spot_img
Homeຂ່າວພາຍ​ໃນທາງການລາວກຽມຄວາມພ້ອມ ກ່ອນຍື່ນທົ່ງໄຫຫິນເປັນມໍລະດົກໂລກ

ທາງການລາວກຽມຄວາມພ້ອມ ກ່ອນຍື່ນທົ່ງໄຫຫິນເປັນມໍລະດົກໂລກ

Published on

ທາງການ​ລາວ ​ຍັງ​ຈະ​ຕ້ອງ​ທຳ​ການ​ສຶກສາ ​ເພື່ອ​ກຳນົດ​ແຜນການອະນຸລັກ​ທົ່ງ​ໄຫ​ຫີນ​ໃຫ້​ໄດ້​ຕາມ​ເງື່ອນ​ໄຂ ​ຂອງ​ອົງການ UNESCO ກ່ອນ​ທີ່​ຈະ​ມີ​ການ​ນຳ​ສະ​ເໜີ ໃຫ້​ຮັບຮອງ​ເປັນ​ມໍລະດົກ​ໂລກແຫ່ງທີ 3 ​ໃນ​ລາວ.

F1BDDC90-819A-4FAF-86EC-3702CE9BCE0B_w640_r1_s

ທ່ານ​ສົມ​ກົດ ​ມັງນໍ​ເມກ ​ເຈົ້າ​ແຂວງ ​ແລະ ​ເລ​ຂາ​ພັກ​ ແຂວງ​ຊຽງຂວາງ ​ຖະ​ແຫຼ​ງ ຍອມ​ຮັບ ​ວ່າ​ຍັງຈະ​ຕ້ອງ​ມີ​ການ​ສຶກສາ ໃນ​ລາຍລະອຽດ​ເພື່ອ​ກຳນົດແຜນການ​ອະນຸ​ລັກ​ ເຂດ​ທົ່ງໄຫ​ຫີນ​ໃຫ້​ໄດ້​ຕາມເງື່ອນ​ໄຂ​ ທີ່​ອົງການ UNESCO ກຳນົດ​ໄວ້​ ໃນ​ທຸກໆ​ດ້ານ​ສາກ່ອນ ຈິ່ງ​ຈະສາ ມາດ​ນຳ​ສະ​ເໜີ​ ຕໍ່ອົງການ UNESCO ​ເພື່ອ​ພິຈາລະ​ນາ​ໃຫ້ການ​ຮັບ​ຮອງ​ ເຂດ​ທົ່ງ​ໄຫ​ຫີ​ນຂອງ​ລາວ ​ເປັນ​ມໍລະດົກໂລກ​ໄດ້​ຢ່າ​ງ​ເ​ປັນທາງ​ການ

​ແຕ່​ຢ່າງ​ໃດ​ກໍ່​ຕາມ ທ່ານ​ສົ​ມກົດ ​ກໍ່​ບໍ່​ສາມ​າດ ທີ່​ຈະໃຫ້ການ​ຄາດໝາຍ​ວ່າ​ ການ​ສຶກສາ​ດັ່ງ
ກ່າວ​ນີ້​ ຈະ​ຕ້ອງ​ໃຊ້ໄລຍະ​ເວລາ ໃນ​ການ​ດຳ​ເນີນ​ການ​ ຈົນ​ເຖິງ​ເມື່ອ​ໃດ​ແທ້ ​ເນື່ອງ​ຈາກ​ວ່າ
​ໄຫ​ຫີນ​ທີ່​ມີ​ຢູ່​ຫຼາຍ​ກວ່າ 2000 ໜ່ວຍ​ນັ້ນ ​ບໍ່​ໄດ້​ຕັ້ງ​ຢູ່​ໃນ​ບໍລິ​ເວ​ນ​ດຽວ​ກັນ ​ເຊິ່ງບໍ່ພຽງ​ແຕ່​ຈະ
​ເຮັດ​ໃຫ້​ຕ້ອງ​ໃຊ້​ເວ​ລາ​ໃນ​ການ​ເກັບ​ກຳ​ຂໍ້​ມູນ ​ແລະ ຂຶ້ນ​ທະບຽນ​ໄຫ​ຫີນ​ທຸກ​ໜ່ວຍ ​ຢ່າງລະ
ອຽດ​ເທົ່າ​ນັ້ນ ຫາ​ກ​ແຕ່​ການ​ທີ່​ໄຫ​ຫີ​ນ ຕັ້ງ​ຢູ່​ໃນ​ຫຼາຍ​ພື້ນ​ທີ່ ​ຢ່າງ​ກະ​ແຈກ​ກະຈາຍ​ກັນດັ່ງກ່າວ
ກໍ​ຍັງ​ເຮັດ​ໃຫ້​ຍາກ ​ຕໍ່​ການ​ອະນຸລັກໄດ້​ ຢ່າ​ງທົ່ວ​ເຖິງ​ອີກ​ດ້ວຍ.

