Homeເກາະຕິດກິລາຊີເກມເປຕັງຄວ້າອີກ 2 ຫຼຽນທອງໃຫ້ທັບນັກກິລາລາວໃນຊີເກມຄັ້ງທີ 28 ທີ່ສິງກະໂປ

ເປຕັງຄວ້າອີກ 2 ຫຼຽນທອງໃຫ້ທັບນັກກິລາລາວໃນຊີເກມຄັ້ງທີ 28 ທີ່ສິງກະໂປ

Published on

ນັກກິລາເປຕັງທີມຊາດລາວປະເພດຊາຍ-ຍິງດ່ຽວຄວ້າມາໄດ້ພຽງ2 ຫຼຽນທອງ ໃນການແຂ່ງຂັນກິລາເປຕັງງານມະຫາກຳກິລາຊີເກມຊີເກມຄັ້ງທີ 28 ທີ່ປະເທດສິງກະໂປຫຼັງຈາກທີ່ໃນຮອບຮອງຊະນະເລີດຫຼືຮອບຊີງຫຼຽນເງິນທ້າວພຸດທະດາ ແກ້ວການນິກາ ພາດທ່າເສຍໃຫ້ນັກກິລາທີມຊາດມາເລເຊຍ ໃນຂະນະທີ່ ນາງໂບວິລັກ ເທບພະກັນ ກໍ່ເສຍໃຫ້ນັກກິລາທີມຊາດປະເທດກຳປູເຈຍເຊັ່ນກັນ.

ເມື່ອຕອນເຊົ້າວັນທີ 8 ມິຖຸນາຜ່ານມາທີ່ສະໜາມກິລາປາເດັງປະເທດສິງກະໂປ, ກິລາເປຕັງ ຊີເກມ ຄັ້ງທີ 28 ໄດ້ສືບຕໍ່ແຂ່ງຂັນໃນປະເພດຊາຍ-ຍິງດ່ຽວຮອບຮອງຊະນະເລີດຫຼືຮອບ 4 ຄົນສຸດທ້າຍ. ສໍາລັບປະເພດຊາຍດ່ຽວທ້າວພຸດທະດາ ແກ້ວການນິກາ ຈາກສປປ ລາວພົບກັບທ້າວ ມູຮາ ຟິຊູດດິນ ນັກກິລາທີມຊາດມາເລເຊຍ, ຜ່ານການແຂ່ງຂັນຜົນປະກົດວ່າທ້າວ ພຸດທະດາ ແກ້ວການນິກາ ເສຍໃຫ້ນັກກິລາທີມຊາດມາເລເຊຍ 3-13 ຄະແນນຈຶ່ງໄດ້ພຽງຫຼຽນທອງມາຄອງ. ທັງນີ້, ສຳລັບການແຂ່ງຂັນໃນຮອບຄັດເລືອກທ້າວພຸດທະດາ ແມ່ນຊະນະເຖິງ 7 ຈາກ 9 ນັດ, ຊະນະນັກກິລາທີມຊາດມາເລເຊຍ 13-5ຄະແນນ, ເສຍໃຫ້ນັກກິລາທີມຊາດໄທ 7-13ຄະແນນ, ຊະນະນັກກິລາທີມຊາດບຣູໄນ 13-12ຄະແນນ, ຊະນະນັກກິລາທີມຊາດກຳປູເຈຍ 13-9ຄະແນນ, ຊະນະນັກກິລາທີມຊາດຟິລິບປິນ 13-7ຄະແນນ, ຊະນະນັກກິລາທີມຊາດອິນໂດເນເຊຍ 13-3ຄະແນນ, ເສຍໃຫ້ນັກກິລາທີມຊາດຫວຽດນາມ 7-13ຄະແນນ, ຊະນະນັກກິລາທີມຊາດສິງກະໂປເຈົ້າພາບ 13-6ຄະແນນແລະຊະນະມຽນມາ 13-3 ຄະແນນ.

ສ່ວນປະເພດຍິງດ່ຽວນາງ ໂບວິລັກ ເທບພະກັນ ນັກກິລາເປຕັງທີມຊາດລາວລົງແຂ່ງຂັນໃນຮອບຮອງຊະນະເລີດກໍ່ພາດທ່າເສຍໃຫ້ນາງ ສະຣີຍາອັນ ນັກກິລາທີມຊາດປະເທດກຳປູເຈຍ 5-13 ຄະແນນໄດ້ພຽງຫຼຽນທອງມາຄອງເຊັ່ນກັນ, ໂດຍໃນຮອບຄັດເລືອກ “ໂບວິລັກ ເທບພະຈັນ”ຊະນະເຖິງ 6 ຈາກ 8 ນັດເຊິ່ງເສຍໃຫ້ນັກກິລາທີມຊາດກຳປູເຈຍ 7-13 ຄະແນນ , ຊະນະນັກກິລາທີມຊາດຫວຽດນາມ 13-6ຄະແນນ, ເສຍໃຫ້ນັກກິລາທີມຊາດໄທ 4-13ຄະແນນ, ຊະນະນັກກິລາທີມຊາດສິງກະໂປເຈົ້າພາບ 13-6ຄະແນນ, ຊະນະນັກກິລາທີມຊາດຟິລິບປິນ 13-1ຄະແນນ, ຊະນະນັກກິລາທີມຊາດມາເລເຊຍ 13-7ຄະແນນ, ຊະນະນັກກິລາທີມຊາດມຽນມາ 13-9ຄະແນນແລະຊະນະນັກກິລາທີມຊາດອິນໂດເນເຊຍ 13-8 ຄະແນນ.

ເຖິງຢ່າງໃດກໍ່ຕາມ, ມາຮອດວັນທີ 8 ມິຖຸນາ 2015 ທັບນັກກິລາເປຕັງທີມຊາດລາວ ກໍ່ຍາດມາໄດ້ແລ້ວ 4 ຫຼຽນທອງ ໂດຍໄດ້ຈາກປະເພດຊຸດຕິ້ງຍິງ-ຊາຍ 2ຫຼຽນທອງ ແລະ ປະເພດຊາຍ-ຍິງດ່ຽວ 2 ຫຼຽນທອງ.

11401405_866078600096454_6566720800392721830_n

ຂອບໃຈຂ່າວແລະພາບ: ລູກນ້ຳເຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...