spot_img
Homeຊີວິດແລະຄວາມຮັກສາເຫດທີ່ເຮັດໃຫ້ພະນັກງານບາງຄົນ ບໍ່ກ້າວໜ້າໃນອາຊິບການງານ

ສາເຫດທີ່ເຮັດໃຫ້ພະນັກງານບາງຄົນ ບໍ່ກ້າວໜ້າໃນອາຊິບການງານ

Published on

11535897_372811396243326_7748382199251330759_n
ມີຫຼາຍຄົນຍັງສັບສົນ ແລະ ບໍ່ເຂົ້າໃຈວ່າເປັນຫັຍງຕົນເອງຈິງບໍ່ມີຄວາມກ້າວໜ້າໃນອາຊິບການງານທັງທີ່ການສຶກສາກໍ່ດີພ້ອມ,ປະສົບການ ແລະ ຄວາມສາມາດກໍ່ມີແບບບໍ່ນ້ອຍໜ້າເພື່ອນຮ່ວມ ງານ.#ຈ໊ອບສະບາຍ ຂໍເປີດປະເດັ່ນນີ້ເພື່ອທໍາຄວາມເຂົ້າໃຈວ່າສາເຫດຕົ້ນຕໍມີຫັຍງແດ່:

1.ບໍ່ກ້າເວົ້າເລື່ອງເງິນເດືອນກັບຫົວໜ້າໂດຍກົງ
ນີ້ແມ່ນບັນຫາໃຫຍ່ສໍາລັບພະນັກງານທີ່ຢາກມີເງິນເດືອນສູງກັບບໍ່ກ້າທີ່ຈະເອີ່ຍປາກເວົ້າກັບຫົວໜ້າແບບເປີດໃຈທັງສອງຝ່າຍ. ສວ່ນຫຼາຍແມ່ນເກັບໄປຈົ່ມກັບເພື່ອນຮ່ວມງານແບບສາມມື້ດີສີ່ມື້ໄຂ້

2.ຕິດພັນກັບອົງກອບ ແລະ ມີນິໄສເຄີຍຊີນ
ສອງສິ່ງນີ້ແມ່ນສ້າງໃຫ້ພະນັກງານຕິດກັບດັກອົງກອນເພາະບໍ່ກ້າກ້າວໄປຫາສິ່ງໃໝ່,ມັກຄວາມສະບາຍ,ມັກສິ່ງອໍານວຍຄວາມສະດວກທີ່ມີໃນປັດຈຸບັນ ແລະ ເຄີຍຊີນກັບວິຖີການເປັນພະນັກງານແບບເດີມໆຫຼາຍດວ່າຈະກ້າວອອກມາເບີ່ງໂລກກ້ວາງທີ່ມີທັງໂອກາດແລະຄວາມກ້າວໜ້າ

3. ການບໍ່ກ້າສະແດງຄວາມເປັນຜູ້ນໍາ ແລະ ຄວາມສາມາດໃຫ້ຫົວໜ້າປະຈັກຊັດເຈນ
ເຊື່ອວ່າພະນັກງານຈໍານວນຫຼາຍຢູ່ເປັນພະນັກ ງານແບບຕາມມີຕາມເກີດໂດຍປັດສະຈາກເປົ້າໜາຍຊີວິດ ແລະ ເປົ້າໜາຍອາຊິບທີ່ແນ່ນອນວ່າອິກ 3-5 ປີໂຕເອງຕ້ອງເປັນພະນັກງານໃນຂັ້ນໃດ ຫຼື ຈະກ້າວໄປເປັນຜູ້ຈັດການໄດ້ແນວໃດ. ສ່ວນຫຼາຍຍັງລໍຄອຍໂອກາດ ແລະ ຄວາມກ້າວໜ້າໃນອາຊິບຕາມລະບົບບໍລິສຫດກໍານົດ ໂດຍບໍ່ເປັນຜູ້ກຳນົດຊາຕາກໍາໂຕເອງ

4.ບໍ່ກ້າກ້າວຂາເພື່ອໄປຫາອົງກອນໃໝ່
ນີ້ເປັນບັນຫາໃຫຍ່ເພາະບໍ່ມີເປົ້າໜາຍຊີວິດ,ຕິດອົງກອນ,ເຄີຍຊີນການເຮັດວຽກແບບເດີມໆ,ບໍ່ມີພາວະຜູ້ນໍາ,ບໍ່ກ້າກ້າວຂາອອກມາເບີ່ງໂລກໃໝ່ ອົງກອນໃໝ່ ສັງຄົມໃໝ່ ແລະ ໜ້າທີ່ໃໝ່ທີ່ທ້າທາຍ ແລະ ໃຫຍ່ກວ່າເກົ່າ ຊີວິດກໍ່ອາດຝັງຮາກກັບສິ່ງເດີມໆກັບອົງກອນເດີທໆແລະລະບົບການເລື່ອນຕໍາແໜ່ງແບບເດີມໆເຊັ່ນກັນ

5.ຂາດຄວາມໜັ້ນໃຈໃນໂຕເອງ
ຂໍ້ນີ້ກໍ່ນັບວ່າເປັນຫົວໃຈຂອງຄວາມກ້າວໜ້າເພາະການຢູ່ຕໍ່ກັບອົງກອນເດີມກໍ່ໃດ້ມີຄວາມໜັ້ນໃຈ ຫຼື ຈະກ້າວໄປບ່ອນໃໝ່ກໍ່ຕ້ອງມີສິ່ງນີ້ຕິດໂຕໄປນໍາ ແຕ່ສ່ວນຫຼາຍມັກຈະຕາຍຄາຮັງເພາະບໍ່ໜັ້ນໃຈແມ້ແຕ່ຈະຄິດໃໝ່,ປ່ຽນແປງໃໝ່ ແລະ ສ້າງສິ່ງໃໝ່ໆໃຫ້ເກີດແກ່ຊີວິດການເປັນພະນັກງານຂອງຕົນເອງໃນອົງກອນເກົ່າກໍາຍັງຍາກເຕັມທ

5 ຂໍ້ທີ່ກ່າວມາຂ້າງເທິງນີ້ ໃຫ້ລອງເກັບໄປສໍາຫຼວດໂຕເອງວ່າມີຂໍ້ໃດທີ່ເຮົາມີ ຫຼື ອອ່ນແລ້ວນໍາມາປັບປຸງໃຫ້ດີຂື້ນກ່ອນທີ່ຈະກ້າວໄປສະໜັກວຽກບ່ອນໃໝ່.

ສໍາລັບທ່ານໃດທີ່ຕ້ອງການເຮັດວຽກແບບອິດສະ ຫຼະຕາມສິ່ງທີ່ທ່ານທະນັດ. ສົ່ງປະຫັວດ ຫຼື ວຽກຜ່ານມາທີ່ Jobsabai.info@gmail.com

 

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...