spot_img
Homeຄວາມງາມດັດ​ແຂ້ວແລ້ວ​ໜ້າ​ແຫລມ? ພຽງ​ຄວາມ​ເຊື່ອ​ຫລື​ເລື່ອງ​ແທ້!!!

ດັດ​ແຂ້ວແລ້ວ​ໜ້າ​ແຫລມ? ພຽງ​ຄວາມ​ເຊື່ອ​ຫລື​ເລື່ອງ​ແທ້!!!

Published on

218797

 

ບໍ່​ວ່າ​ຈະ​ອະ​ດີດ​ຫລື​ປະຈຸບັນ ແມ່ຍິງ​ຄືເຮົາ​ກໍ​ຍັງ​ຄົງ​ຫາ​ທາງ​ເພີ່ມ​ຄວາມ​ງາມ ເພື່ອ​ເອີ້ນ​ຄວາມຫມັ້ນ​ໃຈ​ໃຫ້​ກັບ​ຕົວ​ເອງ​ຢູ່​ສະເໝີ “ດັດ​ແຂ້ວ​ໜ້າ​ແຫລມ” ກໍ​ຖື​ເປັນ​ອີກ​ທາງ​ເລືອກ​ໜຶ່ງ​ທີ່​ນິຍົມ​ເຮັດ​ກັນເພາະ​ມີ​ຄວາມ​ເຊື່ອ​ວ່າ​ດັດ​ແຂ້ວ​ແລ້ວ​ຈະ​ເຮັດໃຫ້​ໃບ​ໜ້າ​ເບິ່ງ​ລຽວ​ງາມ​ຂຶ້ນໂດຍ​ສະເພາະ​ນ້ອງໆສາວໆ​ທີ່​ເຫັນ​ເຫລົ່າ​ບັນດາ​ດາ​ລາ​ອອກ​ມາ​ຕອບ​ຄຳ​ຖາມ​ກັບ​ນັກ​ຂ່າວ​ທີ່​ໜ້າ​ເບິ່ງ​ປ່ຽນ,ເບິ່ງ​ງາມຫລື​ເບິ່ງ​ດີ​ຂຶ້ນ​ວ່າ  ບໍ່​ໄດ້​ເຮັດຫຍັງ​ມາ​ພຽງ​ດັດ​ແຂ້ວ” ກໍ​ຍິ່ງ​ເປັນ​ການ​ຕອກ​ຢ້ຳ​ວ່າ​ການ​ຈັດ​ແຂ້ວ​ຊ່ວຍ​ໃຫ້​ໃບ​ໜ້າ​ແຫລມ​ຂຶ້ນ​ໄດ້​ແທ້

ແຕ່​ໃນ​ຄວາມ​ເປັນ​ຈິງ​ຈຸດປະສົງ​ຂອງ​ທ່ານໝໍ​ທີ່​ໃຫ້​ເຮົາ​ດັດ​ແຂ້ວ​ເພາະ​ແຂ້ວ​ມີ​ບັນຫາເຊັ່ນ ແຂ້ວເຈີງ ,ແຂ້ວ​ລົ້ມ,ແຂ້ວ​ຫ່າງ​ແລະອື່ນໆ ໂດຍ​ທ່ານໝໍ​ສະເພາະ​ທາງ​ດ້ານ​ການດັດ​ແຂ້ວ​ໄດ້​ອອກ​ມາ​ຢືນຢັນ​ວ່າ​ການ​ດັດແຂ້ວ​ບໍ່​ໄດ້​ເຮັດໃຫ້​ໜ້າ​ເຮົາ​ແຫລມ​ນ້ອຍ​ລົງ​ໄດ້ ຊ້ຳບໍ່ໜຳບາງ​ຄົນ​ເຮັດ​ອອກ​ມາ​ແລ້ວ​ໜ້າ​ອາດ​ເບິ່ງ​ໃຫຍ່​ຂຶ້ນ​ກວ່າ​ເກົ່າ​ກໍ​ມີເພາະ​ການ​ດັດ​ແຂ້ວ​ບໍ່​ໄດ້​ເຮັດໃຫ້​ຄາງກະໄຕ​ຫລື​ກາມ​ຂອງ​ເຮົາ​ນ້ອຍ​ລົງ​ຈະ​ມີ​ກໍ​ແຕ່​ຮູບ​ປາກ​ຂອງ​ເຮົາ​ທີ່​ປ່ຽນ​ໄປເພາະ​ການ​ຈັດ​ແຂ້ວ​ເຮັດໃຫ້​ແຂ້ວ​ດ້ານໜ້າ​ເຮົາ​ຫົດ​ເຂົ້າໄປ​ໃນ​ປາກ​ເຮັດໃຫ້​ຮີມສົບ​​ເຮົາ​ຕິດ​ກັນ​ຫລາຍ​ຂຶ້ນ​ໂດຍ​ລວມ​ກໍເຮັດ​ໃຫ້​ເບິ່ງ​ດີ​ຂຶ້ນ

