ນັກເທນນິສເຍົາວະຊົນລາວປະສົບຜົນສຳເລັດການແຂ່ງຂັນTOYOTA

ນັກກິລາເທັນນິສເຍົາວະຊົນລາວປະສົບຜົນສຳເລັດຈາກການເຂົ້າຮ່ວມການແຂ່ງຂັນເທັນນິສລາຍການ Toyota ດາວຮຸ່ງມຸ່ງສູ່ໂອແລັມປິກ 2016 ທີ່ແຂວງອູດອນທານີ ປະເທດໄທ ລະຫວ່າງວັນທີ 23-24 ເມສາ 2015 ນີ້ ໂດຍສາມາດ ຍາດໄດ້ 3 ຫຼຽນຄຳ 2, ຫຼຽນເງິນ ແລະ 2 ຫຼຽນທອງ.

ການແຂ່ງຂັນເທັນນີສເຍົາວະຊົນລາຍການ ໂຕໂຢຕາ ດາວຮຸ່ງມຸ່ງໜ້າສູ່ ໂອແລັມປິກ 2016 ທີ່ແຂວງອຸດອນທານີ ປະເທດໄທ ລະຫວ່າງວັນທີ 23-24 ພຶດສະພາທີ່ຜ່ານມາ ມີນັກກິລາເຂົ້າຮ່ວມປະມານ 80 ຄົນ ໃນນັ້ນມີນັກກີລາເທັນນິສເຍົາວະຊົນຈາກປະເທດລາວ ເຂົ້າຮ່ວມ 6 ຄົນ ໂດຍແບ່ງເປັນ ລຸ້ນ 8 ປີ ຍິງ 2 ຄົນ, 8 ປີຊາຍ 1 ຄົນ, 10 ປີ ຍິງ 1 ຄົນ, 12 ປີ ຊາຍ 2 ຄົນ.

ຜົນປະກົດວ່ານັກເທັນນິສເຍົາວະຊົນລາວເຮົາສາມາດ ເກັບໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ ຈາກ ນ້ອງອາລິຍາ ວົງດາລາ ເຮັດໄດ້ 1 ຫຼຽນຄຳ ແລະ 1 ຫຼຽນເງິນ ເຊິ່ງໃນລຸ້ນຫຼຽນຄໍາໄດ້ຈາກລຸ້ນອາຍຸ 10 ປີຍິງດ່ຽວຮອບທຳອິດ ອາລິຍາ ເອົາຊະນະສະສິຊານັນ 2-0 ເຊັດ (4-0ແລະ 4-0), ຮອບທີ 2 ເອົາຊະນະ ມະທຸດາ 2-0 ເຊັດ (4-0 ແລະ 4-0) ຮອບຊິງຊະນະເລີດ ເອົາຊະນະ ວິຊະຍາພອນ 2-0 ເຊັດ (4-0 ແລະ 4-0), ສ່ວນຫຼຽນເງິນໄດ້ຈາກລຸ້ນ 12 ປີຍິງດ່ຽວ ອາລິຍາ ສາມາດລົ້ມມືວາງອັນດັບ 2 ຂອງລາຍການ ວະລິດສະລາ 2-1 ເຊັດ (3-5, 5-4 ແລະ 10-8) ຮອບຮອງຊະນະເລີດ ເອົາຊະນະ ທຳມະວັນ 2-0 ເຊັດ (4-0ແລະ 4-0) ແຕ່ໃນຮອບຊິງຊະນະເລີດ ເສຍໃຫ້ ປີຍະທິດາ 0-2 ເຊັດ (2-4ແລະ 1-4).

ທ້າວ ພາທິກອນ ກັນຍາພັນ ເຍົາວະຊົນຊາຍລາວຍາດໄດ້ 1 ຫຼຽນຄຳ ແລະ 1 ຫຼຽນທອງ ໂດຍຫຼຽຄໍາໄດ້ຈາກລຸ້ນຊາຍດ່ຽວອາຍຸ 12 ປີ ຮອບທຳອິດ ເອົາຊະນະ ຈັກກະພັດ 2-0 ເຊັດ (4-0ແລະ 4-0), ຮອບທີສອງ ເອົາຊະນະ ສິວະກອນ 2-0 ເຊັດ (4-0ແລະ 4-0) ຮອບຮອງຊະນະເລີດເອົາຊະນະ ຄົມຊົນ 2-0 ເຊັດ (4-1ແລະ 4-1) ຮອບຊິງຊະນະເລີດເອົາຊະນະ ແອນເດີສັນ 2-1 ເຊັດ (3-5, 4-2ແລະ 4-0),  ສ່ວນຫຼຽນທອງໄດ້ຈາກ ລຸ້ນ 14 ປີຊາຍ ຮອບທຳອິດ ເອົາຊະນະພູວະເນດ 2-0 ເຊັດ (4-2 ແລະ 4-1), ຮອບຮອງຊະນະເລີດ ເສຍໃຫ້ມືວາງອັນດັບ1ຢ່າງ ວິນຢູ 0-2 ເຊັດ (1-6 ແລະ 1-6).
ນາງ ທິບພະສອນ ປານສີວົງໄຊ ໄດ້ຫຼຽນຄຳ ຈາກລຸ້ນ ອາຍຸ 8 ປີຍິງ ລຸ້ນນີ້ໃຊລະບົບ ແຂ່ງແບບພົບກັນໝົດ ຄັ້ງທີ1 ເອົາຊະນະ ນ້ອງພໍພຽງ 2-0 ເຊັດ 4-0ແລະ 4-0, ຄັ້ງທີ 2 ເອົາຊະນະ ນ້ອງພີລະຍາ 2-0 ເຊັດ 4-0ແລະ 4-0, ຄັ້ງທີ 3 ເອົາຊະນະ ນ້ອງພິລອຍພັນ 2-0 ເຊັດ 4-0ແລະ 4-0, ຄັ້ງທີ 4 ເອົາຊະນະ ນ້ອງເພັດນ້ຳໜຶ່ງ ຈາກ ສປປລາວ 2-0 ເຊັດ 4-2ແລະ 4-1.

ຂະນະທີ່ ນ້ອງເພັດນ້ຳໜຶ່ງ ໄດ້ຫຼຽນເງິນ ໃນລຸ້ນຍິງດ່ຽວ 8 ປີ ໂດຍ ຄັ້ງທີ 1 ເອົາຊະນະ ພິລະຍາ 2-0 ເຊັດ 4-0ແລະ 4-0; ຄັ້ງທີ 2 ເອົາຊະນະຕົວແທນຈາກໄທ 2-0 ເຊັດ 4-0ແລະ 4-0, ຄັ້ງທີ 3 ເອົາຊະນະ ນ້ອງພໍພຽງ 2-0 ເຊັດ 4-0 ແລະ 4-0 ຄັ້ງທີ 4 ເສຍໃຫ້ ນ້ອງທິບພະສອນ 0-2 ເຊັດ 2-4 ແລະ 1-4. ສ່ວນໃນລຸ້ນ 8 ປີຊາຍ ໄດ້ຫຼຽນທອງ ຈາກ ທ້າວ ສິດທິພົນ ພົມມະວົງ ຈາກໂຮງຮຽນ ສິນໄຊ ໂດຍເສຍໃຫ້ ມືວາງອັນດັບ1 ຂອງລາຍການ ນ້ອງທີລະພັດ ໃນຮອບຮອງຊະນະເລີດ 0-2 ເຊັດ 1-4 ແລະ 3-5.

11219456_1610016252549227_8981053562162653020_n

ແຫຼ່ງຂ່າວ: ຂ່າວສານບານເຕະລາວ