spot_img
Homeຂ່າວພາຍ​ໃນລ້ານຊ້າງມິເນໂຣນ ມອບເງິນອາກອນກຳໄລ ໃຫ້ລັດຖະບານລາວ

ລ້ານຊ້າງມິເນໂຣນ ມອບເງິນອາກອນກຳໄລ ໃຫ້ລັດຖະບານລາວ

Published on

ຂປລ, ບໍລິສັດລ້ານຊ້າງມິເນໂຣນ ຈຳກັດ ຫລື MMG LXML ເຊໂປນ ໄດ້ມອບເງິນຄ່າຊັບພະ ຍາກອນ ສຳລັບໄຕມາດ 1 ຂອງປີ 2015 ມູນຄ່າ 5.299.290 ໂດລາສະຫະລັດ ໃຫ້ແກ່ກະຊວງການເງິນ ແລະ ໄດ້ຈ່າຍອາກອນກຳໄລ ຂອງປີ 2014 ຈຳນວນ 71.338.680 ໂດລາສະຫະລັດ ໃຫ້ແກ່ລັດຖະບານລາວ ໃນເດືອນມິີນາ ຜ່ານມາ ລວມຄ່າຊັບພະຍາກອນ, ຄ່າເຊົ່າ, ອາກອນລາຍໄດ້ , ອາກອນຊົມໃຊ້ນ້ຳມັນ ແລະ ເງິນປັນຜົນ ລາຍຮັບທັງໝົດ ໃຫ້ລັດຖະບານ ຈຳນວນ 117.264.840 ໂດລາສະຫະລັດ, ພ້ອມນີ້ ບໍລິສັດລ້ານຊ້າງມິເນໂຣນ ຍັງໄດ້ມອບເງິນທີ່ເປັນລາຍໄດ້ໂດຍກົງໃຫ້ແກ່ ລັດຖະບານລາວ ຈຳນວນ 1,3 ຕື້ໂດລາສະຫະລັດ ນັບແຕ່ LXML ໄດ້ເລີ່ມດຳເນີນງານ ແຕ່ປີ 2003 ເປັນຕົ້ນມາ, ຊຶ່ງລັດຖະບານລາວ ຖືຮຸ້ນ 10 % ໃນບໍລິສັດ LXML .
ພິທີມອບ-ຮັບເງິນ ຈຳນວນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 12 ມິຖຸນາ 2015 ຢູ່ ນະຄອນຫລວງວຽງຈັນ ກ່າວຮັບໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ຊ່ວຍວ່າການກະຊວງການເງິນ , ແລະ ກ່າວມອບໂດຍ ທ່ານ ຊູເຮັດ ວາດນາກຣາ ຜູ້ຈັດການໃຫຍ່ບໍລິສັດ MMG LXML ເຊໂປນ.
11401225_1451816978468385_4460419207732817461_n

 

ຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...