spot_img
Homeຂ່າວຕ່າງປະເທດເດືອດ! ນາງແບບອາເມຣິກັນ ໂພສຕ໌ຮູບນັ່ງຕັກພະພຸດທະຮູບ ຖືກຊາວເນັດໄທຂູ່ຂ້າ!

ເດືອດ! ນາງແບບອາເມຣິກັນ ໂພສຕ໌ຮູບນັ່ງຕັກພະພຸດທະຮູບ ຖືກຊາວເນັດໄທຂູ່ຂ້າ!

Published on

d3e

ເວັບຂ່າວຊື່ດັ່ງຂອງໄທ sanook.com ໄດ້ລາຍງານໃນວັນທີ 24 ພຶດສະພາຜ່ານມານີ້ວ່າ ນາງແບບສາວຊາວສະຫະລັດອາເມຣິກາ ຊື່ນາງ ຄຣິສເຕັນ ລີແອນ ອ້າງວ່າຕົນເອງຖືກຊາວພຸດໃນປະເທດໄທຂູ່ຂ້າ ຫລັງຈາກທີ່ນາງໄດ້ໃສ່ຊຸດບິກິນີ່ ຖ່າຍຮູບເທິງຕັກພະພຸດທະຮູບທີ່ຮ້ານສະປາແຫ່ງໜຶ່ງ ຢູ່ນະຄອນລອດແອັງເຈີລິສ ສະຫະລັດອາເມຣິກາ ໂດຍນາງໄດ້ເປີດເຜີຍວ່າ ຮູບທີ່ຖືກໂຈມຕີ ເປັນພຽງແຕ່ຮູບທີ່ນາງໄປນັ່ງຢູ່ເທິງຮູບປັ້ນໃນຮ້ານສະປາ ແລ້ວໂພສຕ໌ລົງທາງເຟສບຸກສ່ວນຕົວຂອງນາງເທົ່ານັ້ນ ໂດຍບໍ່ໄດ້ຄິດວ່າຈະກາຍເປັນເລື່ອງໃຫຍ່ຂະໜາດນີ້ ເພາະວ່າຮູບປັ້ນດັ່ງກ່າວ ກໍບໍ່ໄດ້ກ່ຽວຂ້ອງ ຫລື ເຊື່ອມໂຍງກັບປະເທດໄທແຕ່ຢ່າງໃດ ໂດຍນາງໄດ້ຖືກໂຈມຕີຈາກຜູ້ໃຊ້ອິນເຕີເນັດໃນໄທຢ່າງໜັກວ່າ ບໍ່ເຄົາລົບຕໍ່ວັດຖຸອັນເປັນສິ່ງສັກສິດ.

ນອກຈາກນີ້ ນາງຍັງຮູ້ສຶກວ່າເລື່ອງດັ່ງກ່າວບໍ່ແມ່ນເລື່ອງນ້ອຍອີກແລ້ວ ເພາະວ່າໄດ້ມີຄົນສົ່ງພາບທີ່ຊາວເນັດໄທຕັດຕໍ່ມາໃຫ້ນາງ ເຊິ່ງເປັນພາບທີ່ນາງຖືກຕັດຫົວອອກຫລາຍຮູບ ເຮັດໃຫ້ນາງເກີດຄວາມຢ້ານ ແລະ ບໍ່ກ້າທີ່ຈະມາທ່ຽວປະເທດໄທອີກໃນໄລຍະມໍ່ໆນີ້.

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...