ປັດ​ໄຈ​ທີ່​ເຮັດໃຫ້​ໜ້າ​ເຮົາ​ອາດ​ເບິ່ງ​ແຫລມຂຶ້ນ​ຫລັງ​ດັດ​ແຂ້ວ

– ນ້ຳ​ໜັກ​ຕົວ​ຂອງ​ເຮົາ​ທີ່​ລຸດລົງ​ກໍ​ອາດ​ສົ່ງ​ຜົນ​ໃຫ້​ໜ້າ​ເຮົາ​ເບິ່ງ​ແຫລມ​ຂຶ້ນ

– ບາງເທື່ອ​ກ່ອນ​ດັດ​ແຂ້ວ​ທ່ານ​ໝໍ​ຈະ​ມີ​ການ​ຖອນ​ແຂ້ວ​ກາມ​ເທິງ​ແລະ​ແຂ້ວ​ກາມ​ລຸ່ມ​ຂອງ​ເຮົາ​ອອກ​ຢ່າງ​ລະ 2 ເລັ້ມເພື່ອ​ປັບ​ໂຄງ​ສ້າງ​ແຂ້ວ

– ທ່ານ​ໝໍ​ອາດ​ແກ້​ການ​ສົບ​ເລິກ​ຂອງ​ແຂ້ວ​ເຮົາເຮັດໃຫ້​ໃບ​ໜ້າ​ຊ່ວງ​ລຸມ​ເບິ່ງ​ຍາວ​ຂຶ້ນພໍ​ທ່ານ​ໝໍ​ດຶງ​ກາມ​ລຸ່ມ​ລົງ​ແລະ​ດຶງ​ກາມ​ເທິງ​ຂຶ້ນ​ເລີຍ​ເຮັດໃຫ້​ຄາງກະໄຕ​ເຮົາ​ມີ​ການ​ປ່ຽນ​ແປງ​ນັ້ນ​ເອງ

– ຊ່ວງ​ອາ​ຍຸ​ກໍ​ສຳຄັນເພາະ​ຫາກ​ເຮັດ​ຕັ້ງ​ແຕ່​ໄວ​ລຸ້ນ​ກ່ອນ​ອາ​ຍຸ 14 ​-16 ປີ​ໃນ​ຜູ້ຍິງ ແລະ 18 ປີ​ໃນ​ຜູ້​ຊາຍ ກໍ​ມີ​ໂອ​ກາດ​ເຮັດໃຫ້​ໜ້າ​ເບິ່ງ​ແຫລມ​ຂຶ້ນ​ຫລາຍກວ່າ​ເຮັດ​ໃນ​ໄວ​ຜູ້ໃຫຍ່ແຕ່​ກໍ​ອາດ​ຊ່ວຍ​ໄດ້​ພຽງ​ເລັກນ້ອຍ​ເທົ່າ​ນັ້ນ

ສ່ວນ​ບາງ​ຄົົນທີ່​ເຮັດ​ແລ້ວ​ເບິ່ງ​ດີ​ຂຶ້ນ​ອາດ​ເປັນ​ເພາະ​ຢູ່ໃນ​ໄລຍະ​ໄວ​ທີ່​ຮູບ​ໜ້າ​ມີ​ການ​ປ່ຽນ​ແປງ​ພໍ​ດີ ເລີຍ​ເຮັດໃຫ້​ຄົນ​ສ່ວນ​ໃຫຍ່​ເຂົ້າໃຈ​ຜິດ​ຄິດວ່າ​ດັດ​ແຂ້ວ​ໜ້າ​ແຫລມ​ເຮັດໃຫ້​ເບິ່ງ​ດີ​ຂຶ້ນ​ໄດ້ຊຶ່ງ​ແທ້ໆ​ແລ້ວ​ໜ້າ​ແຫລມເປັນ​ພຽງ​ຜົນ​ພອຍ​ໄດ້​ຈາກ​ການ​ດັດ​ແຂ້ວ​ໃນ​ບາງ​ຄົນ​ເທົ່າ​ນັ້ນທັງ​ນີ້​ຂຶ້ນ​ຢູ່​ກັບ​ທືນ​ເກົ່າ (ກຳມະພັນ) ຂອງ​ແຕ່​ລະ​ຄົນ

​ຮູ້​ແລ້ວ​ວ່າການດັດ​ແຂ້ວ​ໜ້າ​ແຫລມນັ້ນ​ກໍ​ອາດຈະ​ບໍ່​ໄດ້​ເຮັດໃຫ້​ໜ້າ​ເຮົາແຫລມ​ຂຶ້ນ​ແທ້ໆທັງ​ໝົດ​ທັງ​ມວນ​ກໍ​ຂຶ້ນ​ຢູ່​ກັບ​ຕົ້ນ​ທຶນ​ເກົ່າ​ຂອງ​ເຮົາ​ນີ້​ແຫລະດັ່ງ​ນັ້ນຫາກ​ຄິດ​ຈະ​ເຮັດ​ແທ້ໆ​ຄວນ​ປຶກ​ສາ​ກັບ​ທ່ານ​ໝໍ​ທີ່​ຊ່ຽວຊານ​ດ້ານ​ການ​ດັດ​ແຂ້ວ​ໃຫ້​ດີ​ກ່ອນ​ຈະ​ຕັດ​ສິນ​ໃຈ,ຂໍ​ໃຫ້​ສາວໆ​ທຸກ​ຄົນ​ຄົ້ນ​ພົບ​ທາງ​ອອກ​ໃນ​ການສ້າງ​ຄວາມ​ງາມ​ທີ່​ຖືກ​ຕ້ອງ​ໃຫ້​ກັບ​ຕົວ​ເອງ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...