Homeຂ່າວພາຍ​ໃນເຂດເສດຖະກິດສະເພາະ ບຶງທາດຫລວງ ເປີດຂາຍ-ຈອງແລ້ວ

ເຂດເສດຖະກິດສະເພາະ ບຶງທາດຫລວງ ເປີດຂາຍ-ຈອງແລ້ວ

Published on

11017782_1452874501695966_2959182008846310148_n 11403344_1452874505029299_7452297278443329632_n

ຂປລ. ວັນທີ 15 ມິຖຸນາ 2015 ຢູ່ເຂດເສດຖະກິດສະເພາະບຶງທາດຫລວງໄດ້ຈັດພິທີເປີດຂາຍໃຫ້ຈອງຫ້ອງພັກທີ່ຢູ່ອາໃສ ແລະ ຫ້ອງຊຸດ ເພື່ອຄືນກໍາໄລໃຫ້ຜູ້ສະໜັບສະໜູນ ແກ່ການພັດທະ ນາໂຄງການດັ່ງກ່າວ, ໃນເບື້ອງຕົ້ນ ທາງໂຄງການຈະໄດ້ນໍາເອົາຫ້ອງຊຸດຈໍານວນໜຶ່ງ ທີ່ມີຫລາຍ ລາຄາ ແລະ ຫລາຍຂະໜາດນັບແຕ່ 68-78 ຕາແມັດ, ສອງຫ້ອງນອນ ໜຶ່ງຫ້ອງຮັບແຂກ ມີເນື້ອທີ່ 100-119 ຕາແມັດ ແລະ ຫ້ອງໃຫຍ່ຂະໜາດ 112-125 ຕາແມັດ ລວມທັງໝົດມີ 319 ຫ້ອງ ພ້ອມມີເຄື່ອງຮັບໃຊ້ ທີ່ທັນສະໄໝຄົບຊຸດໃນລາຄາເປັນພິເສດ. ເປັນກຽດເຂົ້າຮ່ວມໂດຍມີ ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາຫ້ອງວ່າການລັດຖະບານ, ຮອງປະທານ ຜູ້ປະຈໍາການຂອງຄະນະກໍາມະການແຫ່ງຊາດ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ສປປ ລາວ, ທ່ານ ຫວງກົວພິງ ປະທານສະພາບໍລິຫານເສດຖະກິດຂອງເຂດເສດຖະກິດສະເພາະບຶງທາດ ຫລວງ, ມີບັນດາລັດຖະມົນຕີວ່າການ, ຊ່ວຍວ່າການ, ຫົວໜ້າກົມ, ຮອງກົມ, ບັນດາທູຕານຸທູດ ພ້ອມດ້ວຍນັກທຸລະກິດພາຍໃນ ແລະ ຕ່າງປະເທດ ພ້ອມພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...