Homeອຸບັດເຫດແລະປາກົດການຫຍໍ້ທໍ້ ເລັ່ງປາບ​ຂະ​ບວນຄ້າ​ມະນຸດ​ຂ້າມ​ແດນ​! ຂໍ້ມູນຊີ້ມີເດັກລາວຖືກລວງໄປຂາຍໂຕຢູ່ໄທ ຕົ້ນປີຜ່ານມາຫລາຍຮ້ອຍຄົນແລ້ວ!

ເລັ່ງປາບ​ຂະ​ບວນຄ້າ​ມະນຸດ​ຂ້າມ​ແດນ​! ຂໍ້ມູນຊີ້ມີເດັກລາວຖືກລວງໄປຂາຍໂຕຢູ່ໄທ ຕົ້ນປີຜ່ານມາຫລາຍຮ້ອຍຄົນແລ້ວ!

Published on

khamanout

ອີງ​ຕາມ​ຂໍ້​ມູນ​ຈາກ​ສື່​ຕ່າງປະ​ເທດ​​ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ຕົ້ນ​ປີ​ມາ​ນີ້ ​ໄດ້​ມີ​ເດັກນ້ອຍ​ລາວກວ່າຮ້ອຍ​ຄົນຖືກ​ຫລອກລວງຂ້າມ​ໄປ​ຂາຍ​ເຂົ້າ​ສ່ອງ, ສະຖານ​ທີ່​ບັນ​ເທີ​ງ ​ແລະ ຮ້ານ​ອາຫານ​ຕ່າງໆຢູ່​ປະ​ເທດ​ໄທ ​ເພື່ອ​ບັງຄັບ​ໃຫ້​ຂາຍ​​ບໍລິການ​ທາງ​ເພດ, ​ໂດຍ​ຜູ້ຍິງ​ເຫລົ່າ​ນີ້​ສ່ວນ​ໃຫຍ່​ມີອາຍຸ​ບໍ່​ເຖິງ​ກະ​ສຽນ, ສຳລັບ​ເດັກນ້ອຍ​ຜູ້​ຊາຍ​ແມ່ນ​ຖືກ​ນຳ​ໄປ​ຂາຍ​ເຂົ້າ​ໂຮງ​ຈັກ, ​ໂຮງງານ ຫລື ຮ້ານ​ອາຫານ​ຕ່າງໆ, ​ເພື່ອ​ບັງຄັບ​​ໃຫ້​ອອກ​ແຮງ​ງານ, ​ເຊິ່ງ​ປັດຈຸບັນ​ທາງ​ການ​ຂອງ​ປະ​ເທດ​​ໄທພວມ​ມີ​​ແຜນ​ທີ່​ຈະ​ເຂົ້າ​ມາ​ປຶກສາ​ຫາລື​ຊອກ​ວິທີ​ແກ້​ໄຂຮ່ວມ​ກັບ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ລາວ​ໃນ​ເວລາ​ອັນ​ຮີບ​ດ່ວນ.

ຕໍ່​ບັນຫາ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້, ຊື່​ງຜ່ານ​ມາ​ພັກ​-ລັດຖະບານ​ລາວ ​ໄດ້​ຖື​ເປັນ​ບັນຫາ​ສຳຄັນ​​ຮີບ​ດ່ວນ​​​ເພື່ອຕ້ານ​ການ​ຄ້າ​ມະນຸດ​ທຸກ​ຮູບ​ແບບ, ​ໂດຍ​ຜູ້ນຳ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ລາວ​ໄດ້​ສຸມ​ໃສ່​ຊອກ​ສ່ອງ​ທາງ​ແກ້​ໄຂ​ພົບ​ປະ​ເຈລະຈາ​ເຊັນ​ສັນຍາ 2 ຝ່າຍ​ກັບ​ພາກສ່ວນ​ກ່ຽວຂ້ອງ​ປະ​ເທດ​ອ້ອມ​ຂ້າງ ​ແລະ ​ໃນ​ຂະນະ​ດຽວ​ກັນ​ທາງ​ເຈົ້າ​ໜ້າ​ທີ່​ຂອງ​ລາວ​ກໍ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ບໍ່​ຫລົດ​ລະໃນ​ການ​ຊອກ​ຄົ້ນ​ຈັບ​ໂຕ​ພວກ​​ທີ່​ເຄື່ອນ​ໄຫວ​ຕົວະ​ຕົ້ມຫລອກ​ລວງ​ເອົາ​ແມ່ຍິງ​ລາວ​ຂ້າມ​ໄປ​ຂາຍ​ໂຕ​ຢູ່​ຕ່າງປະ​ເທດ ​ແລະ ​ໃນ​ຂະນະ​ດຽວ​ກັນ​ທາງ​ເຈົ້າ​ໜ້າ​ທີ່​ກໍ​ໄດ້​ຈັບ​ກຸມພວກ​ບໍ່​ດີ​ດັ່ງກ່າວ​ນຳ​ໄປ​ປະຕິບັດ​ລະ​ບຽບກົດ ໝາຍ​ມາ​ແລ້ວນັບ​ຈຳນວນ​ບໍ່​ໜ້ອຍ, ​ແຕ່​ກໍ​ຍັງ​ບໍ່​ເຄັດ​ຫລາບ.​

ເມື່ອ​​ເປັນ​ແນວ​ນີ້ ​ເຫັນ​ວ່າ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຕ້ອງ​ໄດ້​​ເພີ່ມ​ທະວີ ​ແລະ ​ໃຫ້​ມີ​ປະສິດທິ​ຜົນກວ່າ​​ເກົ່າໃນ​ນີ້ ສິ່ງ​ສຳຄັນ​ທາງ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຂອງ​ລາວ​ໄດ້​ຮຽກຮ້ອງ​ມາ​ຍັງ​ທຸກ​ພາກສ່ວນ​ໂດຍ​ສະ​ເພາະ​ອຳນາດ​ການ​ປົກຄອງ​ຂັ້ນ​ຮາກ​ຖານລວມ​ໄປ​ເຖິງ​ພໍ່​ແມ່​ຜູ້​ປົກຄອງ​ໃຫ້​ຊ່ວຍ​ເປັນ​ຫູ​ເປັນຕາສອດສ່ອງ​ດູ​ແລ, ບອກສອນ​ລູກ​ຫລານຂອງ​ຕົນ​ເພື່ອ​ບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ກຸ່ມ​ແກ໊ງ​ຄ້າ​ມະນຸດຄື​ດັ່ງ​ທີ່​​ເຫັນ​ໃນ​ປັດ​ຈຸ​ບັນ, ​ໂດຍ​ໃຫ້​ແຕ່ລະ​ຄົນ​ມີ​ສະຕິ​ລະວັງ​ຕົວຕ້ານ​ກົດ​ອຸບາຍ, ​ເລ້​ຫລຽມຂອງ​ກຸ່ມ​ຄົນ​ບໍ່​ດີດັ່ງກ່າວ ​ແລະ ພ້ອມ​ກັນ​ທຳ​ມາ​ຫາ​ກິນ​ດ້ວຍ​ຄວາມ​ບໍລິສຸດ​ພຸດ​ຜ່ອງຄື​ດັ່ງ​ຜູ້ນຳ​ພັກ-ລັດ​ເຮົາ​ໄດ້​ອອກ​ແຮງ​ສັ່ງສອນ​ຕະຫລອດ​ມາ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...