spot_img
Homeຂ່າວຕ່າງປະເທດສະວິດເຊີແລນຖືກເລືອກໃຫ້ເປັນປະເທດທີ່ປະຊາຊົນມີຄວາມສຸກທີ່ສຸດໃນໂລກປີ2015

ສະວິດເຊີແລນຖືກເລືອກໃຫ້ເປັນປະເທດທີ່ປະຊາຊົນມີຄວາມສຸກທີ່ສຸດໃນໂລກປີ2015

Published on

ທ່າ​ນຄິ​ດວ່າປະ​ເທດ​ຂອງ​ທ່ານ​ເປັນ​ປະ​ເທດ​ທີ່​ມີ​ຄວາມສຸກ​ ຫຼື ບໍ່?ອີງຕາມການລາຍງານຄວາມສຸກໂລກ 2015 ໄດ້ເປີດເຜີຍອັນດັບປະເທດທີ່ມີຄວາມສຸດຈາກ158 ປະເທດໃນທົ່ວໂລກ, ໂດຍນຳໃຊ້ການວັດແທກຫຼາຍວິທີລວມທັງ ເສດຖະກິດ ແລະ ຄວາມຢູ່ດີກິນດີຂອງສັງຄົມ, ມີບາງຄຳຕອບໃນປີນີ້ທີ່ອາດເຮັດໃຫ້ທ່ານຕົກໃຈໄດ້, ເຊິ່ງວ່າຈະເປັນແນວໃດນັ້ນມີລາຍລະອຽດມາສະເໜີທ່ານ

ແຕ່ວ່າເຫດຜົນກໍ່ແຕກຕ່າງກັນ ຈາກອີກປະເທດໜຶ່ງຫາອີກປະເທດໜຶ່ງ. ບົດລາຍງານ ຄວາມສຸກໂລກປີ 2015 ໄດ້ຖືກຕີພິມອອກໂດຍເຄືອຂ່າຍ ການແກ້ບັນຫາເພື່ອການພັດທະນາແບບຍືນຍົງ,ໄດ້ໃຊ້ບັນດາຜູ້ຊ່ຽວຊານໃນສາຂາເສດຖະສາດ, ຈິດຕະວິທະຍາ, ສາທາລະນະສຸກ ແລະ ນະໂຍບາຍການສາທາລະນະ ເພື່ອພິຈາລະນາການວັດແທກຄວາມຢູ່ດີກິນດີໃນປະເທດຕ່າງໆ.

ໃນການລາຍງານຂອງປີນີ້, ປະເທດ Switzerland ໄດ້ຄອງອັນດັບໜຶ່ງ, ແທນທີ່ປະເທດ Denmark ເຊິ່ງຖືກຈັດເປັນອັນດັບ 3. ເວົ້າໂດຍລວມແລ້ວພາກເໜືອຂອງທະວີບຢູໂຣບ ແມ່ນຍັງເປັນໜຶ່ງຕໍ່ໄປ, ແຕ່ໃນທາງກົງກັນຂ້າມກັນ ສະຫະລັດອາເມຣິກາ ແມ່ນຖືກຈັດໃຫ້ຢູ່
ໃນອັນດັບທີ15 ນຳໜ້າປະເທດ ບຣາຊິລ ແຕ່ວ່າ ຕາມຫຼັງປະເທດເພື່ອນບ້ານຢ່າງ Mexico.

ອີງຕາມນາງ Claire Bulger, ບັນນາທິການ ແລະ ຜູ້ປະສານງານຂອງບົດລາຍງານແລ້ວ, ການມີລາຍໄດ້ສູງແມ່ນປັດໄຈທົ່ວໄປທີ່ມີຄວາມສຳຄັນທີ່ສຸດ, ແຕ່ມັນກໍບໍ່ໄດ້ໝາຍເຖິງການມີຄວາມສຸກໂດຍອັດຕະໂນມັດ.

