spot_img
Homeຂ່າວພາຍ​ໃນຕຳຫຼວດໄລ່ຈັບພໍ່ຄ້າຢາ ກາງນະຄອນຫຼວງວຽງຈັນ ໄດ້ຢາ 10 ເປົາ

ຕຳຫຼວດໄລ່ຈັບພໍ່ຄ້າຢາ ກາງນະຄອນຫຼວງວຽງຈັນ ໄດ້ຢາ 10 ເປົາ

Published on

ເວລາ ປະມານ 9:00 ໂມງ ຂອງວັນທີ 7 ມິຖຸນາ 2015 ໄດ້ເກີດເຫດລົດ ໂຕໂຢຕ້າ ປຣາໂດ ໝາຍເລກທະບຽນ ຄຫ 8777 ກຳແພງນະຄອນ ຂົນຢາບ້າລາຍໃຫຍ່ ໄດ້ເກີດອຸບັກເຫດ ໃນຖະໜົນໂພນຕ້ອງ ເຂດບ້ານໂພນຕ້ອງ ພໍເກີດອຸບັດເຫດແລ້ວຄົນຂັບແລະຜູ້ໂດຍສານ ທັງໝົດ 4 ຄົນໄດ້ແລ່ນໜີອອກຈາກລົດໄປ. ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກວດກາ ແລະພົບເຫັນວ່າໃນກະບະລົດມີ ຢາບ້າທີ່ບັນຈຸມາໃນກະເປົາຂາວ ຈຳນວນ 10 ເປົາ ເຊິ່ງຄາດວ່າມີຢາບ້າບັນຈຸໄວ້ບໍ່ຕ່ຳກວ່າລ້ານເມັດ.

ຈາກນັ້ນເຈົ້າໜ້າທີ່ໄດ້ອອກຕິດຕາມໄລ່ລ່າ ຈິ່ງສາມາດຈັບໂຕຄົນຂັບລົດໄດ້ ຊື່ ທ້າວ ຄຳວາງ ອາຍຸ 42 ປີ ປະຊາຊາຊົນ ບ້ານຫຼັກ 2 ເມືອງສາລະວັນ ແຂວງສາລະວັນ ເຊິ່ງຜູ້ກ່ຽວມີຖິ່ນເກີດຢູ່ ອຸດົມໄຊ.

ສ່ວນລົດຄັນດັ່ງກ່າວອອກຊື່ເຈົ້າຂອງລົດຄື ນາງ ໝອນ ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ເຫດການດັ່ງກ່າວ ເປັນເຫດການ ການພົບແລະຍຶດຢາບ້າຄັ້ງໃຫຍ່ ທີ່ສຸດໃນກາງໃຈນະຄອນຫຼວງວຽງຈັນ ເຊິ່ງການຂົນຢາບ້າຄັ້ງດັ່ງກ່າວນີ້ແມ່ນ ເຮັດແບບທ້າທາຍຕໍ່ສາຍຕາເຈົ້າໜ້າທີ່. ສ່ວນລາຍລະອຽດກຸ່ມຄົນຮ້າຍ ແລະເຄືອຂ່າຍໃຫຍ່ນັ້ນ ເຈົ້າໜ້າທີ່ກຳລັງຕິດຕາມກວດກາ ເພື່ອຈະນຳເອົາຄົນຮ້າຍມາດຳເນີນຄະດີ ໃນອັນດັບຕໍ່ໄປ.

10314770_989163224448683_4094595059944957841_n

10314770_989163224448683_4094595059944957841_n 11401167_989163134448692_1196293453512671980_n 11403287_989163294448676_3183443852140595271_n

10314758_826541154103876_2860388875477626219_n 10425379_826541070770551_3861837739559326420_n 11109263_826541124103879_871140055325267355_n 11390052_826541090770549_3562175755388175130_n 11390151_826541170770541_4167185727147666143_n 11390553_826541140770544_3520659041020996993_n 11392937_826541230770535_6759494993427222117_n 11412107_826541197437205_743278547398557539_n

ພາບຂໍ້ມູນຈາກ : pong sengsavang

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...