spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປະຊາຊົນຈັບໂຈນປຸ້ນຮ້ານຂາຍເຄື່ອງມືສອງ

ປະຊາຊົນຈັບໂຈນປຸ້ນຮ້ານຂາຍເຄື່ອງມືສອງ

Published on

10501754_983045418393797_6669718117485629020_n
ໃນເວລາປະມານ 21 : 30 ຂອງວັນທີ 26/05/2015 ໄດ້ມີເຫດການ ໂຈນ (ຍັງບໍ່ຮູ້ຈຳນວນລະອຽດ) ເຂົ້າມາປຸ້ນຮ້ານຂາຍເຄື່ອງມືສອງ ໃນເຂດບ້ານສົມສະຫງ່າ ເມືອງໄຊເສດຖາ ນວຈ.

ໂດຍຝ່າຍໂຈນມີປືນ ອາກາ 1 ກະບອກ ເປັນອາວຸດ, ແຕ່ໂຊກດີທີ່ເຈົ້າຂອງຮ້ານ ຮູ້ໂຕທັນ ຈຶ່ງໄດ້ຕໍ່ສູ້ກັບໂຈນ ໂດຍຝ່າຍເຈົ້າຂອງຮ້ານແມ່ນມີສອງຜົວເມຍ ຊ່ວຍກັນຕໍ່ສູ້, ຂະນະນັ້ນ ຜູ້ເປັນເມຍໄດ້ຕີໂຈນ ຈົນຫົວແຕກ ແລະ ຊາວບ້ານໃກ້ຄຽງໄດ້ມາຊ່ວຍກັນ ເຊິ່ງສາມາດຈັບໂຈນໄດ້ 1 ຄົນ.

ຂະນະນີ້ ຍັງຢູ່ໃນການສືບສວນຂອງເຈົ້າໜ້າທີ່ຕຳຫຼວດ.
ສ່ວນລາຍລະອຽດຈະລາຍງານເພີ່ມເຕີມໃນຂັ້ນຕໍ່ໄປ.

ຂອບໃຈ ພາບແລະຂ່າວຈາກ : ຊາວບ້ານສົມສະຫງ່າ
ທີ່ມາ: ສະມາຄົມນິຍົມລາວແລະໂທລະໂຄ່ງ

ບົດຄວາມຫຼ້າສຸດ

ປິດລົງຢ່າງເປັນທາງການ ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ພາຍໃຕ້ຄຳຂວັນ: “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍ ວັນທີ...

ພິທີເຊັນສັນຍາໂຄງການປັບປຸງເສັ້ນທາງເທດສະບານເມືອງວັງວຽງ

ໂຄງການປັບປຸງເສັ້ນທາງພາຍໃນເທດສະບານຄືນໃຫມ່ເມືອງວັງວຽງ ແຂວງວຽງຈັນ ແມ່ນໂຄງການຫນຶ່ງໃນຈໍານວນ 4 ໂຄງການຍ່ອຍ ທີ່ຈັດຕັ້ງປະຕິບັດຢູ່ແຂວງວຽງຈັນ ພາຍໃຕ້ການສະຫນັບສະຫນູນຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2. ໃນວັນທີ 17 ຕຸລາ 2024 ທີ່ເມືອງວັງວຽງ,...

ອຸດົມໄຊລົງກວດ ອາຫານແຊ່ແຂງທີ່ໝົດອາຍຸ ແລະ ພືດ-ຜັກ ຫ້າມນໍາເຂົ້າຈາກຕ່າງປະເທດ

ວັນທີ 16 ຕຸລາ 2024 ພະແນກອຸດສາຫະກໍາ ແລະ ການຄ້ານໍາພາໂດຍ ທ່ານ ສອນເພັດ ບຸນທະຈິດຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ສົມທົບກັບພະແນກກະສິກໍາ...

ການພົບປະ ລະຫວ່າງ ສະພາແຫ່ງຊາດລາວ-ລັດຖະສະພາໄທ

ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວັນມູຫະມັດນໍ...