ຂອງ​ຊີວິດໂດຍ​ການ​ເກີດບາດ​ແຜ​ໃນ​ກະເພາະ​ມັກ​ພົບ​ໃນ​ໄວ​ກາງ​ຄົນ ຂະນະ​ທີ່​ການ​ເກີດ​ບາດແຜ​ທີ່​ລຳ​ໄສ້​ນ້ອຍ​ສ່ວນ​ຕົ້ນ​ຈະ​ພົບ​ໃນ​ໄວ​ໜຸ່ມ​ສາວຢ່າງໃດ​ກໍ​ຕາມ​ການ​ເກີດ​ບາດແຜ​ໃນ​ກະເພາະ​ອາຫານ​ຫລື​ບາດແຜ​ທີ່​ລຳ​ໄສ້​ນ້ອຍ​ສ່ວນ​ຕົ້ນ​ສາມາດ​ເກີດ​ຂຶ້ນ​ໄດ້​ໃນ​ຄົນ​ທຸກ​ເພດ​ແລະ​ທຸກ​ໄວ

ສາ​ເຫດເກີດ​ຈາກ​ມີ​ການ​ຫລັ່ງ​ກົດ​ໃນ​ກະເພາະ​ອາຫານ​ຫລາຍ​ເກີນ​ໄປ​ຮ່ວມ​ກັບ​ຄວາມ​ຕ້ານ​ທານ​ຕໍ່​ກົດ​ຂອງ​ເຍື່ອ​​ກະເພາະ​ອາຫານ​ແລະ​ລຳ​ໄສ້​ຫລຸດລົງຈຶ່ງ​ເຮັດໃຫ້​ມີບາດ​ແຜ​ເກີດ​ຂຶ້ນແລະ​ປະຈຸບັນ​ພົບ​ວ່າ​ຍັງມີ​ປັດ​ໄຈ​ເສີມ​ອື່ນໆ​ທີ່​ເຮັດໃຫ້​ເກີດ​ພະຍາດ​ໄດ້​ອີກໄດ້​ແກ່
1. ການ​ຕິດ​ເຊື້ອ​ເຮ​ລິ​ໂຄ​ແບກ​ເຕີ ໄພ​ໂລ​ໄລ (Helicobactor Pylori) ຊຶ່ງ​ເປັນ​ແບກ​ທີ​ເຣຍ​ຊະນິດ​ໜຶ່ງ​ທີ່​ຕິດ​ຕໍ່​ໂດຍ​ການ​ກິນອາຫານ​ຫລື​ດື່ມ​ນ້ຳ​ທີ່​ປົນ​ເປື້ອນ​ເຊື້ອ​ຈາກ​ອາຈົມຂອງ​ຜູ້​ຕິດ​ເຊື້ອ,ເຊື້ອ​ນີ້​ເມື່ອ​ເຂົ້າ​ສູ່​ຮ່າງກາຍ​ຈະ​ເຂົ້າໄປ​ຝັງ​ໂຕ​ຢູ່​ໃຕ້​ເຍື່ອ​​ກະເພາະຝາ​ກະເພາະ​ຈຶ່ງ​ອ່ອນແອ​ລົງ​ແລະ​ມີ​ຄວາມ​ທົນ​ຕໍ່​ກົດ​ຫລຸດລົງເຮັດໃຫ້​ກະເພາະ​ອາຫານ​ແລະ​ລຳ​ໄສ້​ນ້ອຍ​ສ່ວນ​ຕົ້ນ​ເກີດ​ບາດແຜ​ໄດ້​ງ່າຍບາດແຜ​ເຊົາຊ້າແລະ​ເກີດ​ບາດແຜ​ຊ້ຳ​ໄດ້​ອີກ
2.ກິນ​ສິ່ງ​ທີ່​ເຮັດໃຫ້​ເກີດ​ການ​ລະ​ຄາຍ​ເຄືອງ​ຕໍ່​ກະເພາະ​ແລະ​ລຳ​ໄສ້ເຊັ່ນ:ດື່ມ​ຊາ,ກາ​ເຟ​ຫລື​ເຄື່ອງ​ດື່ມ​ທີ່​ມີ​ຄາ​ເຟ​ອີນ​ຫລື​ເຄື່ອງ​ດື່ມ​ທີ່​ມີ​ແອວ​ກໍ​ຮໍ,ນ້ຳ​ອັດ​ລົມແລະ​ການ​ກິນ​ຢາ​ບາງ​ຊະນິດເຊັ່ນ:ຢາ​ແກ້​ປວດ​ຈຳ​ພວກ​ແອດ​ໄພ​ລິນ,ຢາ​ປິ່ນປົວພະຍາດ​ກະດູກ​ແລະ​ຂໍ້​ອັກ​ເສບ,ຢາ​ຊຸດ​ຫລື​ຢາ​ລູກ​ກອນ​ທີ່​ມີດ​ເຕຍ​ລອຍເປັນ​ຕົ້ນ
3.ມີ​ມູບ​ນິ​ໄສ​ການ​ກິນອາຫານ​ທີ່​ບໍ່​ຖືກ​ຕ້ອງເຊັ່ນ:ການ​ກິນ​ອາຫານ​ແບບຟ້າວ,ກິນ​ບໍ່​ເປັນ​ເວລາ​ຫລື​ອົດອາຫານ​ບາງ​ມື້ເປັນ​ຕົ້ນ
4.ການ​ສູບ​ຢາເພີ່ມ​ໂອ​ກາດ​ຂອງ​ການ​ເປັນ​ບາດແຜ​ທີ່​ລຳ​ໄສ້​ນ້ອຍ​ສ່ວນ​ຕົ້ນ
5.ອື່ນໆເຊັ່ນ:ຊຶມ​ເສົ້າ,ວິ​ຕົກ​ກັງ​ວົນ,ຄິດ​ຫລາຍ,ນອນ​ບໍ່​ຫລັບ,ຄຽດ,ອາລົມ​ຫງຸດ​ຫງິດ,ພັກ​ຜ່ອນ​ບໍ່​ພຽງ​ພໍ ເປັນ​ຕົ້ນ

