spot_img
Homeຂ່າວການພັດທະນາຍີ່ປຸ່ນໃຫ້ ລາວຢືມເງິນ 100 ລ້ານໂດລາອາເມລິກາ ສ້າງເດີ່ນຍົນໃຫມ່

ຍີ່ປຸ່ນໃຫ້ ລາວຢືມເງິນ 100 ລ້ານໂດລາອາເມລິກາ ສ້າງເດີ່ນຍົນໃຫມ່

Published on

11351218_915454121840352_6009580693434446501_n
ຍີ່ປຸ່ນປ່ອຍເງິນກູ້ດອກເບ້ຍຕ່ຳໃຫ້ ລາວ ເພື່ອສະຫນັບສະຫນູນການຂະຫຍາຍອາຄານຜູ້ໂດຍສານເດີ່ນຍົນວັດໄຕ ເພາະແຜນການຂະຫຍາຍອາຄານເພື່ອຮອງຮັບຈຳນວນຜູ້ໂດຍສານໃຫ້ໄດ້ 2-3 ລ້ານຄົນໃຫ້ໄດ້ໃນປີຫນ້າ ຫລັງຈາກເປີດສະມາຄົມອາຊຽນ ເພາະປະຈຸບັນຮອງຮັບໄດ້ພຽງ 1 ລ້ານຄົນເທົ່ານັ້ນ
ກະຊວງໂຍທາທິການແລະຂົນສົ່ງຂອງກົມການບິນພົນລະເຮືອນ ສປປລາວ ເປີດເຜີຍວ່າ ລັດຖະບານລາວ ກະກຽມທີ່ຈະເລິ່ມດຳເນີນການກໍ່ສ້າງໃນໂຄງການຂະຫຍາຍຕຶກອາຄານຜູ້ໂດຍສານລະຫວ່າງປະເທດໃຫມ່ ທີ່ເດີ່ນບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໃນໄລຍະຕົ້ນປີຫນ້ານີ້ ໂດຍຈະໄດ້ຮັບການສະຫນັບສະຫນູນທາງການເງິນຈາກລັດຖະບານຍີ່ປຸ່ນ ທີ່ປ່ອຍກູ້ສິນເຊື່ອຕ່ຳ ແລະໄດ້ບໍລິສັດຈາກຍີ່ປຸ່ນມາຄວບຄຸມການກໍ່ສ້າງ ເຊິ່ງຈະໃຫ້ແລ້ວພາຍໃນ 3 ປີ ແລະຈະຕ້ອງໄດ້ມ້າງພື້ນທີ່ຂອງອາຄານຜູ້ໂດຍສານພາຍໃນປະເທດຫລັງເກົ່າແລະກໍ່ສ້າງໃນພຶ້ນທີ່ໃຫມ່ ແລະຈະໃຊ້ພຶ້ນທີ່ດັ່ງກ່າວຂະຫຍາຍອາຄານຜູ້ໂດຍສານສາກົນ ເຊິ່ງການດຳເນີນການຈະເຮັດໃຫ້ແລ້ວໃນເວລາດຽວກັນເລີຍ
ລັດຖະບານລາວ ປະເມີນວ່າ ຕຶກອາຄານສາກົນໃຫມ່ນີ້ຈະຮອງຮັບຜູ້ໂດຍສານຫລາຍຂຶ້ນກວ່າແຕ່ເກົ່າ ຕັ້ງແຕ່ 2 ຫາ 3 ລ້ານຄົນ/ປີ ກົມການບິນພົນລະເຮືອນ ຄາດການວ່າຕຶກອາຄານຜູ້ໂດຍສານປະຈຸບັນນີ້ແມ່ນສາມາດຮອບຮັບໄດ້ທີ່ 1 ລ້ານຄົນ ເຊິ່ງຍັງບໍ່ເຖິງກັບວ່າແອອັດຫລາຍຈົນເກີນໄປ ແຕ່ໃນອະນາຄົດ ເດີ່ນຍົນແຫ່ງນີ້ຈະກາຍເປັນ 1 ໃນເດິ່ນຍົນທີ່ຄັບແຄບທີ່ສຸດ
ແນ່ນອນວ່າການຈະເລີນເຕີບໂຕຂອງເສດຖະກິດໃນພູມມີພາກອາຊຽນີ້ ຈະເຮັດໃຫ້ລາວໄດ້ຮັບຜົນປະໂຫຍດທີ່ສຸດ ແລະເດິ່ນຍົນແຫ່ງນີຈະກາຍເປັນຈຸດທຳອິດທີໄດ້ຮັບປະໂຫຍດຢ່າງມະຫາສານຕໍ່ເສດຖະກິດ ອຸດສາຫະກຳ ແລະການທ່ອງທ່ຽວ
ນອກຈາກນີ້ ລາວຍັງມີແຜນການສ້າງເດີ່ນຍົນແຫ່ງໃຫມ່ຫ່າງໄປທາງທິດໃຕ້ 35 ກິໂລເຊິ່ງຫ່າງຈາກຕົວເມືອງວຽງຈັນໄປທາງໃຕ້ (ເສັ້ນທາງແຫ່ງຊາດ 13 ໃຕ້)ເຊິ່ງໂຄງການຍັງຢູ່ລະຫວ່າງການອະນຸມັດ ແຜນການຄືນທີ່ດິນ ແລະຄວາມເຫມາະສົມ ເຊິ່ງຢ່າງໄວທີ່ສຸດກໍ່ຈະເລິ່ນກໍ່ສ້າງປະມານປີ 2020 ແລະຕ້ອງເວລາກໍ່ສ້າງປະມານ 5 ປີ ເປັນຢ່າງຕໍ່າ ປະຈຸບັນ ລາວເຮົາມີເດີ່ນຍົນ 12 ແຫ່ງ ແລະມີແຕ່ 4 ແຫ່ງເທົ່ານັ້ນທີ່ຮັບເປັນເດິ່ນບິນສາກົນໄດ້ຮັບມາດຕະຖານ ພາຍໃຕ້ການຍອມຮັບຈາກອາຊຽນແລະມາດຕະຖານການໃຫ້ບໍລິການຕາມສາກົນ ສ່ວນອີກ 8 ແຫ່ງແມ່ນເດິ່ນບິນພາຍໃນປະເທດ ແລະມີທາງແລ່ນທີ່ສັ້ນ ແລະສາມາດຮັບຮອງຍົນແບບຫມາກປິ່ນ ທີ່ບັນຈຸບຜູ້ໂດຍສານໄດ້ບໍ່ເກີນ 70 ບ່ອນນັ່ງ ເທົ່ານັ້ນ.

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...