spot_img
Homeຂ່າວຕ່າງປະເທດຫວຽດນາມວາງແຜນຊຸກດັນ ຜະລິດຕະພັນເຂົ້າຄຸນນະພາບລະດັບໂລກ ຮອດປີ 2030!

ຫວຽດນາມວາງແຜນຊຸກດັນ ຜະລິດຕະພັນເຂົ້າຄຸນນະພາບລະດັບໂລກ ຮອດປີ 2030!

Published on

VIETNAM-SOCIETY-POLITICS

ນາຍົກລັດຖະມົນຕີ ຫງວຽນ ເຕິນ ຢຸູງ ແຫ່ງ ສສ. ຫວຽດນາມ ອະນຸມັດແຜນພັດທະນາຜະລິດຕະພັນເຂົ້າຂອງປະເທດໃນປີ 2020 ແລະ ວິໄສທັດຮອດປີ 2030 ໂດຍມຸ່ງເປົ້າສ້າງກາໝາຍສິນຄ້າລະດັບສາກົນ ໃຫ້ແກ່ຜະລິດຕະພັນເຂົ້າຫວຽດນາມ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ພຶດສະພາຜ່ານມານີ້ວ່າ ແຜນການດັ່ງກ່າວຂອງລັດຖະບານຫວຽດນາມ ໄດ້ກຳນົດໄວ້ວ່າພາຍໃນປີ 2020 ເຂົ້າຂອງຫວຽດນາມ 20% ທີ່ຈະສົ່ງອອກຂາຍ ຕ້ອງຢູ່ພາຍໃຕ້ກາໝາຍສິນຄ້າ (Brand) ຂອງຫວຽດນາມ ແລະ ພາຍໃນປີ 2030​ເຂົ້າຂອງຫວຽດນາມ ຈະກາຍເປັນສິນຊ້າຊັ້ນນຳລະດັບໂລກ ໃນແງ່ຂອງຄຸນນະພາບ ແລະ ຄວາມປອດໄພທາງອາຫານ ໂດຍອັດຕາສ່ວນ 50% ຂອງເຂົ້າທີ່ສົ່ງອອກທັງໝົດ ຈະຕ້ອງມີກາໝາຍສິນຄ້າຂອງຫວຽດນາມ.

ພາຍໃນປີ 2014 ທີ່ຜ່ານມາ ຫວຽດນາມໄດ້ສົ່ງອອກເຂົ້າທັງໝົດ 7.5 ລ້ານໂຕນ ແລະ ພາຍໃນປີ 2015 ນີ້ ທາງການຫວຽດນາມ ຈະຕັ້ງເປົ້າປະລິການການສົ່ງອອກໃຫ້ໄດ້ 7 – 7.5 ລ້ານໂຕນ.

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...