spot_img
Homeຄວາມງາມວິທີ ທາ​ຄີມ ບຳ​ລຸງ​ຜິວໃຫ້ຖືກຕ້ອງ

ວິທີ ທາ​ຄີມ ບຳ​ລຸງ​ຜິວໃຫ້ຖືກຕ້ອງ

Published on

02_77

  1.  ເຮັດ​ຄວາມ​ສະ​ອາດ​ຜິວ​ໜ້າ​ໃຫ້​ໝົດ​ຈົດແລ້ວ​ເລືອກ​ປະລິມານ​ຄີມ​ທີ່​ຕ້ອງ​ໃຊ້​ໃຫ້​ເໝາະ​ຕາມ​ຄຳ​ແນະ​ນຳ​ຂອງ​ຜູ້​ຊ່ຽວຊານ​ດ້ານ​ຄວາມ​ງາມເຮົາ​ເພາະ​ຖ້າ​ນ້ອຍ​ເກີນ​ໄປກໍ​ຈະ​ບໍ່​ໄດ້​ປະ​ສິດ​ທິ​ພາບ​ເທົ່າ​ທີ່​ຄວນ​ຫລື​ຖ້າ​ຫລາຍ​ເກີນ​ໄປກໍ​ຈະ​ເຮັດໃຫ້​ຜິວ​ໜ້າ​ມັນ​ເກີນ​ໄປແລະ​ກໍ​ເປືອງ​ໂດຍ​ໃຊ້ເຫດ​ອີກ​ດ້ວຍຊຶ່ງ​ສ່ວນ​ໃຫຍ່​ຈະ​ປະ​ມານ1ຂໍ້​ນິ້ວມື
  2.  ເລີ່ມ​ແຕ້ມ​ຄີມ​ທີ່​ບໍລິເວນ 5 ຈຸດຂອງ​ໃບ​ໜ້າ​ຄືໜ້າ​ຜາກ,ດັງ,ແກ້ມ​ທັງ​ສອງ​ຂ້າງແລະ​ຄາງ​ຕາມ​ລຳ​ດັບ
  3.  ນິ້ວ​ກາງ​ແລະ​ນິ້ວ​ນາງເກ່ຍ​ບໍລິເວນ​ທີ່​ກວ້າງ​ທີ່ສຸດ​ກ່ອນເຊັ່ນໂໜກ​ແກ້ມ ໂດຍ​ເລີ່ມ​ຈາກ​ສ່ວນ​ກາງ​ໄປ​ຍັງ​ສ່ວນ​ຂ້າງໆແລ້ວ​ຕາມ​ດ້ວຍ​ແນວ​ສັນ​ດັງ, ຄາງແລະ​ໜ້າ​ຜາກໂດຍ​ເວັ້ນ​ບໍລິເວນ​ຮອບ​ດວງ​ຕາ​ໄວ້ ເພາະ​ອາດຈະ​ຕ້ອງ​ໃຊ້​ຄີມ​ຊະນິດ​ສະເພາະ​ຮອບ​ດວງ​ຕາ​ແທນ
  4.  ການ​ລົງ​ນ້ຳ​ໜັກ​ນິ້ວຄວນ​ຈະ​ເບົາ​ທີ່ສຸດ​ເທົ່າ​ທີ່​ເຮັດ​ໄດ້​ເພາະ​ຜິວ​ໜ້າ​ເປັນ​ຜິວ​ທີ່​ບອບ​ບາງຄວນ​ໄດ້ຮັບ​ການ​ທະ​ນຸດ​ນອມຖ້າ​ລົງ​ນ້ຳ​ໜັກ​ແຮງ​ເກີນ​ໄປອາດຈະ​ເຮັດໃຫ້​ເກີດ​ຮອຍ​ຍານໃນ​ພາຍ​ຫລັງ​ໄດ້
  5.  ທາ​ຄີມ​ຮອບ​ດວງ​ຕາຄວນ​ໃຊ້​ປະລິມານ​ເນື້ອ​ຄີມ​ປະ​ມານ1ເມັດ​ຖົ່ວ​ຂຽວແລ້ວ​ໃຊ້​ນິ້ວ​ນາງ​ພຽງ​ນິ້ວ​ດຽວ​ໃນ​ການ​ທາເພາະ​ຈະ​ນ້ຳ​ໜັກ​ກົດ​ເບົາ​ທີ່ສຸດແລ້ວ​ທາ​ຄີມ​ໄລ່​ຕາມ​ແນວ​ໂຄງ​ກະດູກ​ເບົ້າ​ຕາອາດຈະ​ເລີ່ມ​ທີ່​ຫົວ​ຕາ​ຫລື​ຫາງ​ຕາ​ກ່ອນ​ກໍ​ໄດ້ແລ້ວ​ວົນ​ຄີມ​ອ້ອມຮອບດວງ​ຕາຈະ​ວົນ​ເຂົ້າ​ຫລື​ວົນ​ອອກ​ກໍ​ໄດ້​ຕາມ​ຖະຫນັດແຕ່​ຕ້ອງ​ວົນ​ໄປ​ໃນ​ທິດ​ທາງ​ດຽວ​ກັນ​ທັງ​ສອງ​ຂ້າງ
