spot_img
Homeຂ່າວພາຍ​ໃນປະຊາຊົນຂຸດໄດ້ ພະພຸດທະຮູບເງິນເກົ່າແກ່ 40 ອົງ

ປະຊາຊົນຂຸດໄດ້ ພະພຸດທະຮູບເງິນເກົ່າແກ່ 40 ອົງ

Published on

ມື້ວັນທີ 7 ມິຖຸນາ 2015 ທີ່ຜ່ານມາ ປະຊາຊົນ ບ້ານຫົວຊ້າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຂຸດດິນແລ້ວພົບພະພຸດທະຮູບ ໂລຫະເງິນ ຈຳນວນຫຼາຍກວ່າ 40 ອົງ ແລ້ວໄດ້ອັງເຊີນເຂົ້າມອບໃຫ້ພະອາຈານ ປະຈຳວັດບ້ານຫົວຊ້າງ ເພື່ອກວດກາແລະເກັບຮັກສາ.

ຕາມການສັນນິຖານຂອງພະສົງ ແລະເຖົ້າແກ່ແນວໂຮມບ້ານ ເວົ້າວ່າພະພຸດທະຮູບຈຳນວນດັ່ງກ່າວ ແມ່ນມີອາຍຸຫຼາຍກວ່າ 100 ປີ ຫຼືອາດຈະແມ່ນສະໄໝວຽງຈັນຖືກ ຮຸກຮານຈາກສັກດິນາຕ່າງດ້າວ ແລ້ວຜູ້ຮັກສາຫຼືວັດໃນສະໄໝນັ້ນ ເອົາໄປຊຸກເຊື່ອງໄວ້ ໂດຍການຝັງດິນເອົາໄວ້.

ທ່ານ ຄູນມີ ຣາດຊະພົນ ຫົວໜ້າຫ້ອງການຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ເມືອງນາຊາຍທອງໄດ້ເປີດເຜີຍໃນວັນທີ 8 ມິຖຸນາ 2015 ວ່າ: ການພົບເຫັນພຣະພຸດນັ້ນແມ່ນເລື່ອງແທ້ ປັດຈຸບັນນີ້ພວກເຮົາໄດ້ເຄື່ອນຍ້າຍພຣະພຸດທະຮູບທັງໝົດໄປໄວ້ຢູ່ສະຖານທີ່ປອດໄພແລ້ວ.

ແນວໃດກໍຕາມ, ສ່ວນລາຍລະອຽດນັ້ນ ທາງພາກສ່ວນທີ່ກ່ຽວຂ້ອງຈະໄດ້ທຳການສຶກສາຄົ້ນຄວ້າເບິ່ງຕື່ມອີກ

10460455_807636099344140_7285510829463113829_n 11018112_807636136010803_8619650561545382211_n 11350400_807636012677482_625803819183094333_n 11391483_807635822677501_3869235626772685442_n 11393159_807636066010810_4196484449547528319_n

 

11391784_1448970555419694_154126628434684698_n

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...