spot_img
Homeລົດຍົນ-ຍານພາຫະນະສອງແຖວເສຍຫລັກ ຕຳສອງຄັນຍັກ ແລະ ສາມລໍບາດເຈັບສາຫັດ

ສອງແຖວເສຍຫລັກ ຕຳສອງຄັນຍັກ ແລະ ສາມລໍບາດເຈັບສາຫັດ

Published on

11-3-2556 16-21-46

ເກີດ​ອຸບັດເຫດ​ລົດ​ໂດຍສານ​ສອງ​ແຖວ​ເສຍ​ຫລັກ​ແລ່ນຕຳ​ເອົາ​ລົດ​ສີບ​ລໍ້ ແລະ ລົດ​ກວດດິນ​ທີ່​ຈອດ​ໄວ້​ຂ້າງ​ທາງ ພ້ອມ​ຕຳເອົາ​ລົດ​ສາມ​ລໍ້​ຢ່າງ​ແຮງ​ທ່າມກາງ​ສຽງ​ຮ້ອງ​ໂຮ​ຕົກໃຈ​ຂອງ​ຜູ້ເຫັນ​ເຫດການ​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບບາດເຈັບ​ສາຫັດ​ຫລາຍ​ຄົນ ແຕ່ໂຊກ​ດີ​ບໍ່​ມີ​ຜູ້​ໃດ​ເສຍ​ຊີວິດ.

ອີງ​ຕາມ​ການ​ລາຍ​ງານ​ຂອງທ່ານ ກົງ​ພະລີ ແກ້ວ​ມໍ​ລະ​ຈັກ ຫົວຫນ້າ​ກອງ​ແກ້​ໄຂ​ຄະດີ​ອຸບັດເຫດຂອງ​ພະ​ແນກ​ຈະລາຈອນ​ແຂວງຈຳປາ​ສັກ, ຕໍ່​ນັກ​ຂ່າວ​ຫນັງສືພິມເສດຖະກິດ-ສັງຄົມ​ໃຫ້​ຮູ້​ວ່າ: ເວລາ​ປະມານ 8.30 ໂມງ, ຂອງວັນ​ທີ 6 ມີນາ 2013, ໄດ້​ເກີດ​ມີລົດ​ໂດຍສານ​ສອງ​ແຖວ​ທະບຽນ 0353 ຈຳປາ​ສັກ, ຜູ້​ຂັບ​ຄື​ທ້າວ ອຸດອນ ອາຍຸ 50 ປີ ສັນຊາດ​ລາວ, ອາຊີບ​ຂັບ​ລົດບ້ານ​ຫນອງ​ໄຮ​ທ່າ ເມືອງ​ໂພນ​ທອງ, ຂັບ​ລົດ​ມາ​ແຕ່ເວີນ​ໄຊຫາປາກ​ເຊ, ພໍ​ແຕ່​ແລ່ນລົດ​ມາ​ຮອດ​ສີ່​ແຍກ​ຕະຫລາດ​ປາກເຊ ຕໍ່ຫນ້າ​ທະນາຄານ​ຮ່າ​ໂນ້ຍ​ໄດ້ມີ​ລົດ​ວີ​ໂກ້​ແລ່ນ​ຕັດ​ຫນ້າ​ເຮັດ​ໃຫ້ລົດ​ສອງ​ແຖວ​ຄັນ​ດັ່ງກ່າວ​ເສຍຫລັກ​ເຈືອກ​ໄປ​ຕຳ​ເອົາ​ລົດ​ສິບ​ລໍ້​ທີ່ຈອດ​ໄວ້​ຂ້າງ​ທາງ​ເບື້ອງ​ຂວາ​ຊັດໃສ່​ລົດ​ກວດ​ດິນ​ທີ່​ຈອດ​ໄວ້​ຂ້າງ ຫນ້າ​ແລ້ວ​ເສຍ​ຫລັກ​ໄປ​ຕຳ​ເອົາລົດ​ສາມ​ລໍ້​ອີກ​ຄັນ​ທີ່​ກຳລັງ​ແລ່ນມາ​ດ້ວຍ​ຄວາມ​ໄວ, ເຮັດ​ໃຫ້​ຜູ້​ຂັບ​ລົດ​ສາມ​ລໍ້​ໄດ້​ຮັບ​ບາດເຈັບ​ສາຫັດ ແລະ ຜູ້ໂດຍສານ​ໄດ້​ຮັບ​ບາດເຈັບເລັກ​ນ້ອຍ.

ສ່ວນ​ລົດ​ໂດຍສານ​ຄັນ​ດັ່ງກ່າວ​ແມ່ນ​ໄດ້​ຂົນສົ່ງ​ຜູ້ໂດຍສານ​ມີຈຳນວນ​ທັງ​ຫມົດ 18 ຄົນ ລວມທັງ​ຜູ້​ຂັບ, ໃນ​ນັ້ນ ມີ​ຜູ້​ໄດ້​ຮັບ​ບາດເຈັບ​ເລັກ​ນ້ອຍ 3 ຄົນ, ສົມຄວນ 3 ຄົນ ແລະ ບາດເຈັບ​ສາຫັດ 3 ຄົນ, ເຊິ່ງ​ຜູ້​ທີ່ຢູ່​ໃນ​ເຫດການ​ໄດ້​ນຳ​ສົ່ງໂຮງຫມໍ, ປະຈຸ​ບັນ​ແມ່ນ​ໄດ້​ຮັບການ​ຮັກສາ​ຕົວ ແລະ ບໍ່​ມີ​ຜູ້​ໃດ​ເສຍຊີວິດ​ແຕ່​ຢ່າງໃດ, ເຊິ່ງ​ການ​ເກີດ​ອຸປະຕິເຫດ​ດັ່ງກ່າວ​ນອກຈາກ​ຈະເຮັດ​ໃຫ້​ມີ​ຜູ້​ທີ່​ໄດ້​ຮັບ​ບາດເຈັບ​ແລ້ວ ຍັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ເປັນຕາມ​ການ​ປະ​ເມີນ​ເບື້ອງ​ຕົ້ນ 50 ລ້ານ​ກີບ.

ສ່ວນ​ສາເຫດ​ຂອງ​ການ​ເກີດອຸບັດເຫດ​ດັ່ງກ່າວ​ແມ່ນ​ເກີດ ຍ້ອນ​ຄວາມ​ຂາດ​ສະຕິ​ລະວັງ​ຕົວ, ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ຂັບ​ຂີ່​ລວມ​ໄປ​ເຖິງ​ເຕັກນິກ​ຂອງ​ຍານ​ພາຫາ​ນະ.

ທີ່ມາhttp://www.ecom.org.la

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...