Homeຂ່າວຕ່າງປະເທດຕຳ​ຫລວດ​ນິວຢອກ ຍຶດ​ເຮ​ໂຣ​ອີນ​ 70 ກິ​ໂລກ​ຣາມ ມູນ​ຄ່າ 50 ລ້ານ​ໂດ​ລາ ຄັ້ງ​ໃຫຍ່​ທີ່​ສຸດ​ຂອງ​ລັດ!

ຕຳ​ຫລວດ​ນິວຢອກ ຍຶດ​ເຮ​ໂຣ​ອີນ​ 70 ກິ​ໂລກ​ຣາມ ມູນ​ຄ່າ 50 ລ້ານ​ໂດ​ລາ ຄັ້ງ​ໃຫຍ່​ທີ່​ສຸດ​ຂອງ​ລັດ!

Published on

EyWwB5WU57MYnKOuXxzvYLBW0sRCw5ylD6Eyjfm95qlg77QoVbCKIQ

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 21 ພຶດ​ສະ​ພາ​ນີ້​ວ່າ ສຳ​ນັກ​ງານ​ປາບ​ປາມ​ຢາ​ເສບ​ຕິດ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ສາ​ມາດ​ຍຶດ​ເຮ​ໂຣ​ອີນ ນ້ຳ​ໜັກ​ກ່​ວາ 70 ກິ​ໂລກ​ຣາມ ໄດ້ໃນ​ວັນ​ທີ 19 ພຶດ​ສະ​ພາ​ຜ່ານ​ມາ ເຊິ່ງ​ຖືກ​ບັນ​ຈຸ​ໃນ​ຊອງ​ໂມງ​ຍີ່​ຫໍ້​ດັງ ” ໂຣ​ເລັກ” ໂດຍ​ລັກ​ລອບ​ຂົນ​ມາ​ຈາກ​ແມັກ​ຊິ​ໂກ ມີ​ມູນ​ຄ່າ​ປະ​ມານ 50 ລ້ານ​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ເຈົ້າ​ໜ້າ​ທີ່​ຄົ້ນ​ພົບ​ໃນ​ຂະ​ນະ​ທີ່​ຖືກ​ເຊື່ອງ​ໄວ້​ໃນ​ລົດ​ຄັນ​ໜຶ່ງ ຈອດ​ຢູ່​ເຂດ​ຊຸມ​ຊົນ​ບ​ຣອງ ນະ​ຄອນ​ຄິວຢອກ ພ້ອມ​ມີ​ເງິນ​ສົດ​ອີກ 2 ລ້ານ​ໂດ​ລາ, ເຈົ້າ​ໜ້າ​ທີ່​ໄດ້​ກັກ​ຕົວ​ຜູ້​ຕ້ອງ​ສົງ​ໄສ 2 ຄົນ ແລະ ​ການ​ກວດ​ຍຶດ​ເຮ​ໂຣ​ອີນ​ໄດ້​ໃນ​ເທື່ອ​ນີ້ ແມ່ນ​ຖື​ເປັນ​ການ​ຍຶດ​ຢາ​ເສບ​ຕິດ​ຄັ້ງ​ໃຫຍ່​ທີ່​ສຸດ​ຂອງ​ມະ​ຫາ​ນະ​ຄອນ​ນິວຢອກ ແລະ ໃຫຍ່​ອັນ​ດັບ 4 ຂອງ​ປະ​ເທດ.

NjpUs24nCQKx5e1D7R3pJcO5ZzMZyWN7GUA3jA0D0sn
ຂອງ​ກາງ ເງິນ​ສົດ 2 ລ້ານ​ໂດ​ລາ ທີ່​ເຈົ້າ​ໜ້າ​ທີ່​ຍຶດ​ໄດ້

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...