2C768033-C3AE-4480-A233-DD98CE759B44_w640_r1_s

ຍິ່ງ​ໄປ​ກວ່ານັ້ນ​ການ​ທີ່​ທາງ​ການ​ລາວ​ມີ​ງົບປະມານຢ່າງ​ຈຳ​ກັດກໍ່​ຍັງ​ຖື​ເປັນ​ອີກ​ບັນຫາ​ໜຶ່ງທີ່​ສົ່ງ​ຜົນ​ກະທົບ​ເຮັດ​ໃຫ້ການ​ດຳ​ເນີນ​ງານ​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ຢ່າງ​ຊັກ​ຊ້າ, ​ເພາະສະນັ້ນຖ້າ​ຫາກ​ບັນຫາ​ດັ່ງກ່າວ​ນີ້​ໄດ້​ຮັບ​ການ​ແກ້​ໄຂ​ກໍ່ຄື​ທາງ​ການແຂວງ​ຊຽງ​ຂວາງມີ​ງົບປະມານ​ຢ່າ​ງພຽງພໍ​ທັງ​ສຳຫລັບ​ການ​ສຶກສາ​ດັ່ງກ່າວ ແລະ ກາ​ນພັດທະນາ​ພື້ນ​ຖານ​ໂຄງ​ລ່າງຕ່າງໆ​ດ້ວຍ​ນັ້ນກໍ​່ເຊື່ອ​ວ່າ​ພາກ​ບໍລິການ ​ແລະ ການທ່ອງທ່ຽວ​ໃນ​ແຂວງ​ຊຽງ​ຂວາງ​ຈະ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ນັບ​ມື້​ຢ່າງ​ແນ່ນອນ.

ທາງ​ດ້ານ​ທ່ານ​ຄຳ​ເພັດ ພົມມະ​ດວງ​ໄກສອນ ຫົວໜ້າ​ພະ​ແນ​ກ​ຖະ​ແຫຼ​ງຂ່າວ-ວັດ​ທະນະ​ທຳ​ ​ແລະ ທ່ອງ​ທ່ຽວ​ແຂວງ​ຊຽງ​ຂວາງ ​ໄດ້​ຢືນຢັນ​ວ່າ ການ​ກະກຽມ​ແຜນການ​ທີ່​ຈະ​ສະ​ເໜີ​ຕໍ່ອົງການ UNESCO ​ເພື່ອ​ໃຫ້ການ​ຮັບຮອງ​ເຂດ​ທົ່ງ​ໄຫ​ຫີນ​ເປັນ​ມໍ​ລະ​ດົກ​ໂລກ​ນັ້ນ​, ໄດ້​ຄື​ບໜ້າ​ໄ​ປຫຼາຍ​ແລ້ວໂດຍໄດ້ມີ​ການ​ຄຸ້ມ​ຄອງ ​ແລະ ຂຶ້ນ​ທະບຽນ​ໄຫ​ຫີນ​ໄດ້​ແລ້ວ ​ຫຼາຍ​ກວ່າ 2000 ໜ່ວຍ​ ໃນ 70 ກວ່າ​ພື້ນ​ທີ່.