ອາ​ການຂອງ​ພະຍາດ​ກະເພາະ​ມັກ​ມີ​ອາການ​ປວດ​ແສບ,ປວດ​ຕື້,ຈຸກ​ສຽດ​ຫລື​ຈຸກ​ແໜ້ນ​ບໍລິເວນ​ກ້ອງ​ລິ້ນ​ປີ່ ອາການ​ປວດ​ເຫລົ່າ​ນີ້​ເປັນ​ໄດ້​ທັງ​ເວລາ​ກ່ອນ​ກິນອາຫານ​ຫລື​ຫລັງ​ກິນ​ອາຫານ​ໃໝ່​ໆ​ແລະ​ເວລາ​ທ້ອງ​ວ່າງ ເຊັ່ນ:ເວລາ​ຫິວ​ເຂົ້າ,ຕອນ​ເຊົ້າ​ມືດ​ຫລື​ຕອນ​ເດິກໆ​ກໍ​ເຈັບທ້ອງ​ໄດ້​ເຊັ່ນ​ກັນອາການ​ປວດ​ຈະ​ເປັນໆ​ເຊົາໆ ເປັນ​ໄດ້​ມື້​ລະ​ຫລາຍໆ​ເທື່ອແລະ​ແຕ່​ລະ​ເທື່ອ​ທີ່​ເຈັບຈະ​ດົນ​ປະ​ມານ15 – 30 ນາ​ທີອາການ​ປວດ​ຈະ​ບັນ​ເທົາ​ລົງ​ໄດ້​ຖ້າ​ໄດ້ກິນ​ອາຫານດື່ມ​ນົມ​ຫລື​ກິນຢາລົດ​ກົດ

ອາການ​ແຊກ​ຊ້ອນ
ພະຍາດ​ກະເພາະ​ຖ້າ​ໄດ້ຮັບ​ການ​ປິ່ນປົວ​ແລະ​ເບິ່ງແຍງ​ຕົນເອງ​ໃຫ້​ຖືກ​ຕ້ອງ​ສ່ວນ​ໃຫຍ່​ເປັນ​ແລ້ວ​ຈະ​ເຊົາ ແຕ່​ຖ້າ​ບໍ່​ໄດ້ຮັບ​ການ​ເບິ່ງແຍງຮັກສາ​ທີ່​ຖືກ​ຕ້ອງ​ຈົນ​ມີ​ອາການ​ຫລາຍ​ແລະ​ຊຳເຮື້ອ​ອາດ​ເກີດ​ພາ​ວະ​ແຊກ​ຊ້ອນ​ທີ່​ເປັນ​ອັນຕະລາຍ​ແກ່​ຊີວິດ​ໄດ້ເຊັ່ນ

-ເລືອດ​ອອກ​ໃນ​ກະເພາະ​ອາຫານໂດຍ​ສັງເກດ​ໄດ້​ຈາກ​ມີ​ຖ່າຍ​ອຸດ​ຈາ​ລະ​ສີ​ດຳ​ຫລື​ຮາກ​ເປັນ​ເລືອດ​ຫລື​ຮາກ​ມີ​ລັກສະນະ​ຄື​ຜົງ​ກາ​ເຟ​ບົດ​ປົນ​ຢູ່

