spot_img
Homeຂ່າວຕ່າງປະເທດໂລກໝູນຊ້າ ກຽມປັບເວລາເພີ່ມ 1 ວິນາທີ ໃນມື້ວັນທີ 30 ມິຖຸນານີ້! ພ້ອມອາດມີຜົນກະທົບ ລະບົບອິນເຕີເນັດ!

ໂລກໝູນຊ້າ ກຽມປັບເວລາເພີ່ມ 1 ວິນາທີ ໃນມື້ວັນທີ 30 ມິຖຸນານີ້! ພ້ອມອາດມີຜົນກະທົບ ລະບົບອິນເຕີເນັດ!

Published on

world_time

ໂລກກຽມປັບເວລາເພີ່ມ 1 ວິນາທີ ໃນວັນທີ 30 ມິຖຸນານີ້ ເຫດຍ້ອນໂລກໝູນຊ້າລົງ ເຮັດໃຫ້ປີນີ້ໂລກເຮົາຈະມີເວລາຍາວຂຶ້ນອີກ 1 ວິນາທີ ແຕ່ອາດກະທົບຕໍ່ລະບົບອິນເຕີເນັດ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ມິຖຸນານີ້ວ່າ ຫໍເບິ່ງດາວປາຣີ ແລະ ອົງການສາກົນໃຫ້ບໍລິການລະບົບອ້າງອີງ ແລະ ຕິດຕາມການໝູນຂອງໂລກ (IERS) ເຊິ່ງມີຖານຕັ້ງຢູ່ປະເທດຝຣັ່ງ ໄດ້ປະກາດກຽມປັບເວລາໂລກເພີ່ມອີກ 1 ວິນາທີ ໃນມື້ວັນທີ 30 ມິຖຸນານີ້ ເນື່ອງຈາກໂລກໝູນຊ້າລົງ, ແນວໃດກໍຕາມ ແມ່ນສ້າງຄວາມວິຕົກກັງວົນວ່າ ການປັບເວລາເພີ່ມຄັ້ງນີ້ ອາດເປັນບັນຫາໃຫຍ່ຕໍ່ລະບົບອິນເຕີເນັດ.

ແຫລ່ງຂ່າວໄດ້ລະບຸວ່າ ການປັບວິນາທີທົດ (Leap second) 1 ວິນາທີນີ້ ສືບເນື່ອງມາຈາກການໝູນຂອງໂລກ ມີແນວໂນ້ມຊ້າລົງເລື້ອຍໆ ໃນອັດຕາສ່ວນ 1/2000 ວິນາທີ ຕໍ່ 1 ມື້ ໂດຍຈະເພີ່ມວິນາທີນີ້ເຂົ້າໄປທີ່ເວລາ 23:59:60 ໂມງ ຂອງມື້ວັນທີ 30 ມິຖຸນາ 2015 ນີ້ ເຊິ່ງຈະເຮັດໃຫ້ພາຍໃນມື້ດັ່ງກ່າວ ມີເວລາ 86,401 ວິນາທີ ຈາກເດີມທີ່ມີ 86,400 ວິນາທີ ເພື່ອໃຫ້ເວລາມາດຕະຖານໂລກຈາກໂມງອະໂຕມ (Atomic Clock) ເຊິ່ງເປັນໂມງທີ່ມີຄວາມທ່ຽງກົງສູງ ສອດຄ່ອງກັບເວລາຂອງໂລກ.

ທັງນີ້ ການປັບເວລາໃນມື້ວັນທີ 30 ມິຖຸນາດັ່ງກ່າວ ນັບເປັນການປັບເວລາຄັ້ງທີ 26 ຢູ່ໃນປະຫວັດສາດຂອງໂລກ, ແນວໃດກໍຕາມ ການເພີ່ມວິນາທີທົດດັ່ງກ່າວນີ້ ແມ່ນອາດຈະສົ່ງຜົນກະທົບຕໍ່ລະບົບອິນເຕີເນັດຕ່າງໆ ເຊັ່ນໃນປີ 2012 ໄດ້ເຮັດໃຫ້ເຊີຣ໌ເວີຣ໌ຂອງເວັບໄຊຕ່າງໆ ເກີດບັນຫາຂັດຂ້ອງຂຶ້ນ ເນື່ອງຈາກລະບົບມີຄວາມສັບສົນຕໍ່ການປ່ຽນແປງເວລາ ໃນຂະນະທີ່ບໍລິສັດຊອບແວຣ໌ຫລາຍແຫ່ງ ໄດ້ກະກຽມຮັບມືກັບການປັບເວລາຄັ້ງນີ້ແລ້ວ.

ບົດຄວາມຫຼ້າສຸດ

img2

img1

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...