ແຕ່​ຢ່າງ​ໃດ​ກໍ່​ຕາມ, ທາງ​ການ​ແຂວງຊຽງກໍ​ຍັງ​ບໍ່ມີ​ກຳ​ນົດທີ່​ຊັດ​ເຈນ​ວ່າຈະ​ສາມາດ​ຍື່ນຂໍ້​ສະ​ເໜີ​ດັ່ງກ່າວ​ຕໍ່​ອົງການ UNESCO ໄດ້​ເມື່ອ​ໃດ​ເນື່ອງ​ຈາກ​ຍັງ​ຈະ​ຕ້ອງ​ດຳ​ເນີນ​ກາ​ນສຳ​ຫຼວດເພື່ອ​ລົງທະບຽນ​ໄຫ​ຫີນ​ທີ່​ເຫຼືອ​ໃນ​ອີກ 50 ກວ່າ​ພື້ນ​ທີ່​ໃຫ້​ແລ້ວ​ສຳ​ເລັດ​ກ່ອນ ​ແລະ ພ້ອມ ​ກັນ​ນີ້​ກໍ​ຍັງ​ຈະ​ຕ້ອງ​ສຶກສາ​ອົບຮົມ​ປະຊາ​ຊົນ​ລາວເພື່ອໃຫ້ການ​ຮ່ວມ​ມື​ເຂົ້າໃນ​ການຄຸ້ມ​ຄອງ​ໄຫ​ຫີນ​ດ້ວຍ ​ດັ່ງ​ທີ່​ທ່ານ ຄຳເພັດ​ໄດ້​ກ່າວ​ວ່າ:

“ກ່ຽວ​ກັບ​ເລື່ອງ​ການ​ຫ້າງ​ຫາ​ກະກຽມ​ເອົາ​ໄຫ​ຫີນ​ນີ້​ ເຂົ້າ​ບັນຊີ​ຢູ່​ໃນ​ມໍ​ລະ​ດົກ​ໂລກ​ແຂວງ​ຊຽງຂວາງ​ຂອງ​ພວກ​ເຮົາ ​ກະ​ມີ​ການ​ຫ້າງ​ຫາ​ກະກຽມ​ ຢູ່​ໃນ​ເບື້ອງ​ຕົ້ນ​ ໂດຍ​ສະ​ເພາະ​ແມ່ນ​ກ່ຽວ​ກັບ​ເລື່ອງ​ວຽກ​ງານ ​ລະບຽບ​ການ​ຄຸ້ມ​ຄອງ​ ການ​ປົກ​ປັກ​ຮັກສາ​ໄຫ​ຫີນ​ເພື່ອ​ບໍ່​ໄດ້​ຖືກ​ທຳລາຍ​ ຈາກ​ບັນຫາ​ຕ່າງໆ ​ຢູ່​ໃນ​ຊ່ວງ​ໄລຍະ​ຜ່ານ​ມາ​ໄຫ​ຫີນ​ກະຖືກ​ທຳລາຍ​ຈາກ​ມະນຸດ​ ແລ້ວ​ກະຈາ​ກສົງຄາມ.”

