spot_img
Homeເກາະຕິດກິລາຊີເກມບານເຕະທີມຊາດໄທຄວ້າຫຼຽນຄຳໃນຊີເກມຄັ້ງທີ 28 ທີ່ສິງກະໂປ

ບານເຕະທີມຊາດໄທຄວ້າຫຼຽນຄຳໃນຊີເກມຄັ້ງທີ 28 ທີ່ສິງກະໂປ

Published on

ໃນການແຂ່ງຂັນນັດຊິງຫຼຽນຄຳທີມຊາດໄທເອົາຊະນະມຽນມາ 3-0 ປະຕູ, ລົງເຕະທີ່ສະໜາມ ສິງກະໂປ ສະປອດ ຮັບ ໃນເວລາ 19:30 ນາທີ, ໃນເຄີ່ງເວລາທຳອິດບໍ່ສາມາດຍິງປະຕູູກັນໄດ້ ຈົນມາຮອດເຄີ່ງເວລາທີ 2 ໄທ ຂື້ນນຳກ່ອນໂດຍການຍິງຂອງ ທະນະບູນ ເກສາຣັດ ໃນນາທີທີ່ 54, ຕໍ່ມາອີກ 10 ນາທີ ໄທກໍ່ຂື້ນນຳເພີ່ມອີກເປັນ 2-0 , ແລະ ອັດທ້າຍດ້ວຍການຍິງຂອງ ພິນໂຢ ອິນພິນິດ ໃນນາທີທີ່ 78, ເຮັດໃຫ້ທີມຊາດໄທຄວ້າຫຼຽນຄຳໃນຊີເກມຄັ້ງທີ 28 ເຊີ່ງຄັ້ງນີ້ແມ່ນແຊ້ມສະໄໝທີ 15 ຂອງໄທໃນຊີເກມ, ສ່ວນຫຼຽນເງິນເປັນຂອງມຽນມາ ແລະ ຫຼຽນທອງເປັນຂອງທີມຊາດຫວຽດນາມທີ່ເອົາຊະນະທີມຊາດອິນໂດເນເຊຍໄປຂາດລອຍ 5-0 ປະຕູ

12056

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...