ນາງ Claire ກ່າວວ່າ “ລາຍໄດ້ພື້ນຖານບາງລະດັບກໍ່ເປັນເລື້ອງທີ່ສຳຄັນ. ເຈົ້າຄວນຈະສາມາດຕອບສະໜອງຄວາມຕ້ອງການພື້ນຖານຂອງໂຕເອງ, ເຈົ້າຕ້ອງສາມາດລ້ຽງດູໂຕເອງໃຫ້ໄດ້, ແຕ່ຫຼັງຈາກກາຍລະດັບໃດລະດັບໜຶ່ງໄປແລ້ວ, ລາຍໄດ້ກໍ່ບໍ່ໄດ້ເປັນເລື້ອງທີ່ກ່ຽວກັບຄວາມສຸກປານໃດ.”
ບັນດາປະເທດທີ່ມີອັນດັບຕົ້ນໆກໍ່ຍັງສະແດງໃຫ້ເຫັນເຖິງການສໍ້ລາດບັງຫຼວງທີ່ມີລະດັບຕ່ຳ ແລະ ການສະໜັບສະໜູນສັງຄົມທີ່ເຂັ້ມແຂງ, ມີຜູ້ຄົນທີ່ເຈົ້າສາມາດເພິ່ງພາໃນເວລາທີ່ຕ້ອງການ. ອີງຕາມ ນາງ Bulger, ການສະໜັບສະໜູນຈາກສັງຄົມແມ່ນສິ່ງທີ່ເຮັດໃຫ້ເຫັນຄວາມແຕກຕ່າງທີ່ໃຫຍ່ຫຼວງສຳລັບປະເທດ Iceland ເຊິ່ງຈັດຢູ່ໃນອັນດັບສອງ, ແລະ ປະເທດ Greece ໃນອັນດັບທີ 102 ຕາມທີ່ວິກິດການທາງດ້ານການເງິນເຊິ່ງໄດ້ສົ່ງຜົນກະທົບ
ຕໍ່ທັງສອງ.

ໂດຍການປຽບທຽບແລ້ວ, ບັນດາປະເທດທີ່ມີອັນດັບຕ່ຳສຸດ ລວມມີຫຼາຍປະເທດໃນເຂດໃຕ້ທະເລຊາຍສະຮາຣາ ຂອງອາຟຣິກາ, ແມ່ນມັກຈະມີສ່ວນຮ່ວມກັບຄວາມທຸກຍາກ, ແຕ່ບໍ່ເວົ້າເປັນທີ່ສະເພາະເຈາະຈົງ.

ນາງ Claire ກ່າວວ່າ “ທ່ານໄດ້ເຫັນແລ້ວປະເທດ Syria ແມ່ນໄດ້ຫຼຸດອອກຈາກອັນດັບສຸດທ້າຍຂອງລາຍຊື່, ແຕ່ຕອນນີ້ສາທາລະນະລັດອາຟຣິກາກາງ ແມ່ນຢູ່ໃນອັນດັບສຸດທ້າຍ ແລະ ປະເທດ Afghanistan.. ດັ່ງນັ້ນມັນຕ້ອງເປັນ ປະເທດທີ່ທຸກຍາກຫຼາຍ ແລະ ມີລະດັບການຂັດແຍ່ງ ແລະ ຄວາມຮຸນແຮງສູງ.”

ອີງຕາມການລາຍງານ, ປັດໄຈທີ່ສຳຄັນອື່ນໆທີ່ພິຈາລະນາເຖິງຄວາມສຸກກໍ່ລວມມີ ຄວາມຄາດຫວັງຂອງຊີວິດທີ່ມີສຸຂະພາບແຂງແຮງດີ, ຄວາມເປັນອິດສະຫຼະໃນການມີທາງເລືອກຊີວິດ ແລະ ການເອື້ອເຟື້ອເພື່ອແຜ່ເປັນຕົ້ນ.
ສຳລັບ ສປປ ລາວ ປີ 2015 ນີ້ແມ່ນຖືກຈັດໃຫ້ຢູ່ໃນອັນດັບທີ 99 ຂອງໂລກ.

ຂອບໃນແຫຼ່ງຂ່າວ: VOA

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...