Homeຂ່າວພາຍ​ໃນປົດຕຳແໜ່ງ ພ້ອມຢຶດເງິນຫຼາຍກວ່າ 1 ຕື້ ພະນັກງານລັດຢູ່ແຂວງວຽງຈັນ

ປົດຕຳແໜ່ງ ພ້ອມຢຶດເງິນຫຼາຍກວ່າ 1 ຕື້ ພະນັກງານລັດຢູ່ແຂວງວຽງຈັນ

Published on

1549279_1449614508688632_1306502016050303016_n

ອີງຕາມການລາຍງານຂອງ ສຳນັກຂ່າວສານປະເທດລາວກ່າວວ່າ: ຄະນະກວດກາພັກ-ລັດແຂວງວຽງຈັນໄດ້ເປີດເຜີຍຕໍ່ນັກຂ່າວສໍານັກຂ່າວສານປະເທດລາວໃນວັນທີ 9 ມິຖຸນາ 2015 ນີ້ວ່າ: 80% ແມ່ນພະນັກງານລັດໃນຈໍານວນຜູ້ກະທໍາຜິດ 57 ຄົນໃນຂໍ້ຫາລັກຊື້-ຂາຍຊັບຂອງລັດແບບບໍ່ຖືກຕ້ອງຢູ່ເມືອງໂພນໂຮງ ແລະ ເມືອງຫີນເຫີບ ເຊິ່ງໃນນັ້ນມີ ຮອງເຈົ້າເມືອງ, ມີພະນັກງານຈາກສູນກາງ ແລະ ທ້ອງຖິ່ນຮູ້ເຫັນເປັນໃຈ ແລະ ເຮັດວຽກຮ່ວມກັນເປັນລະບົບຄົບຊຸດ ມາເຖິງປັດຈຸບັນນີ້ ຈໍານວນໜຶ່ງຂອງຜູ້ກະທໍາຜິດໄດ້ປົດອອກຈາກຕໍາແໜງແລ້ວ ພ້ອມທັງຢືດຊັບສິນຄືນໄດ້ 700 ລ້ານກີບ ແລະ ເງິນຕາຕ່າງປະເທດ 1 ແສນໂດລາສະຫະລັດເຂົ້າງົບປະມານລັດ.
ທ່ານ ເຄນ ເຮືອງຄໍາແສງ ຫົວໜ້າບໍລິຫານຂອງຄະນະກວດກາພັກ-ລັດແຂວງວຽງຈັນໄດ້ເປີດເຜີຍວ່າ: ນີ້ແມ່ນມາດຕະການໜຶ່ງທີ່ເດັດຂາດເພື່ອຫລຸດຜ່ອນປະກົດການຫຍໍ້ທໍ້ທີ່ປະກົດຂຶ້ນພາຍໃນແຂວງ ທັງເປັນການສ້າງຄວາມເຂັ້ມແຂງໃຫ້ພັກ-ລັດຖະບານພວກເຮົາສາມາດເກັບລາຍຮັບເຂົ້າງົບປະມານເພີ່ມຂຶ້ນຢ່າງຕໍ່ເນື່ອງ ອັນເປັນປະກອບສ່ວນປົກປັກຮັກສາ ແລະ ສ້າງພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງ ປະຊາຊົນບັນດາເຜົ່າມີຄວາມຜາສຸກຂຶ້ນເທື່ອລະກ້າວ. ສະນັ້ນ ຜູ້ກະທໍາຜິດທັງໝົດ 57 ຄົນກໍຕ້ອງປະຕິບັດຄໍາຕິສິນຂອງສານຢ່າງເດັດໂດຍບໍ່ມີຂໍ້ຍົກເວັ້ນ ສ່ວນຊັບສິນຂອງລັດທີ່ເສຍຫາຍກໍຕ້ອງເກັບຄືນໃຫ້ຈົນໝົດ.

ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...