spot_img
Homeຄວາມງາມເທັກ​ນິກ​ແຕ່ງ​ດັງ​ໃຫ້​ເບິ່ງ​ໂມຂື້ນ

ເທັກ​ນິກ​ແຕ່ງ​ດັງ​ໃຫ້​ເບິ່ງ​ໂມຂື້ນ

Published on

6

  1. ດັງ​ແໝບຫລາຍ ບໍ່​ມີ​ສັນໃຊ້​ໄຮ​ໄລທ໌​ ສີ​ສະຫວ່າງ ​ແຕ້ມ​ບໍລິເວນ​ສັນ​ດັງ​ຈາກ​ນັ້ນ​ເກ່ຍ​ໃຫ້ເປັນ​ສັນ​ສວຍງາມ ສຳເລັດ​ແລ້ວ​ໃຊ້​ຄອນ​ຊີນ​ເລີລ໌​ສີ​ຄ້ຳ​ກວ່າ​ຜິວ​ແທ້ ແຕ້ມ​ບໍລິເວນ​ປີກ​ດັງ​ໄປ​ເຖິງ​ບໍລິເວນ​ສູນກາງ​ດັງ ລວມ​ເຖິງ​ຂ້າງ​ດັງ​ດ້ວຍ ເວັ້ນ​ບໍລິເວນ​ທີ່​ລົງ​ໄຮ​ໄລທ໌​ສີ​ສະຫວ່າງ​ໄວ້ ຈາກ​ນັ້ນ​ໃຊ້​ຟອງ​ນ້ຳ​ຄ່ອຍ​ໆ ເກ່ຍ​ໃຫ້​ສີ​ກົມ​ກືນ​ກັນ
  2. ດັງ​ແໝບໜ້ອຍ ບໍ່​ມີ​ສັນໃຊ້​ໄຮ​ໄລທ໌​ສີ​ສະຫວ່າງ​ແຕ້ມ​ບໍລິເວນ​ສັນ​ດັງ ​ແລະ ​ປີກ​ດັງ ຈາກ​ນັ້ນ​ເກ່ຍ​ໃຫ້ເປັນ​ສັນ​ສວຍງາມ ສຳເລັດ​ແລ້ວ​ໃຊ້​ຄອນ​ຊີນ​ເລີລ໌​ສີ​ຄ້ຳ​ກວ່າ​ຜິວ​ແທ້ ແຕ້ມ​ບໍລິເວນ​ຮ່ອງ​ດັງ ​ແລະ​ ຂ້າງ​ດັງ ຈາກ​ນັ້ນ​ໃຊ້​ອາຍ​ໄລ​ເນີລ໌​ສີ​ນ້ຳ​ຕານ​ອ່ອນ​ຂີດ​ເສັ້ນ​ແບ່ງ​ລະຫວ່າງ​ສັນ​ດັງ​ ແລະ​ ປີກ​ດັງ​ທັງ​ສອງ​ຂ້າງ ຈາກ​ນັ້ນ​ເກ່ຍ​ໃຫ້​ກົມ​ກືນ​ກັນ
  3. ດັງ​ມີ​ສັນ ແຕ່​ນ້ອຍໃຊ້​ໄຮ​ໄລທ໌​ສີ​ສະຫວ່າງ ​ເກ່ຍ​ບໍລິເວນ​ຂ້າງ​ດັງ​ ແລະ​ ປີກ​ດັງ ເພື່ອ​ເນັ້ນ​ໃຫ້​ດັງ​ເບິ່ງ​ເດັ່ນ​ເທິງ​ໃບ​ໜ້າ ຈາກ​ນັ້ນ​ເກ່ຍ​ຄອນ​ຊີນ​ເລີລ໌​ສີ​ຄ້ຳ​ກວ່າ​ຜິວ​ແທ້ ບໍລິເວນ​ຮ່ອງ​ດັງ ແລະ ​ຂ້າງໆ ປີກ​ດັງ​ໜ້ອຍໜື່ງ
  4. ດັງ​ມີ​ສັນ ແລະ​ໃຫຍ່ ໃຊ້​ຄອນ​ຊີນ​ເລີລ໌​ສີ​ຄ້ຳ​ກວ່າ​ຜິວ​ແທ້ ເກ່ຍ​ບໍລິເວນ​ຂ້າງ​ດັງ ​ແລະ ​ປີກ​ດັງ ສ່ວນ​ຮ່ອງ​ດັງ​ໃຫ້​ໃຊ້​ຄອນ​ຊີນ​ເລີລ໌​ສະຫວ່າງ​ກວ່າ​ຜິວແທ້ ເກ່ຍ​ໃຫ້​ກົມ​ກືນ​ກັບ​ຜິວ ຈະ​ຊ່ວຍ​ໃຫ້​ດັງ​ເບິ່ງ​ນ້ອຍ​ລົງ

5. ດັງ​ໂມເກີນໄປ ໃຊ້​ຄອນ​ຊີນ​ເລີລ໌​ສີ​ຄ້ຳ​ກວ່າ​ຜິວ ເກ່ຍ​ບໍລິເວນ​ສັນ​ດັງ ຈະ​ຊ່ວຍ​ເຮັດໃຫ້​ດັງ​ເບິ່ງ​ແບນ​ລົງ ບໍ່​ໂມຈົນ​ເກີນ​ໄປ ແລະ​ໃຊ້​ຄອນ​ຊີນ​ເລີລ໌​ສີ​ສະຫວ່າງ​ກວ່າ​ຜິວ ເກ່ຍ​ບໍລິເວນ​ຮ່ອງ​ດັງ

ບົດຄວາມຫຼ້າສຸດ

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...

5 ນັກກິລາບານສົ່ງໄທຕິດຢູ່ໃນເນປານ ທ່າມກາງການປະທ້ວງຮຸນແຮງ ພ້ອມເຜີຍສະຖານະການຫຼ້າສຸດ

ຈາກສະຖານະການຄວາມຮຸງແຮງ ຂອງການປະທ້ວງທີ່ເກີດຂຶ້ນທີ່ປະເທດເນປານ ໃນວັນທີ 09 ກັນຍາ 2025 ທີ່ຜ່ານມາ ສົ່ງຜົນໃຫ້ນັກກິລາບານສົ່ງຍິງຈາກປະເທດໄປ ຈຳນວນ 5 ຄົນ, ທີ່ເດີນທາງໄປແຂ່ງຂັນກິລາບານສົ່ງທີ່ປະເທດເນປານ ລະຫວ່າງ ວັນທີ 05-13...

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້: