spot_img
Homeຄວາມງາມ10 ເຫດຜົນ ເປັນຫຍັງ​ຄວນ ແວ໊​ກ​ຂົນຫລາຍກວ່າ​ແຖ!

10 ເຫດຜົນ ເປັນຫຍັງ​ຄວນ ແວ໊​ກ​ຂົນຫລາຍກວ່າ​ແຖ!

Published on

wax

  1. ໝັ່ນໃຈ​ໄດ້​ວ່າ​ບໍ່​ຖືກມີດ​ແຖ​ບາດ​ແນ່ນ​ອ ​ຖ້າ​ເມື່ອ​ໄດ​ພາດ​ມາຖືກ​ມີດ​ແຖ​ບາດ​ຂຶ້ນ​ມານອກ​ຈາກ​ເຈັບ​ແລ້ວ​ຍັງ​ຖິ້ມ​ຮ່ອງ​ຮອຍ​ຂອງ​ບາດ​ໄວ້​ໃຫ້​ເຈົ້າ​ອີກ​ຫລາຍ​ມື້​ດ້ວຍ ແຖມ​ຍັງມີ​ໂອ​ກາດ​ເກີດ​ອັນຕະລາຍ​ຈາກ​ການ​ຕິດ​ເຊື້ອ​ຕ່າງໆຖ້າ​ເກີດ​ຖືກ​ບາດ​ຂຶ້ນ​ມາ​
  2. ແວ໊​ກ​ໄດ້​ໝົດ​ຈົ ເພາະ​ວ່າ​ການ​ແວ໊​ກ​ສາມາດ​ຖອນ​ແບບ​ຖອນ​ຮາກ​ຖອນ​ກົກ​ໄດ້​ຫລາຍກວ່າ​ການ​ແຖ ຖ້າ​ເຈົ້າ​ແຖ​ຂົນຂົນ​ຈະ​ຂຶ້ນ​ມາ​ທຸກ​ມື້​ໆແຕ່​ຖ້າ​ແວ໊​ກ​ເຈົ້າ​ສາມາດ​ຢູ່​ໄດ້​ເຖິງ2 ອາ​ທິດ
  3. ຂົນ​ທີ່​ຂຶ້ນ​ໃໝ່ອ່ອນ​ນຸ່ມບາງ​ເບ ເພາະ​ວ່າ​ຖອນ​ຮາກ​ຖອນ​ກົກ​ຂົນ​ອອກ​ມາຂົນ​ທີ່​ຂຶ້ນ​ມາ​ໃໝ່​ຈາກ​ການ​ແວ໊​ກຈຶ່ງ​ບໍ່​ແຂງ​ໜາບໍ່​ຄື​ຂົນ​ທີ່​ເກີດ​ຈາກ​ການ​ແຖວສາາ
  4. ຍິ່ງ​ແວ໊​ກ​ຄວາມ​ເຈັບ​ຍິ່ງ​ລຸດ​ລົງ ການ​ແວ໊​ກ​ຫລາຍ​ຄົນ​ອາດຈະ​ຢ້ານ​ເຈັບ​ໃນ​ຕອນທຳອິດແຕ່​ຖ້າ​ເຮັດ​ໄປ​ເລື່ອຍ​ໆເລື້ອຍໆ​ຈະ​ພົບ​ວ່າຄວາມ​ເຈັບ​ຈະ​ຄ່ອຍ​ໆລຸດລົງ​ໄປ​ເອງ
  5. ແວ໊​ກ​ຂົນ​ແລ້ວ​ຈະ​ໄດ້​ຜິວ​ລຽບ​ນຽນ​ຮູ້​ກັນ​ຢູ່​ແລ້ວ​ວ່າ​ຜິວ​ຈາກ​ການ​ແວ໊​ກຂົນ​ຈະ​ລຽບ​ນຽນ​ຫລາຍກວ່າ​ຜິວ​ທີ່​ແຖ​ຂົນເວລາ​ແຖ​ຄຳ​ເບິ່ງ​ທີ່​ຜິວ​ຈະ​ບໍ່​ລຽບ​ເຫັນ​
    6.
    ແວ໊​ກ​ໄວ​ກວ່າ​ແຖ ຖ້າ​ເກີດ​ແຖ​ໃນ​ຈຸດອາດຈະ​ຍາກ​ລຳ​ບາກ​ຢູ່ໃນ​ການ​ຕ້ອງ​ຄ່ອຍ​ໆເລາະ​ເລັມແຕ່​ຖ້າ​ໃຊ້​ການແວ໊​ກ​ຂົນຈະ​ວ່ອງໄວ​​ກວ່າ
  6. ແວ໊​ກ​ຊ່ວຍ​ກຳຈັດ​ສານ​ພິ ເພາະ​ການ​ແວ໊​ກຂົນຈະ​ຊ່ວຍ​ເປີດ​ລູ​ຂຸມ​ຂົນກຳຈັດ​ນ້ຳ​ມັນຫລື​ສານ​ຕົກ​ຄ້າງ​ໃນ​ຮ່າງກາຍ​ໄດ້
  7. ເລືອກ​ແວ໊​ກ​ທີ່​ດີ​ກັບ​ຜິວ​ຂອງ​ເຈົ້າ​ເອງ​ໄດ້ ຖ້າ​ເຈົ້າ​ມີ​ຜິວ​ທີ່​ບອບ​ບາງ​ການ​ແຖ​ອາດຈະ​ເຮັດໃຫ້​ເກີດ​ບັນຫາ​ຫລາຍ​ຂຶ້ນແຕ່​ຖ້າ​ເຈົ້າ​ເລືອກ​ແວ໊​ກ​ເຈົ້າ​ສາມາດ​ເລືອກ​ແວ໊​ກ​ທີ່​ຊ່ວຍ​ປ້ອງ​ກັນ​ອາການ​ແພ້​ລະ​ຄາຍ​ເຄືອງ​ໄດ້ເຊັ່ນ​ເລືອກ​ຖົ່ວ​ເຫລືອງ​ຫລື​ນ້ຳ​ຕານ​ທີ່​ໃຊ້​ໃນ​ການ​ລຸດ​ໂອ​ກາດ​ຂອງ​ການ​ລະ​ຄາຍ​ເຄືອງ
  8. ແວ໊​ກເລື່ອຍ​ໆຂົນ​ອາດຈະ​ຫາຍ​ໄປ​ຖາວອນ ອາດຈະ​ໃຊ້​ເວລາ​ເປັນ​ປີໆແຕ່​ການແວ໊​ກ​ຂົນຊ້ຳ​ໆ ເລື້ອຍໆຈະ​ຊ່ວຍ​ຊະ​ລໍ​ການ​ເຕີບໂຕ​ຂອງ​ຂົນ​ໄດ້ຈົນ​ອາດຈະ​ໝົດ​ໄປ
  9. ການ​ແວ໊​ກ​ໂອ​ກາດ​ເກີດ​ຂົນ​​ໄດ້​ນ້ອຍ​ກວ່າ​ການ​ແຖ ຖ້າ​ເຮົາ​ແຖ​ຂົນ​ອອກ​ໄປ​ເລື້ອຍໆຂົນ​ທີ່ງ​ອກ​ຂຶ້ນ​ມາ​ໃໝ່​ມີ​ໂອ​ກາດ​ຈະ​ຂຶ້ນ​ແຂງ​ແລະ​ບໍ່​ຍອມ​ງອກ​ອອກ​ມາກາຍ​ເປັນ​ຂົນ​​ອັກ​ເສບ​ຢູ່​ທີ່​ຜິວ​ໄດ້​

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...