​ໂດຍ​ອີງ​ຕາມ​ແຜນ​ການ​ພັດທະນາການທ່ອງ​ທ່ຽວ​ໃນ​ຊ່ວງ​ປີ 2013-2015 ລັດຖະບານລາວ​ໄດ້​ວາງ​ເປົ້າ​ໝາຍ​ທີ່​ຈະ​ສະ​ເໜີ​ຕໍ່​ອົງການ UNESCO ​ເພື່ອ​ໃຫ້ການ​ຮັບຮອງສະຖານະ​ພາບ​ຂອງ​ການ​ເປັນ​ມໍລະດົກ​ໂລກ​ຢູ່​ໃນ​ລາວ​ເພີ່ມ​ຂຶ້ນ​ອີກ 2 ​ແຫ່ງ. ​ກໍ່​ຄື​ເຂດ​ທົ່ງ​ໄຫ​ຫີນ​ໃນ​ແຂວງ​ຊຽງ​ຂວາງ​ດັ່ງ​ກ່າວ ​ແລະ ພູ​ຫີນ​ໜາມ​ໜໍ່​ ໃນແຂ​ວງຄຳ​ມ່ວນ, ​ເຊິ່ງຖ້າ​ຫາກ​ເປັນ​ໄປ​ຕາ​ມ​ແຜ​ນການ​ທີ່​ວາງ​ໄວ້​ກໍ​ຈະ​ເຮັດ​ໃຫ້​ມີ​ມໍລະດົກ​ໂລກ​ໃນ​ລາວ​ເຖິງ 4 ​ແຫ່ງ ​ແລະ ພູ​ຫີ​ນໜາມ​ໜໍ່​ກໍຍັງ​ຈະ​ເປັນ​ມໍລະດົກ​ໂລກ​ທາງ​ທຳ​ມະ​ຊາດ​ແຫ່ງ​ທຳ​ອິດ​ໃນ​ລາວ​ອີກ​ດ້ວຍ.

ທັງ​ນີ້ທາງ​ການ​ລາວ​ເຊື່ອ​ວ່າການ​ມີ​ມໍລະດົກ​ໂລກ​ໃນ​ລາວເພີ່ມ​ຂຶ້ນ​ຈະ​ດຶງ​ດູດ​ໃຫ້​ນັກ​ທ່ອງ​ທ່ຽວຊາວຕ່າງ​ຊາດເດີນທາງ​ເຂົ້າ​ມາ​ໃນ​ລາວຫຼາຍ​ຂຶ້ນ, ​ດັ່ງ​ຈະ​ເຫັນ​ໄດ້ຈາກ​ການ​ທີ່ Wanderlust Magazine ວາລະ​ສານ​ການ​ທ່ອງທ່ຽວ​ຊັ້ນ​ນຳ​ຂອງ​ໂລກ​ໃນ​ອັງ​ກິດ​ລາຍງານ​ວ່າ​ ບັນ​ດາ​ສະມາຊິກ​ຂອງ​ວາລະ​ສານ​ໄດ້​ຈັດ​ໃຫ້​ເມືອງ​ມໍລະດົກ​ໂລກ ຫຼວງ​ພະ​ບາ​ງ ​ເປັນ​ເມືອງທີ່ເປັນຕາ​ທ່ອງ​ທ່ຽວ​ທີ່ສຸດ​ເປັນ​ອັນດັບ​ໜຶ່ງ​ຂອງ​ໂລກ ​ໃນ​ປີ 2015 ນີ້.

ໂດຍ​ການ​ທີ່​ເມືອງ​ຫຼວງ​ພະ​ບາງ​ໄດ້​ເປັນ​ຈຸດໝາຍ​ປາຍທາງ​ທີ່​ເປັນ​ຕາ​ທ່ອງ​ທ່ຽວ​ທີ່​ສຸດໃນ​ໂລກດັ່ງກ່າວ​ນີ້ກໍ​່ໄດ້​ເປັນ​ຜົນ​ເຮັດ​ໃຫ້​ມີ​ຊາວ​ຕ່າງ​ຊາດ​ເດີນທາງ​ມາ​ທ່ອງ​ທ່ຽວໃນ​ເມືອງມໍລະດົກໂລກແຫ່ງ​ນີ້ເພີ່ມ​ຂຶ້ນ​ທຸກ​ປີ​ເຊັ່ນ​ດຽວ​ກັນ,​ ໂດຍ​ໃນ​ປີ 2014 ທີ່​ຜ່ານ​ມາ​ກໍ​ປະກົດ​ວ່າ​ມີ​ຊາວ​ຕ່າງ​ຊາດ​ເກືອບ​ເຖິງ 5 ​ແສນຄົນ​ທີ່​ເດີນ​ທາງເຂົ້າ​ມາທ່ອງທ່ຽວ​ ໃນ​ເມືອງ​ມໍລະດົກ​ໂລກ ຫຼວງ​ພະ​ບາງ.

ບົດຄວາມຫຼ້າສຸດ

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...