spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສະຫລົດ! ລົດຕູ້ອັດເຂົ້າທ້າຍລົດແກ່ໄມ້ ເສຍຊີວິດ 2 ຄົນ ຢູ່ແຂວງຈຳປາສັກ!

ສະຫລົດ! ລົດຕູ້ອັດເຂົ້າທ້າຍລົດແກ່ໄມ້ ເສຍຊີວິດ 2 ຄົນ ຢູ່ແຂວງຈຳປາສັກ!

Published on

accident 2

​ເຈົ້າ​ໜ້າ​ທີ່ຈະລາຈອນ ​ແຂວງ​ຈຳປາ​ສັກ ໃຫ້​ຮູ້​ວ່າ: ​ໃນ​ເວລາ​ປະມານ 19:20 ​ໂມງ​ຂອງ​ວັນ​ທີ 20 ພຶ​ດສະພາ​ນີ້, ຢູ່​ເຂດ​ບ້ານ​ບຸນ​ໃໝ່ ​ເມືອງ​ປະທຸມ​ພອນ ​ແຂວງ​ຈຳປາ​ສັກ ​ໄດ້​ມີ​ລົດ​ຕູ້ໝາຍ​ເລກ​ທະບຽນ ກຄ 6381 ກຳ​ແພງ​ນະຄອນ ​ແລ່ນ​ມາ​ແຕ່​​ເມືອງ​ໂຂງ ມຸ້ງ​ໜ້າ​​​ໄປ​ແຂວງ​ຈຳປາ​ສັກ ດ້ວຍ​ຄວາມ​ໄວ​ສູງ, ​ເມື່ອ​ມາ​ຮອດ​ຈຸດ​ເກີດ​ເຫດ​ໄດ້​ໄປ​ຕຳ​ເອົາ​ທ້າຍ​ລົດ​ບັນທຸກ​ໄມ້ທີ່​ຈອດ​ປ່ຽນ​ຕີນລົດ​ຢູ່​ແຄມ​ທາງ, ສົ່ງ​ຜົນ​ໃຫ້​ຜູ້​ໂດຍສານ​ທີ່​ນັ່ງ​ມາ​ໃນ​ລົດ​ຕູ້​ຄັນ​ດັ່ງກ່າວ​ນັ້ນ ​ໄດ້​ຮັບ​ບາດ​ເຈັບ 2 ຄົນ ​ແລະ ​ເສຍ​ຊີວິດ 2 ຄົນ​ຄື: ທ້າວ ຕຸ່ນ ອາຍຸ 24 ປີ ​ແລະ ທ້າວ ນ້ອຍ ອາຍຸ 23 ປີ ທັງ​ສອງຢູ່​ບ້ານ​ພົ້ງ​ເບົ້າ ​ເມືອງ​ສົບ​ເບົາ ​ແຂວງ​ຫົວພັນ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...