  6.  ທາ​ຄີມ​ບໍລິເວນ​ລຳ​ຄໍຄວນ​ໃຊ້​ປະລິມານ​ເນື້ອ​ຄີມ​ເທົ່າ​ກັບ​ທີ່​ໃບ​ໜ້າ​ປະ​ມານ1ຂໍ້​ມືໂດຍ​ເລີ່ມ​ຈາກ​ບໍລິເວນ​ທີ່​ກວ້າງ​ທີ່ສຸດ​ຂອງ​ລຳ​ຄໍ​ກ່ອນຄືບໍລິເວນ​ຖານ​ລຳ​ຄໍ​ແລ້ວ​ໃຊ້​ປາຍ​ນິ້ວ​ມືທັງ​ໝົດ​ຄ່ອຍ​ໆລູບ​ໄລ້​ຂຶ້ນບໍ່​ຄວນ​ທາລົງເພາະ​ຈະ​ເຮັດໃຫ້​ຜິວ​ບໍລິເວນ​ລຳ​ຄໍ​ຢ່ອນຍານ​ໄປ​ຕາມ​ແນວ​ໂນ້ມ​ຖ່ວງ​ຂອງ​ໂລກເຮັດໃຫ້​ເກີດ​ຮອຍ​ຍົ່ນ​ຍານພາຍ​ຫລັງ​ໄດ້
  7.  ທາ​ຄີມ​ບໍລິເວນ​ໜ້າ​ເອິກອາດຈະ​ໃຊ້​ຄີມ​ທີ່​ເຫລືອ​ຈາກ​ລຳ​ຄໍທາ​ລູບ​ໃນ​ຊ່ວງ​ເອິກ​ຕໍ່ໄປ​ໄດ້ໂດຍ​ການ​ໃຊ້​ປາຍ​ນິ້ວ​ລູບ​​ພຽງ​ເບົາໆແລະ​ວົນ​ໃຫ້​ທົ່ວ​ເພື່ອ​ການ​ຊຶມ​ຊັບ​ຂອງ​ເນື້ອ​ຄີມ​ສູ່​ຜິວແລ້ວ​ຄ່ອຍ​ໄລ່​ທາ​ໄປ​ທີ່​ໜ້າ​ທ້ອງ​ແລະ​ສ່ວນ​ຫລັງ
  8.  ການ​ທາ​ຄີມ​ບໍລິເວນ​ແຂນ​ຂາ​ແລະ​ຕີນຈະ​ໃຊ້​ຄີມ​ປະລິມານ​ຫລາຍ​ເຊັ່ນ​ກັນປະ​ມານ2-3 ຂໍ້​ມືໂດຍ​ເລີ່ມ​ຕົ້ນ​ທີ່​ຕົ້ນ​ແຂນ​ກ່ອນ​ແລ້ວ​ກໍ​ລູບ​ມາ​ທີ່​ທ້ອງ​ແຂນ​ຈົນ​ທົ່ວ​ບໍລິເວນ​ເຮັດ​ຄືກັນ​ທັງ​ສອງ​ຂ້າງ​ເລີຍ​ຈາກ​ນັ້ນ​ກໍ​​ມາ​ທີ່​ຕົ້ນ​ຂາແລ້ວ​ທາ​ວົນ​ຈາກ​ດ້ານ​ຕົ້ນ​ຂາ​ໄປ​ປາຍ​ຂາໂດຍ​ການ​ໃຊ້​ປາຍ​ນິ້ວມື​ລູບ​ພຽງ​ເບົາໆເພື່ອ​ການ​ຊຶມ​ຊັບ​ຂອງ​ເນື້ອ​ຄີມ​ສູ່​ຜິວໂດຍ​ຄວນ​ຈະ​ເນັ້ນ​ບໍລິເວນ​ໜ້າ​ແຂ້ງ​ສອງ​ຂ້າງ​ໃຫ້​ຫລາຍ​ເພາະ​ບໍລິເວນ​ນີ້​ຈະ​ແຫ້ງ​ກ້ານ​ໄດ້​ງ່າຍ​ຫລາຍສ່ວນ​ບໍລິເວນ​ຕີນ​ຄວນ​ທາ​ທັງ​ສອງ​ດ້ານຄື ຫລັງ​ຕີນ​ແລະ​ຝ່າ​ຕີນພ້ອມ​ກໍ່ການ​ນວດ​ໃຫ້​ທົ່ວ​ອຸ້ງ​ຕີນ​ເພື່ອ​ເປັນ​ການ​ຜ່ອນ​ຄາຍ​ແລະ​ເພີ່ມ​ການ​ໄຫລ​ວຽນ​ເລືອດ​

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...