Homeຊີວິດແລະຄວາມຮັກເງິນ 100,000 ກີບ ຈະຊື້ລົດໃຫຍ່ໄດ້ຈັ່ງໃດ?

ເງິນ 100,000 ກີບ ຈະຊື້ລົດໃຫຍ່ໄດ້ຈັ່ງໃດ?

Published on

motor2you.com_.ข่าวสารยานยนต์1

ພໍ່ອອກຜູ້ໜຶ່ງໂທລະສັບ ໄປປັບທຸກກັບພະອາຈານ ທີ່ຕົນເຄົາລົບນັບຖື

“ພະອາຈານ! ຂ້ານ້ອຍກໍໄດ້ໄຫວ້ພະສູດມົນ ໄປເຮັດບຸນເຮັດທານເລື້ອຍໆ ເປັນຫຍັງຊີວິດຂ້ານ້ອຍຍັງບໍ່ດີຂຶ້ນ?”

“ຄັນຊັ້ນອາຕະມາຈະຝາກເງິນໄປໃຫ້ ພໍ່ອອກຈັກ 100,000 ກີບ ດີບໍ?”

“ໂອຍ! ພະອາຈານ ເງິນຂອງພະອາຈານຂ້ອຍນ້ອຍຈະເອົາໄດ້ຈັ່ງໃດ ບໍ່ເອົາໆ” ຊາຍໜຸ່ມຕອບພະອາຈານໄປ

“ຟັງກ່ອນແມ ຟັງໃຫ້ຈົບກ່ອນ ອາຕະມາມີເລື່ອງຈະຂໍລົບກວນ ພໍ່ອອກຊ່ວຍໄປເຮັດໃຫ້ແດ່!” ພະອາຈານກ່າວ

“ໂອຫວາ ພະອາຈານວ່າມາເລີຍ ຈະໄດ້ຂ້ານ້ອຍຊ່ວຍຫຍັງ ຂ້ານ້ອຍຍິນດີ!”

“ພໍ່ອອກຊ່ວຍ ໄປຊື້ລົດໃຫຍ່ໃຫ້ອາຕະມາແດ່ຈັກຄັນ!” ຊາຍໜຸ່ມຟັງແລ້ວອື້ງ ເວົ້າຫຍັງຕໍ່ບໍ່ໄດ້ ແລ້ວກໍເວົ້າອອກໄປວ່າ

“ພະອາຈານ ເງິນ 100,000 ກີບ ຈະຊື້ລົດໃຫຍ່ໄດ້ຈັ່ງໃດ? ແມ່ນແຕ່ຕີນມັນຕີດຽວຍັງບໍ່ໄດ້ເລີຍ! ”

“ແນ່ ພໍ່ອອກກໍຮູ້ເດວ່າເງິນ 100,000 ກີບ ຊື້ລົດໃຫຍ່ບໍ່ໄດ້ ແຕ່ຄົນຫຼວງຫຼາຍໃນໂລກນີ້ ທີ່ພະຍາຍາມເຮັດໃນສິ່ງນີ້ ລົງທຶນໜ້ອຍດຽວແລ້ວຢາກໄດ້ກຳໄລຫຼວງຫຼາຍ ໄຫວ້ພະໄຫວ້ເຈົ້າເລັກໆນ້ອຍໆ ຖວາຍໝາກກ້ຽງ 3 ໜ່ວຍ ໄຕ້ທູບ 3 ດອກ ແລ້ວກໍຂໍຄືວ່າທູບຄືຕະກຽງວິເສດ ເສກຫຍັງກໍໄດ້ ອັນນີ້ເອົາກຳໄລເກີນຄວນບໍລະ?”

“ໂດຍ!… ຄືວ່າ… ຄື…” ຊາຍໜຸ່ມໄດ້ແຕ່ເອີ ອາ ເວົ້າບໍ່ອອກ

ເຮັດບຸນບຸນຍ່ອມເກີດ ແຕ່ບຸນທີ່ເຮັດນັ້ນອັດສະຈັນຫຼືບໍ່?

ເຮັດບຸນໜ້ອຍກວ່າກຳລັງ ເມື່ອຜົນບຸນຕອບສະໜອງກໍແປະໆບາງໆ ເທົ່າກັບກຳລັງທີ່ເຮັດ

ເຮັດບຸນຕາມກຳລັງ ເມື່ອຜົນບຸນຕອບສະໜອງກໍສົມເຫດສົມຜົນ

ເຮັດບຸນເກີນກຳລັງ ເມື່ອຜົນບຸນຕອບສະໜອງກໍອັດສະຈັນມະຫາສານ

ຈົ່ງຈື່ເອົາໄວ້ວ່າ

“ໃນໂລກນີ້ບໍ່ມີຫຍັງໄດ້ມາຟຣີໆ ”

ບໍ່ປູກເຫດແລ້ວຈະໄດ້ຮັບຜົນຈັ່ງໃດ?

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...