Homeຂ່າວພາຍ​ໃນຈັບແມ່ຍິງ 2 ຄົນມີເຮໂລອິນໄວ້ຄອບຄອງ 41 ແທ່ງ

ຈັບແມ່ຍິງ 2 ຄົນມີເຮໂລອິນໄວ້ຄອບຄອງ 41 ແທ່ງ

Published on

11390080_1450506671932749_5852869289212089965_n

11393155_829031007188224_4885551254313946210_n
ຂປລ. ໃນວັນທີ 7 ມິຖຸນາ 2015 ເຈົ້າທີ່ຕໍາຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງຫລວງພະບາງຈັບກຸມຍິງ 2 ຄົນພ້ອມກາງເຮໂລອິນ 41 ແທ່ງ, ນໍ້າໜັກ 17 ກິໂລກຣາມຢູ່ບ້ານປາກແວດ ເມືອງຊຽງເງິນ ແຂວງຫລວງພະບາງ.
ເຈົ້າໜ້າທີ່ຕໍາຫລວດແຂວງຫລວງພະບາງເປີດເຜີຍວ່າ: ພາຍຫລັງໄດ້ຮັບຂ່າວວ່າຈະມີການຂົນຍ້າຍຢາເສບຕິດ, ເຈົ້າໜ້າທີ່ຕໍາຫລວດແຂວງຫລວງພະບາງໄດ້ສົມທົບກໍາລັງກັບຫ້ອງການຕ້ານຢາເສບຕິດທະຫານຊາຍແດນແຂວງດຽ່ນບຽນ ສສ.ຫວຽດນາມໃນວັນທີ 2 ມິຖຸນາ 2015ເພື່ອລົງຕິດຕາມ ແລະ ກວດຄົ້ນຫາເບາະແສດັ່ງກ່າວ ມາຮອດວັນທີ 7 ມິຖຸນາ 2015 ເຈົ້າໜ້າທີ່ຕໍາຫລວດແຂວງພະບາງໄດ້ເຂົ້າກວດຄົ້ນ ແລະ ສາມາດຈັບຜູ້ຍິງ 2 ຄົນພ້ອມກາງເຮໂລອິນ 41 ແທ່ງ, ນໍ້າໜັກ 17 ກິໂລກຣາມໄວ້ໃນຄອບຄອງພ້ອມລົດວີໂກ້ 2 ຄັນປ້າຍທະບຽນ: ວນ 4555 ກໍາແພງນະຄອນ, ກຜ 1187 ກໍາແພງນະຄອນ ຢູ່ບ້ານປາກແວດ ເມືອງຊຽງເງິນ ແຂວງຫລວງພະບາງ, ຍິງທັງສອງຊື່: ນາງ ໄມເຮີ ອາຍຸ 37 ປີ ອາຊີບຄ້າຂາຍ ຢູ່ບ້ານພອນໄຊ ເມືອງ ແລະ ແຂວງຫລວງພະບາງ, ນາງ ປາຢາງຢາງ ອາຍຸ 27 ປີ ພະນັກງານ ຢູ່ບ້ານປາກຂັນ ເມືອງຊຽງເງິນ ແຂວງຫລວງພະບາງ. ທັງສອງຮັບສາລະພາບຢາເສບຕິດທັງໝົດແມ່ນຂອງຕົນເອງ ປັດຈຸບັນນີ້ ເຈົ້າໜ້າທີ່ຕໍາຫລວດພວມສືບຕໍ່ສືບສວນສອບສວນເພື່ອຂະຫຍາຍຜົນຕໍ່ໄປ.

ຂອບໃຈຂ່າວຈາກ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...