spot_img
Homeເກາະຕິດກິລາຊີເກມຜົນການແຂ່ງຂັນບານເຕະທີມຊາດລາວນັດທີ 4 ໃນຊີເກມຄັ້ງທີ 28

ຜົນການແຂ່ງຂັນບານເຕະທີມຊາດລາວນັດທີ 4 ໃນຊີເກມຄັ້ງທີ 28

Published on

ໃນການແຂ່ງຂັນບານເຕະງານມະຫະກຳກິລາຊີເກມຄັ້ງທີ 28 ກຸ່ມບີ ທີມຊາດລາວ ພົບ ທີມຊາດຕີມໍເລສເຕ ໃນເວລາ 19:30 ໂມງທີ່ສິງກະໂປ

ການແຂ່ງຂັນເລີ່ມຂື້ນເຄີ່ງເວລາທຳອິດຕີມໍຂື້ນນຳກ່ອນ 1-0 ປະຕູໃນນາທີທີ່ 22 , ເຊີ່ງທີມຊາດລາວພະຍາຍາມຕີໄຂ່ແຕກໄດ້ໃນນາທີທີ່ 27 ເຮັດໃຫ້ສະເໝີກັນຢູ່ທີ່ 1-1 ປະຕູຈາກການຍິງຂອງບຸນທະວີ ສີປະສົງ ແລະ ກໍ່ບໍ່ສາມາດຍິງປະຕູກັນເພີ່ມໄດ້ໃນທີ່ສຸດກໍ່ໝົດເຄີ່ງເວລາທຳອິດ

ເກມການແຂ່ງຂັນໃນເຄີ່ງເວລາທີ 2 ຫຼີ້ນມາບໍ່ພໍເທົ່າໃດນາທີທີມຊາດລາວເຮັດໃຫ້ແຟນບານລາວມີເຮເມື່ອພຸດທະໄຊ ໂຄຈະເລີນ ຍິງປະຕູທີ 2 ໃຫ້ທີມຊາດລາວ ຂື້ນນຳ ທີມຊາດຕີມໍເລສເຕ 2-1 ປະຕູ, ແລະ ໃນນາທີທີ່ 67 ທີມຊາດລາວກໍ່ມີລຸ້ນທີ່ຈະຊະນະຂາດໂດຍການຍິງປະຕູຂື້ນນຳເປັນ 3-1 ປະຕູຈາກການຍິງຂອງຄອນສະຫວັນ ສີຫາວົງ ແຕ່ວ່າລາວເຮົາກໍ່ມາເສຍປະຕູເພີ່ມອີກ 1 ປະຕູໃຫ້ກັບຕີມໍເລສເຕ, ແຕ່ບໍ່ເປັນຜົນເມື່ອຈົບການແຂ່ງຂັນທີມຊາດລາວເອົາຊະນະທີມຊາດຕີມໍເລສເຕໄປໄດ້ 3-2 ປະຕູເຮັດໃຫຫ້ເກັບເພີ່ມໄດ້ອີກ 3 ຄະແນນ, ເຊີ່ງວ່າທີມຊາດລາວເຮົາລົງເຕະ 4 ນັດຊະນະ 2 ເສຍ 2 ມີ 6 ຄະແນນ ເປັນອັນດັບທີ 4 ຂອງຕາຕະລາງ ແລະ ນັດຕໍ່ໄປຈະພົບກັບມາເລເຊຍໃນວັນທີ 11 ມິຖຸນານີ້ຢ່າລືມຖ້າຕິດຕາມໃຫ້ກຳລັງໃຈນັກກິລາລາວເຮົາ

11230717_1614205202130332_2927558383071362422_n

11391555_1614217945462391_5364017622063034552_n

11392853_1614229115461274_4881609785361828291_n

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...