-ກະເພາະ​ລຳ​ໄສ້​ເປັນ​ບາດແຜ​ຊອດໂດຍ​ສັງເກດ​ໄດ້​ຈາກ​ມີ​ອາການ​ເຈັບ​ທ້ອງ​ຮຸນແຮງ​ທັນ​ທີໜ້າ​ທ້ອງ​ແຂງ ກົດ​ເຈັບ

-ກະເພາະ​ລຳ​ໄສ້​ຕີບ​ຕັນໂດຍ​ສັງເກດ​ໄດ້​ຈາກ​ມີ​ອາການ​ເຈັບ​ທ້ອງກິນອາຫານ​ໄດ້​ຫນ້ອຍ,ອີ່ມ​ໄວແລະ​ຮາກ​ເປັນ​ອາຫານ​ທີ່​ບໍ່​ຍ່ອຍ​ຫລັງ​ກິນ​ອາຫານ

ການ​ເບິ່ງແຍງ​ຕົນ​ເອງ

  1. ກິນ​ອາຫານ​ໃຫ້​ກົງ​ເວລາ
    2. ກິນ​ອາຫານ​ອ່ອນ​ທີ່​ຍ່ອຍ​ງ່າຍແລະ​ຄວນ​ຫຍ້ຳ​ອາຫານ​ໃຫ້​ລະອຽດ
    3.ຫລີກ​ລ້ຽງ​ສິ່ງ​ລະ​ຄາຍ​ເຄືອງ​ຕໍ່​ກະເພາະ​ອາຫານເຊັ່ນ:ຢາ​ຊຸດ,ຢາ​ແກ້​ປວດ​ຂໍ້,ຢາ​ແກ້​ປວດ​ແອດ​ໄພ​ລິນ ຢາ​ທີ່​ມີເຕຍ​ລອຍ,ອາຫານ​ລົດ​ຈັດ,ເຄື່ອງ​ດື່ມ​ທີ່​ມີ​ແອວກໍ​ຮໍ,ອາຫານ​ຫລື​ເຄື່ອງ​ດື່ມ​ທີ່​ມີ​ຄາ​ເຟ​ອີນເຊັ່ນ:ຊັອກ​ໂກ​ແລດ,ຊາ,ກາ​ເຟເປັນ​ຕົ້ນ
    4.ງົດ​ສູບ​ຢາ
    5.ອາຫານ​ທີ່​ກິນ​ໃນ​ແຕ່​ລະ​ມື້​ບໍ່​ຄວນ​ມີ​ປະລິມານ​ຫລາຍ​ເກີນ​ໄປ
    6.ຖ້າ​ຄຽດ​ພະຍາຍາມ​ຫລຸດ​ຄວາມ​ຄຽດເຊັ່ນ:ເບິ່ງ​ຮູບເງົາ,ຟັງ​ເພງ,ເຮັດ​ສະ​ໝາ​ທິ,ການ​ເຝິກ​ຜ່ອນ​ຄາຍ​ກ້າມ​ຊີ້ນເປັນ​ຕົ້ນ
    7.ໝັ່ນ​ອອກ​ກຳ​ລັງ​ກາຍ
    8.ກິນ​ຢາລົດ​ກົດຢາ​ນ້ຳ1 – 2 ບ່ວງຫລື​ຢາ​ເມັດ1-2 ເມັດ(ຫຍ້ຳ​ກ່ອນ​ກືນ)ມື້​ລະ 4 ເທື່ອເຊົ້າ,ສວາຍ,ແລງ​ຫລັງ​ອາຫານ1ຊົ່ວ​ໂມງແລະ​ກ່ອນ​ນອນກໍລະນີ​ມີ​ອາການ​ເຈັບທ້ອງ​ກ່ອນ​ເວລາ​ຢາ​ສາມາດ​ກິນ​ເພີ່ມ​ໄດ້​ແລະ​ຄວນ​ກິນຢາ​ຕິດ​ຕໍ່​ກັນ​ດົນ​ຢ່າງ​ນ້ອຍ4-8ອາທິດ
    9.ຖ້າ​ປະຕິບັດ​ຕາມ​ນີ້​ແລ້ວ​ອາການ​ບໍ່​ດີ​ຂຶ້ນຄວນ​ໄປ​ພົບ​ແພດ​ໝໍທີ່​ໂຮ​ງໝໍເພື່ອ​ການ​ກວດ​ພິຈາລະນາ​ທີ່​ແນ່ນອນ
    10.ກິນຢ່າງສະໝໍ່າ​ສະເໝີ​ຕາມ​ທີ່​ແພດ​ໝໍແນະ​ນຳ

ບົດຄວາມຫຼ້າສຸດ

ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352...

ປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ປະສານສຽງແຕກ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025" ໜັງສືພິມກອງທັບລາຍງານວ່າ: ​ວັນທີ 20 ກັນຍາ 2025, ທີ່ ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ...

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...